ສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ແຫ່ງທີ 3 ແຂວງຈຳປາສັກ ເລີ້ມຈັດຕັ້ງປະຕິບັດ

22/04/2023

ໃນຕອນເຊົ້າ ວັນທີ 22 ເມສາ 2023 ໄດ້ເລີ່ມເປີດການຝຶກສອນກິລາບານເຕະເຍົາວະຊົນ ຈໍາປີ-ຈຳປາ ແຫ່ງທີ່ 3 ຂື້ນທີ່ ສະໜາມກິລາບານເຕະຫຼັກ2 ແຂວງຈຳປາສັກ. ຈຸດປະສົງເພື່ອເປີດການຝຶກສອນພື້ນຖານກິລາບານເຕະໃຫ້ແກ່ລູກຫຼານເຍົາວະຊົນພາຍໃນແຂວງຈໍາປາສັກໃນແຕ່ລະຮຸ່ນ ເພື່ອສ້າງໃຫ້ນ້ອງໆເຍົາວະຊົນມີການພັດທະນາກ້າວໄປສູ່ການເປັນນັກເຕະອາຊີບໃນອະນາຄົດ.

      ສູນພັດທະນາກິລາບານເຕະຈໍາປີ-ຈຳປາ ແມ່ນຢູ່ພາຍໃຕ້ໂຄງການ ຂອງສະຫະພັນບານເຕະສາກົນຫຼື FIFA ( FIFA Talent Development Scheme) ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ ເປັນໂຄງການເພື່ອພັດທະນາກິລາບານເຕະນ້ອງໆເຍົາວະຊົນລາວໃຫ້ຮັກມັກກິລາບານເຕະ ແລະ ພັດທະນາກິລາລາວໃນລະດັບຂັ້ນພື້ນຖານກ້າວສູ່ມືອາຊີບ.

ປັດຈຸບັນແມ່ນມີ 3 ສູນຝຶກຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ.

ສູນພັດທະນາກິລາບານເຕະຈຳປີ-ຈຳປາທີ່ສະໜາມກິລາບານເຕະແຂວງຈໍາປາສັກ ໄດ້ເລີ່ມເປີດສອນການຝຶກຮຽນເຕະບານ ທຸກໆວັນເສົາ ແລະ ອາທິດ ພ້ອມຮັບສະໝັກນ້ອງໆນັກກິລາທີ່ມີອາຍຸບໍ່ເກີນ6ປີ,8ປີ,10ປີ,12ປີ,14ປີແລະ16ປີ( U6, U8, U10, U12, U14, U16)

ສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ:

020 76761212

020  99822800

ລິ້ງລົງທະບຽນ : https://docs.google.com/.../1FAIpQLSfoxeEC3.../viewform...