ເຍົາວະຊົນຈາກ ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດ ສ້າງຜົນງານເດັ່ນຢູ່ ສປ ຈີນ

28/07/2025

ຈາກການລາຍງານຂອງ ທ່ານ ສອນສິນ ຈັນທະວົງ ຜູ້ຈັດການທີມ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ໄດ້ລາຍງານໃຫ້ຮູ້ວ່າ: ສະໂມສອນ ນໍ້າທາ ຢູໄນເຕັດໄດ້ສົມທົບກັບສະຫະພັນບານເຕະແຂວງ ໄດ້ຄັດເລືອກນັກກິລາຈາກສູນຈໍາປີ-ຈໍາປາແຂວງຫລວງນໍ້າທາ ມີ U8 ປີ, U9 ປີ ແລະ U12 ປີ ເພື່ອເຂົ້າຮ່ວມ ລາຍການແຂ່ງຂັນ ບານເຕະເຍົາວະຊົນ-ຊາວໜຸ່ມ ແລກປ່ຽນວັດທະນາທຳ 3 ປະເທດ ປະກອບມີ: ລາວ, ໄທ, ສປ ຈີນ (ເຈົ້າພາບ) ແຂ່ງຂັນທີ່ສິບສອງພັນນາ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2025 ທີ່ຜ່ານມາ. ການແຂ່ງຂັນແມ່ນມີທັງຫມົດ 4 ຮຸ່ນອາຍຸຄື: U8, U9, U10, U12 ປີ ຮູບແບບແຂ່ງຂັນພົບກັນຫມົດ ເອົາທີມຄະແນນດີທີ່ສຸດເປັນແຊ້ມ, ສະໂມສອນ ນໍ້າທາ ຢູໄນເຕັດ ສົ່ງເຂົ້າຮ່ວມ 3 ລາຍການຄື: U8 ປິ, U9 ປິ  ແລະ U12 ປິ ຜົນການແຂ່ງຂັນປະກົດວ່າ:

- U8 ປີ ແຂ່ງຂັນ 8 ນັດ ຊະນະ 8 ນັດ ມີ 24 ຄະແນນ ໄດ້ຊະນະເລີດ

- U9 ປີ ແຂ່ງຂັນ 7 ນັດ ຊະນະ 7 ນັດ ມີ 21 ຄະແນນ ໄດ້ຊະນະເລີດ

- U12 ປີ ລົງແຂ່ງຂັນ 7 ນັດ ຊະນະ 6 ນັດ ເສຍ 1 ນັດ ມີ 18 ຄະແນນ ໄດ້ຮອງຊະນະເລີດ.

 ນັກກິລາຈາກ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ຍັງໄດ້ຮັບລາງວັນນັກຮັບດີເດັ່ນທັງ 3 ລາຍການ ແລະ ນັກເຕະດີເດັ່ນຮຸ່ນອາຍຸ 9 ປີ, ຫລັງຈາກການແຂ່ງຂັນບານເຕະ ສຳເລັດແລ້ວ ນັກກິລາທັງ 3 ຮຸ່ນອາຍຸ ຍັງໄດ້ສະແດງຟ້ອນມວຍລາຍລາວ ເພື່ອເປັນການແລກປ່ຽນວັດທະນາທຳຂອງ ສປປ ລາວ ໃຫ້ຊາວຕ່າງຊາດໄດ້ເຫັນເຖິງວັດທະນະທຳລາວ.

 ທ່ານ ຢົງຮົ່ວ ລັງສີ ຮອງປະທານ ສະໂມສອນ ກິລາບານເຕະ ນໍ້າທາ ທັງເປັນຄະນະນຳທີມໄດ້ ນຳພານັກກິລາເຍົາວະຊົນຈາກແຂວງຫຼວງນໍ້າທາ ເຂົ້າຮ່ວມການແຂ່ງຂັນນີ້ກໍເພື່ອ ເຮັດໃຫ້ນັກກິລາມີປະສົບການ ການຫລີ້ນເພີາມຂື້ນ, ມີລະບຽບວິໃນ ແລະ ຮູ້ຮັບຜີດຊອບຕົນເອງ, ເພື່ອໃຫ້ເຍົາວະຊົນພາຍໃນແຂວງຫຼວງນໍ້າທາ ໄດ້ແລກປ່ຽນທາງດ້ານເຕັກນິກ ເພື່ອໄປພັດທະນາຕົວເອງ, ເພື່ອເປັນການຜູກແຫນ້ນຄວາມສາມັກຄີ ລະຫວ່າງ 3 ປະເທດ ລາວ- ໄທ - ສປ ຈີນ ແລະ ເປັນການແລກປ່ຽນດ້ານວັດທະນາທຳ - ສີນລະປະທັງ 3 ປະເທດ. ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ ແມ່ນ ສ້າງຕັ້ງສະໂມສອນ ໃນປີ 2023.