ເປີດຂຶ້ນຢ່າງເປັນທາງການສູນຝຶກ ຈຳປີ-ຈໍາປາແຫ່ງທີ6ທີ່ແຂວງ ບໍລິຄໍາໄຊ

01/10/2024

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະແຂວງບໍລິຄຳໄຊໄດ້ຈັດພິທີເປີດສູນຝຶກ ຈຳປີ-ຈໍາປາ ແຂວງ ບໍລິຄໍາໄຊຢ່າງເປັນທາງການໃນວັນທີ 29 ກັນຍາ 2024 ທີ່ ສະໜາມກິລາບານເຕະເມືອງປາກ,ໂດຍການເປັນປະທານ ຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກ - ວິທະຍາ ສຕລ, ຄະນະພັດທະນາຄູຝຶກ, ຕາງຫນ້າ ສະຫະພັນບານເຕະແຂວງບໍລິຄຳໄຊ, ຄູຝຶກ ແລະ ນັກກິລາທັງໝົດ60 ກວ່າຄົນເຂົ້າຮວ່ມ.

  ທ່ານ ນາງ ພູໄຊ ແພງພົງໄດ້ກ່າວວ່າ:ຈຸດປະສົງຂອງການສ້າງຕັ້ງສູນຝຶກບານເຕະຈໍາປີ-ຈໍາປາຂື້ນ ແມ່ນເພື່ອພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະຂອງເຍົາວະຊົນລາວເວົ້າລວມ, ເວົ້າສະເພາະແມ່ນເຍົາວະຊົນໃນທ້ອງຖິ່ນໃຫ້ມີທັກສະການຫຼິ້ນກິລາບານເຕະຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ໂດຍມີລຸ້ນອາຍຸ 10, 12ປີ, 14ປີ ແລະ 15ປີ, ໂດຍນໍາໃຊ້ ຫຼັກສູດການການຫຼີ້ນກິລາຂອງສຕລ ທີ່ຜ່ານການສຶກສາຄົ້ນຄວ້າຈາກ ຜູ້ນໍາຊ່ຽວຊານ ແລະ ສິດສອນຝຶກອົບຮົມຈາກຄູຝຶກຂອງສຕລ.ພ້ອມນັ້ນຍັງໄດ້ສ້າງສະພາບແວດລ້ອມທີ່ດີໃນການຝຶກແອບໃຫ້ນັກກິລາໃຫ້ ມີຄວາມປອດໄພ ແລະ ມ່ວນຊື່ນ.

ທ່ານ ນາງ ພູໄຊ ແພງພົງກ່າວຕື່ມວ່າ:ສູນຝຶກບານເຕະຈໍາປີ-ຈໍາປາແຫ່ງສູນທໍາອິດໃນລາວໄດ້ເປີດຂື້ນຢ່າງເປັນທາງການໃນ ວັນທີ 21 ມີນາ 2021ທີ່ສໍານັກງານໃຫຍ່ສຕລ ນະຄອນຫຼວງວຽງຈັນ,ເຊິ່ງຈຸດປະສົງສ້າງໃຫ້ເປັນສູນຝຶກບານເຕະຂອງເຍົາວະຊົນລາວແລະຈາກຜົນສໍາເລັດຕະຫຼອດການຈັດຕັ້ງປະຕິບັດສູນຝຶກບານເຕະຈໍາປີ-ຈໍາປາທີ່ຜ່ານມາ ເຫັນວ່າພໍ່ແມ່ຜູ້ປົກຄອງໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ. ດັ່ງນັ້ນຈຶ່ງໄດ້ຂະຫຍາຍໂຄງການສູນຝຶກບານເຕະຈໍາປີ-ຈໍາປາອອກໄປສູ່ຕ່າງແຂວງໃນທົ່ວປະເທດລາວ ໂດຍໄດ້ຮັບທຶນ ສະຫນັບສະຫນູນຈາກສະຫະພັນບານເຕະສາກົນ ຫຼື FIFA ພາຍໃຕ້ໂຄງການພັດທະນາພອນສະຫວັນ(TALENT DEVELOPMENT SHCEEM), ເຊິ່ງໃນປັດຈຸບັນນີ້ມີສູນຝຶກ ບານເຕະຈໍາປີ-ຈໍາປາທີ່ຍັງມີການເຄື່ອນໄຫວຢູ່ທັງຫມົດຈໍານວນ 5 ແຫ່ງ ຄື: ສູນຝຶກ ຈໍາປີ-ຈໍາປາ ຫ້ວຍຫົງ ນະຄອນ ຫຼວງວຽງຈັນ, ສູນຈໍາປີ-ຈໍາປາ ຫຼັກ 16 ນະຄອນຫຼວງວຽງຈັນ, ສູນຝຶກ ຈໍາປີ-ຈໍາປາ ແຂວງ ຈໍາປາສັກ, ສູນຝຶກບານແຕະຈໍາປີ-ຈໍາປາຫຼວງນ້ໍາທາ ແລະ ສູນຝຶກສູນຝຶກ ຈໍາປີ-ຈໍາປາ ແຂວງບໍລິຄໍາໄຊ.ດັ່ງນັ້ນ, ເພື່ອໃຫ້ໂຄງການດັ່ງກ່າວນີ້ປະສົບຜົນສໍາເລັດຈິ່ງຂໍຮຽກຮ້ອງໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງພໍ່ແມ່ຜູ້ປົກຄອງ ແລະ ນັກກິລາ ຈົ່ງພ້ອມກັນເສີມຂະຫຍາຍທ່າແຮງແລະເອົາໃຈໃສ່ໃນການພັດທະນາ ແລະ ຊຸກຍູ້ໃຫ້ນ້ອງໆນັກກິລາຂອງພວກເຮົາໃຫ້ກ້າວໄປສູ່ການເປັນນັກກິລາທີ່ດີກ້າວຂື້ນກໍາລັງແຮງຂອງຊາດ,ຂອງແຂວງ ຫຼື ໃນລະດັບສາກົນໃນອະນາຄົດ