


ສຕລ ຈັດຝຶກອົບຮົມຄູຝຶກສອນສູນພັດທະນາກິລາບານເຕະ ຈຳປີ-ຈຳປາ
ສຕລ ຈັດຝຶກອົບຮົມຄູຝຶກສອນສູນພັດທະນາກິລາບານເຕະ ຈຳປີ-ຈຳປາ

ສະບາຍດີປີໃໝ່ສາກົນ ຄສ 2024 Happy New Year
ສະບາຍດີປີໃໝ່ສາກົນ ຄສ 2024 Happy New Year
ເນື່ອງໃນໂອກາດປີໃໝ່ສາກົນ ຄສ 2024 ໃນນາມປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ) ພ້ອມຄະນະບໍລິຫານງານ ແລະ ພະນັກງານສຕລ, ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານຜູ້ນຳພັກ-ລັດ,ພະນັກງານພ້ອມດວ້ຍພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ຜູ້ໃຫ້ການສະໜັບສະໜຸນ ສຕລ ທຸກຖວ້ນໜ້າ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ມີພະລານາໄມສົມບຸນ, ມີໂຊກໄຊ ແລະ ສົມປາດຖະໜາທຸກປະການດວ້ຍເທີ້ນ.
•ປີເກົ່າກາຍຜ່ານພົ້ນ ປີໃໝ່ວຽນມາເຖິງ
ຂໍສົ່ງພອນກະເສີມສຸກ ທຸກຍ່າວຽນມາໃກ້
ສຸກທັງກາຍໃຈພ້ອມ ໂພຍໄພພະຍາດຫ່າງ
ອາຍຸຍືນຍາວໝັ້ນ ຈະເລີນກ້າວຮຸ່ງເຮືອງ
•ໂອກາດປີໃໝ່ນີ້2024ມາເຖິງ ຂໍສົ່ງພອນໄຊ
ໃຫ້ຜູ້ນຳທັງຫຼາຍ ຢູ່ສະບາຍຫາຍຮ້ອນ
ໃຫ້ປະຊາໂຮມທ້ອນ ເປັນກຳລັງກ້າແກ່ນ
ສາມັກຄີແໜ້ນແຟ້ນ ແປງສ້າງມິ່ງເມືອງ ນັ້ນທ້ອນ
ດ້ວຍຄວາມປາດຖະໜາດີຈາກ: ສະຫະພັນບານເຕະແຫ່ງຊາດລາວ
#LAOFOOTBALLDFEDERATION
#HAPPYNEWYEAR2024



ເປີດສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ທີ່ແຂວງຫຼວງນໍ້າທາ
ເປີດສູນຝຶກກິລາບານເຕະເຍົາວະຊົນ ຈໍາປີ-ຈໍາປາ ທີ່ແຂວງຫຼວງນໍ້າທາ
ພິທີເປີດສູນຝຶກກິລາບານເຕະ ຈໍາປີ-ຈໍາປາ ແຫ່ງທີ 4 ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 17 ທັນວາ 2023 ທີ່ສະໜາມກິລາບານເຕະ ແຂວງຫຼວງນໍ້າທາ ພາຍໃຕ້ການສະໜັບສະໜູນຈາກໂຄງການ ພັດທະນາຄວາມອາດສາມາດຂອງສະຫະພັນບານເຕະນາໆຊາດຫຼືຟີຟາ( FIFA Talent Development Scheme)ໃຫ້ກຽດ ເປັນ ປະທານກ່າວເປີດໂດຍ ທ່ານ ວັນດີ ພົມທອງ ຮອງປະທານແນວລາວສ້າງຊາດແຂວງ ທັງເປັນ ຮອງປະທານ ສະຫະພັນບານເຕະແຂວງຫຼວງນໍ້າທາ.
ທ່ານ ທ່ານ ວັນດີ ພົມທອງ ໄດ້ກ່າວເຖິງການເປີດສູນຝຶກໃນຄັ້ງນີ້ວ່າ: ຈຸດປະສົງຂອງການເປີດສູນຝຶກແຫ່ງນີ້ ແມ່ນເພື່ອພັດທະນາກິລາບານເຕະຂອງແຂວງໃຫ້ມີຄວາມກ້າວໜ້າ ແລະແຜ່ຂະຫຍາຍໄປທົ່ວທຸກແຂວງ ເພື່ອໃຫ້ນ້ອງໆ ນັກຮຽນມີສຸຂະພາບແຂງແຮງພ້ອມທັງເປັນການເປີດໂອກາດໃຫ້ ນັກກິລາໄດ້ສະແດງຄວາມ ສາມາດທາງດ້ານ ພອນສະຫວັນກິລາບານເຕະ ມາເປັນນັກກິລາຮຸ່ນສືບທອດ ກາຍເປັນນັກກິລາທີມຂອງແຂວງ ແລະ ກ້າວສູ່ການເປັນນັກກິລາທີມຊາດໃນອະນາຄົດ.
ໃນໂອກາດດັ່ງກ່າວທ່ານ ດຣ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະຫະ ພັນບານເຕະແຫ່ງຊາດລາວ,
ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການເປີດສູນຝຶກໃນຄັ້ງນີ້ທີ່ໄດ້ດໍາເນີນໄປຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແລະ ຫວັງວ່າສູນຝຶກແຫ່ງນີ້ຈະມີສວ່ນປະກອບທີ່ສຳຄັນໃນການພັດທະນາກິລາບານເຕະຂອງແຂວງໃຫ້ສູງຂື້ນທັງລະດັບນັກກິລາ ຮຸ່ນສືບຂອງແຂວງແລະທີມຊາດ.
ໃຫ້ກຽດເຂົ້າຮວ່ມໃນງານນີ້ຍັງມີທ່ານ ທອງສອນ ອາດຜາສຸກ ຮອງຫົວໜ້າພະແນກສຶກສາທິການແລະ ກິລາແຂວງ ຫຼວງນໍ້າທາ, ທ່ານ Sundram Moorthy ຫົວໜ້າພະແນກເຕັກນິກວິທະຍາ ສຕລ,ພ້ອມດ້ວຍຄະນະຄູຝຶກ ສຕລ, ຄະນະຄູຝຶກ ສຕຂ,ນັກກິລາເຍົາວະຊົນແຂວງຫຼວງນໍ້າທາ ແລະ ພໍ່ແມ່ຜູ້ປົກຄອງນັກກິລາເຂົ້າຮ່ວມ.
#FIFATalentDevelopmentScheme
#ChampiChampaFootballTrainingCenter
#Luangnamthaprovince



ສຳເລັດ ການຝຶກອົບຮົມຄູຝຶກ JFA FOOTBALL COURSE IN LAOS
ສຳເລັດ ການຝຶກອົບຮົມຄູຝຶກ JFA FOOTBALL COURSE IN LAOS
ກົດອ່ານຂ່າວ: https://laoff.org.la/la/news/view/372
#JFA
#JICA
#LFF



ກອງປະຊຸມໃຫຍ່ ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ປະຈໍາປີ 2023
ກອງປະຊຸມໃຫຍ່ ສະໄໝສາມັນ ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ປະຈໍາປີ 2023



ສຕລ ຈັດກອງປະຊຸມພັດທະນາບານເຕະທົ່ວປະເທດ ປະຈຳປີ 2023
ສຕລ ຈັດກອງປະຊຸມພັດທະນາບານເຕະທົ່ວປະເທດ ປະຈຳປີ 2023



ເລຂາທິການ ສະຫະພັນບານເຕະນາໆຊາດ ຫຼື ຟິີຟາ ຢ້ຽມຢາມ ສະຫະພັນບານເຕະແຫ່ງຊາດລາວ
ເລຂາທິການ ສະຫະພັນບານເຕະນາໆຊາດ ຫຼື ຟິີຟາ ຢ້ຽມຢາມ ສະຫະພັນບານເຕະແຫ່ງຊາດລາວ



ຈັດຝຶກອົບຮົມບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS
ສະຫະພັນບານເຕະນາໆຊາດຮ່ວມກັບສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີເປີດຝຶກອົບຮົມບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ຂື້ນໃນວັນທີ 28 ພະຈິກ 2023 ທີ່ໂຮງແຮມ ແລນມາກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ່ Fatimata Sow Sidibe ຫົວຫນ້າໂຄງການກິລາບານເຕະໃນໂຮງຮຽນ,ຜູ້ຕາງຫນ້າກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄູອາຈານທີ່ສິດສອນວິຊາພະລາສຶກສາຈຳນວນ 80 ທ່ານ ຈາກ 80 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ກ່າວເປີດພິທີວ່າ:ສຳລັບການຝຶກອົບຮົມກິລາບານເຕະໃນໂຮງຮຽນໃນໂຄງການດັ່ງກ່າວນີ້ແມ່ນມີຈຸດປະສົງສົ່ງເສີມໃຫ້ນັກຮຽນ ໄດ້ເຂົ້າເຖິງການຫລິ້ນກິລາບານເຕະພາຍໃນໂຮງຮຽນຫລາຍຂຶ້ນ ແລະ ໄດ້ຮັບການຝຶກແອບຢ່າງຖືກວິທີ ສອນໂດຍຄູອາຈານພາລະສຶກສາພາຍໃນໂຮງຮຽນ ເພື່ອເປັນຕົວແບບ ແລະເປັນອີກໂຄງການໜຶ່ງສຳລັບປີຕໍ່ໆໄປ, ພາຍຫຼັງການຝຶກອົບຮົມສຳເລັດລົງ,ພວກເຮົາຈະໄດ້ມີພິທີເປີດພິທີໂຄງການ ກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023.
ສະຫະພັນບານເຕະແຫ່ງຊາດລາວຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການພັດທະນາບານເຕະຂັ້ນພື້ນຖານໃຫ້ແກ່ນັກຮຽນ,ເຊິ່ງທີ່ຜ່ານມາ ໄດ້ມີການລົງເຮັດກິດຈະກຳບານເຕະຂັ້ນພື້່ນຖານ ແລະ ຈັດຝຶກອົບຮົມຄູຝຶກລະດັບ D ໃນທຸກໆແຂວງທົ່ວປະເທດ. ສໍາລັບໂຄງການນີ້ແມ່ນຈະສຸມໃສ່ການພັດທະນາບານເຕະໃນໂຮງຮຽນເປັນຫຼັກ ໂດຍແມ່ນບັນດານັກຮຽນ ແລະ ຄູພາລະເປັນເປົ້າຫມາຍຫລັກຂອງໂຄງການດັ່ງກ່າວ.
ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ(Fatimata Sow Sidibe) ຫົວຫນ້າ ໂຄງການກິລາບານເຕະໃນໂຮງຮຽນ ໄດ້ກ່າວວ່າ ຮູ້ສຶກເປັນກຽດທີ່ໄດ້ມາປະເທດລາວແລະໄດ້ເຂົ້າຮ່ວມຝຶກອົບຮົມກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ເຊິ່ງໂຄງການດັ່ງກ່າວໄດ້ຈັດຂຶ້ນໃນຫລາຍປະເທດ.ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ ກ່າວຢໍ້າຕື່ມວ່າ ໂຄງການນີ້ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ, ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ.ຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາ ໂຮງຮຽນຂອງຕົນເອງ ໄປສິດສອນບານເຕະໃຫ້ ກັບບັນດາເຍົາວະຊົນແລະສະແດງຄວາມຊົມເຊີມມາຍັງ ສຕລ ທີ່ສາມາດສ້າງແຜນຍຸດທະສາດພັດທະນາກິລາບານເຕະຍິງ ແລະ ຈັດການແຂ່ງຂັນລາວລີກຍິງ ເປັນຄັັ້ງທໍາອິດ.
ການຝຶກອົບຮົມດັ່ງກ່າວແມ່ນຈະດຳເນີນໄປເປັນເວລາ 2 ມື້ນັບຕັ້ງແຕ່ວັນທີ 28 – 29 ພະຈິກ 2023 ເຊິ່ງລວມມີພາກທິດສະດີ ແລະພາກປະຕິບັດຕົວຈິງຢູ່ທີ່ສະຫນາມ, ແລະ ຈະໄດ້ເປີດພີທີໂຄງການ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023.
ສຳລັບໂຄງການດັ່ງກ່າວຖືວ່າເປັນໂຄງການໄລຍະຍາວ ແລະເປັນໂຄງການຮ່ວມມືລະຫວ່າງ ສະຫະພັນບານເຕະນາໆຊາດ(FIFA)ກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ເພື່ອພັດທະນາບານເຕະລະດັບເຍົາວະຊົນຂອງສປປລາວ.



ການຝຶກແອບກິລາບານເຕະເຍົາວະຊົນ ສູນພັດທະນາກິລາບານເຕະ ຈຳປີ-ຈຳປາ CHAMPI-CHAMPA FOOTBALL TRAINING CENTER ທີ່ສະໜາມສູນຝຶກ ຫ້ວຍຫົງ ໃນວັນອາທິດ 26/11/2023
ການຝຶກແອບກິລາບານເຕະເຍົາວະຊົນ ສູນພັດທະນາກິລາບານເຕະ ຈຳປີ-ຈຳປາ CHAMPI-CHAMPA FOOTBALL TRAINING CENTER ທີ່ສະໜາມສູນຝຶກ ຫ້ວຍຫົງ ໃນວັນອາທິດ 26/11/2023