ສຕລຈັດກິດຈະກຳສະຫລອງວັນກິລາບານເຕະ ແລະ ວັນເດັກນ້ອຍສາກົນ ພ້ອມເປີດສູນພັດທະນາບານເຕະ '' ຈຳປີ-ຈຳປາ'' ຢ່າງເປັນທາງການ

03/06/2023
ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດກິດຈະກຳສະຫລອງວັນກິລາບານເຕະ ແລະ ວັນເດັກນ້ອຍສາກົພ້ອມເປີດສູນພັດທະນາບານເຕະ '' ຈຳປີ-ຈຳປາ ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2023 ທີ່ສູນພັດທະນາບານເຕະ ຈໍາປີຈໍາປາ ເຂດສະໜາມກີລາແຫ່ງຊາດ (ຫຼັກ 16) ກົງກັບວັນເດັກນ້ອຍສາກົນ ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ(ສສກ), ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ພ້ອມດ້ວຍຄະນະ,ພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກີລາເຍົາວະຊົນລາວ ເກືອບ 500 ຄົນ ເຂົ້າຮ່ວມ.
ໃນພິທີ,ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວໄດ້ກ່າວວ່າ: ສູນຝຶກແຫ່ງນີ້ ມີເນື້ອທີ່ທັງໝົດ 105,446 ຕາແມັດ ໄດ້ຮັບການພັດທະນານັບຕັ້ງແຕ່ປີ 2013 ເປັນຕົ້ນມາ ເຊິ່ງລັດຖະບານແຫ່ງ ສປປ ລາວ ເວົ້າລວມ ເວົ້າສະເພາະກະຊວງສສກ ໄດ້ມອບສິດຄຸ້ມຄອງ ແລະ ນໍາໃຊ້ ໃຫ້ແກ່ ສຕລ ເພື່ອນໍາໃຊ້ເຂົ້າໃນການພັດທະນາກີລາບານເຕະລາວ. ນັບແຕ່ນັ້ນມາ ສຕລ ໄດ້ສຸມໃສ່ການຍາດແຍ່ງທືນຊ່ວຍເຫຼືອຈາກສະຫະພັນບານເຕະນານາຊາດ ຫຼື FIFA ແລະ ສະຫະພັນບານອາຊີ ຫຼື AFC ໃນການພັດທະນາໂຄງລ່າງພື້ນຖານກີລາບານເຕະ ບໍ່ວ່າຈະເປັນຫໍພັກນັກກີລາ, ເດີ່ນຝຶກຊ້ອມ,ຫ້ອງຫັດກາຍ(ໂຮງຍິມ) ແລະ ອື່ນໆ.ສູນຝຶກແຫ່ງນີ້ ມີເປົ້າໝາຍໃນການນໍາໃຊ້ໃນການພັດທະນານັກກີລາບານເຕະຮອບດ້ານ,ນັບຕັ້ງແຕ່ບານເຕະຂັ້ນພື້ນຖານ, ສະໂມສອນບານເຕະ, ທີມຊາດລຸ້ນເຍົາວະຊົນຈົນຮອດທີມຊາດຊຸດໃຫຍ່ ຍິງ ແລະ ຊາຍ ລວມທັງການຍົກລະດັບຄູຝຶກ. ໂດຍລວມສູນຝຶກແຫ່ງນີ້ ໄດ້ຮັບການພັດທະນາມາແລ້ວພາຍໃຕ້ 4 ໂຄງການ ລວມທຶນທັງໝົດໃນການກໍ່ສ້າງ 2,158,000 ໂດລາສະຫະລັດ.
ທ່ານ ວີເພັດ ສີຫາຈັກຣ໌ປະທານສຕລ ກ່າວຕື່ມວ່າ: ຈຸດປະສົງທີ່ສໍາຄັນໃນງານຄັ້ງນີ້ ກໍຄືການສະເຫຼີມສະຫຼອງວັນກີລາບານເຕະ ສຕລ ຫຼື LFF Football Day ຄັ້ງປະຖົມມະເລີກ ເຊິ່ງກົງກັບວັນເດັກນ້ອຍສາກົນ ຍິ່ງເຮັດໃຫ້ມີຄວາມ
ໝາຍຄວາມສໍາຄັນຍິ່ງຂື້ນ ສຕລ ມີເປົ້າໝາຍໃນການສົ່ງເສີມໃຫ້ອະນຸຊົນເຍົາວະຊົນ ຫຼີ້ນກີລາບານເຕະ ເພື່ອໃຫ້ເຂົາເຈົ້າຫ່າງໄກຈາກຢາເສບຕິດ ແລະ ສິ່ງອະບາຍຍະມຸກອື່ນໆ. ງານນີ້ໄດ້ຈັດໃຫ້ມີການສະເຫຼີມສະຫຼອງໃນທຸກໆປີ. ການພັດທະນານັກກີລາບານເຕະລຸ້ນເຍົາວະຊົນ ເປັນໜຶ່ງໃນບຸລີມະສິດຂອງ ສຕລ ຈຶ່ງເຮັດໃຫ້ມີການສ້າງຕັ້ງສູນພັດທະນາກີລາບານເຕະ ຈໍາປີ-ຈໍາປາ ຂື້ນມາໄດ້ 2 ປີແລ້ວ.
ຂະນະດຽວກັນ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສສກ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້ແມ່ນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ເດັກນ້ອຍເປັນອະນາຄົດຂອງປະເທດຊາດ ຢາກພັດທະນາປະເທດຊາດ ຕ້ອງສ້າງເດັກ ຖືໂອກາດນີ້ສະແດງຄວາມຍ້ອງຍໍຊົມເຊີຍປະທານແລະຄະນະນຳຂອງສຕລ ທີ່ຈັດກິດຈະກໍານີ້ຂຶ້ນມາ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ເປີດນໍາໃຊ້ສູນພັດທະນາບານເຕະ ຈໍາປີ-ຈໍາປາທີ່ສະໜາມກິລາແຫ່ງຊາດຢ່າງເປັນທາງການໃນມື້ນີ້ ເພື່ອໃຫ້ເດັກນ້ອຍລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ ພາຍໃຕ້ຄໍາຂວັນໃນປີນີ້ກໍຄື “ ສ້າງອະນາຄົດ ກໍຄືສ້າງເດັກ ” ເຊິ່ງເຊື່ອວ່າກິດຈະກໍາຄັ້ງນີ້ຈະເປັນປະໂຫຍດສູງໃຫ້ກັບເດັກນ້ອຍ ແລະ ໝັ້ນໃຈວ່າສູນແຫ່ງນີ້ຈະສາມາດສ້າງນັກກີລາກ້າວສູ່ນັກເຕະທີມຊາດ ແລະ ອາຊີບ ໃນອະນາຄົດ.
ສໍາລັບ ການຈັດກິດຈະກໍາຄັ້ງນີ້ທາງ ຝ່າຍຈັດການແຂ່ງຂັນແມ່ນໄດ້ຈັດການແຂ່ງຂັນບານເຕະເຍົາວະຊົນ ແບບມິດຕະພາບ ເພື່ອໃຫ້ເດັກນ້ອຍໄດ້ມີການເຄື່ອນໄຫວ ແລະ ໄດ້ສໍາຜັດການສະໜາມທີ່ໄດ້ມາດຕະຖານ ເຊິ່ງມີແຂ່ງຂັນແບ່ງອອກເປັນ 3 ຮຸ່ນຄື: U 8,U 10 ແລະU 12 ມີທີມເຂົ້າຮ່ວມທັງໝົດ 64 ທີມ ໂດຍມີນັກກີລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 450 ຄົນ.