ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ

25/02/2023

ສູນພັດທະນາກິລາບານເຕະຈຳປີ-ຈຳປາ ເລີ່ມມີບັນຍາການຟົດຟື້ນມວ່ນຊື່ນ,ພາຍຫຼັງເປີດສອນຢ່າງເປັນທາງການ

 ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ເດີ່ນກິລາຫ້ວຍຫົງຂອງສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16),ໂດຍມີຄະນະຄູຝຶກທັງໝົດ 12 ທ່ານ,ຜູ້ຊ່ວຍຄູຝຶກລະດັບຊີ (C License) ຈຳນວນ 16 ທ່ານ ແລະ  ປະຈຸບັນມີນັກກິລາເຂົ້າສະໝັກຮຽນແລ້ວທັງໝົດ 185ຄົນ, ໃນນັ້ນ,ອາຍຸ 6 ປີ ມີຈຳນວນ 20 ຄົນ, ອາຍຸ 8 ປີ ມີຈຳນວນ 24 ຄົນ ອາຍຸ 10 ປີ ມີຈຳນວນ 60 ຄົນ,ອາຍຸ 12 ມີຈຳນວນ 26 ຄົນ, ອາຍຸ 14 ມີຈຳນວນ 16 ຄົນ ແລະ ອາຍຸ 16ປີ ມີຈໍານວນ 12 ຄົນ.ມາຮອດປະຈຸບັນ,ທີ່ສູນພັດທະນາກິລາບານເຕະຈໍາປີ-ຈຳປາເຕັມໄປດວ້ຍບັນຍາກາດທີ່ຟົດຟື້ນມວ່ນຊື່ນຂອງບັນດານັກຝຶກຮຽນທີ່ມັກຮັກໃນກິລາບານເຕະ.

      ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.

#FIFATalentDevelopmentScheme

#ChampiChampaFootballTrainingCenter #FIFATalentDevelopmentScheme

#ChampiChampaFootballTrainingCenter