ສຕຂ ຈໍາປາສັກ

ສຕຂ ຈໍາປາສັກ

ທີ່ຕັ້ງສະໂມສອນ:

ແຂວງ ຈໍາປາສັກ

ຜູ້ຈັດການ:

ທ່ານ ສຸລິທັດ ຄຳມຸງຄຸນ

ຂ່າວສານກ່ຽວກັບ ສຕຂ ຈໍາປາສັກ

News Cover

ປິ່ນແກ້ວກຽມຄວ້າແຊ້ມການແຂ່ງຂັນລາວໂຕໂຢຕ້າພາກໃຕ້ຈໍາປາສັກ ລາວລີກ 2ປະຈໍາປີ 2024

25/07/2024

                ການແຂ່ງຂັນກິລາບານເຕະລາວ ໂຕໂຢຕ້າພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2024ທີ່ດຳເນີນມາແຕ່ວັນທີ 18 ພຶດສະພາ 2024ແລະສືບຕໍ່ແຂ່ງຂັນອາທິດນີ້ ເປັນອາທິດ ສຸດທ້າຍ.,ແຕ່ຜົນຂອງການແຂ່ງຂັນໃນ9ນັດຜ່ານມາເຫັນວ່າສະໂມສອນປິ່ນແກ້ວມີ25ຄະແນນເປັນອັນດັບ1ຖີ້ມຫ່າງສະໂມສອນທະຫານແຂວງຈຳປາສັກເຖິງ7ຄະແນນທີ່ເປັນອັນດັບ2ທີ່ມີພຽງ18ຄະແນນ.ນີ້ກໍຢັ້ງຢືນໄດ້ວ່າການແຂ່ງຂັນເຖິງຈະຍັງສຶບຕໍ່,ແຕ່ປິ່ນແກ້ວສາມາດຄວ້າແຊ້ມໃນລາຍ ການນີ້ໄດ້ຢ່າງແນ່ນອນ.

                ການແຂ່ງຂັນຄັ້ງນີ້ມີ 6 ສະໂມສອນເຂົ້າຮ່ວມຄື:ສະໂມສອນກິລາບານເຕະທະຫານແຂວງຈໍາປາສັກ(ແຊ້ມເກົ່າ), ສະໂມສອນກິລາບານເຕະລະບຽງພຸ(ຮອງແຊ້ມ), ສະໂມສອນກິລາບານເຕະ ປ.ກ.ສ ແຂວງຈໍາປາສັກ, ສະໂມສອນກິລາບານເຕະສີລາເພັດ, ສະໂມສອນກິລາບານເຕະປິ່ນແກ້ວ 2010 ແລະ ສະໂມສອນກິລາບານເຕະບຸ່ງອຸດົມ.

                ຄະນະຮັບຜິດຊອບຈັດການແຂ່ງຂັນລາຍງານໃຫ້ຮູ້ວ່າ:ຈຸດປະສົງຂອງການຈັດການແຂ່ງຂັນຄັ້ງນີ້ກໍ່ເພື່ອປະຕິບັດຕາມແຜນການເຄື່ອນໄຫວຂອງສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024,ທັງເປັນການສ້າງຂະບວນການຕ້ອນ ຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະຕ້ອນຮັບກອງປະຊຸມສາມຂັ້ນຂອງແຂວງຈໍາປາສັກ ໃຫ້ມີບັນ ຍາກາດ ແລະ ຂະບວນການຟົດຟື້ນ ແລະເພື່ອເປັນການຄັດເລືອກໃຫ້ໄດ້ນັກກິລາທີ່ມີຄວາມສາມາດ ເຂົ້າຮັບໃຊ້ແຂວງ ແລະ ທິມຊາດລາວ.ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ບັນດາສະໂມສອນຕະຫຼອດຄະນະຈັດການແຂ່ງຂັນຈົ່ງພ້ອມກັນເອົາໃຈໃສ່ ແລະ ເຮັດສໍາເລັດໜ້າທີ່ຄວາມຮັບຜິດຊອບ,ໂດຍສະເພາະນັກກິລາ ຈົ່ງພ້ອມກັນຕັ້ງໜ້າ ແລະ ເອົາໃຈໃສ່ ຝຶກແອັບຕົນເອງ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດໃນການເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວສາມາດຕໍ່ຍອດ ນໍາພາຕົນເອງກ້າວໄປສູ່ການເປັນນັກກິລາອາຊີບ ແລະ ຮັບໃຊ້ຊາດ.

               ຕາຕະລາງ ຄະແນນໃນປັດຈຸບັນ ອັນດັບ 1 ປິ່ນແກ້ວ ລົງສະຫນາມ 9 ນັດ ຊະນະ 8 ນັດ ສະເຫມີ 1 ມີ 25 ຄະແນນ, ອັນດັບ 2 ທະຫານແຂວງຈຳປາສັກ ລົງສະຫນາມ 9 ນັດ ຊະນະ 6 ນັດ ເສຍ 3 ນັດ ມີ 18 ຄະແນນ, ອັນດັບ 3 ລະບຽງພູ ລົງສະຫນາມ 9 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 16 ຄະແນນ, ອັນດັບ 4 ປກສແຂວງຈຳປາສັກ ລົງສະຫນາມ 9 ນັດ ຊະນະ 4 ນັດ ເສຍ 5 ນັດ ມີ 12 ຄະແນນ, ອັນດັບ 5 ບຸ່ງອຸດົມ ລົງສະຫນາມ 9 ນັດ ຊະນະ 3 ນັດ ເສຍ 6 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ສີລາເພັດ ລົງສະຫນາມ 9 ນັດ ເສຍ 9 ນັດ ມີ 0 ຄະແນນ ຂະນະທີ່ ຜູ້ຍິງປະຕູສູງສຸດ ອັນດັບ 1 ມັງກອນ ວົງສະຫວັດ ຈາກ ທະຫານແຂວງຈຳປາສັກ ຍິງໄດ້ 11 ປະຕູ ແລະ ອັນດັບ 2 ສຸກຈິນດາ ນັດຜາສຸກ ຈາກ ປກສແຂວງຈຳປາສັກ ຍິງໄດ້ 9 ປະຕູ.

                  ຕາຕະລາງການແຂ່ງຂັນນັດສຸດທ້າຍ ວັນເສົາ 27 ກໍລະກົດ 2024 ເວລາ 13:30 ປິ່ນແກ້ວ ພົບ ປກສ ແຂວງ, ເວລາ 15:30 ລະບຽງພູ ພົບ ສີລາເພັດ ແລະ ເວລາ 17:30 ບຸ່ງອຸດົມ ພົບ ທະຫານແຂວງວຽງຈັນ ແຂ່ງຂັນຢູ່ທີ່ສະ ຫນາມກິລາຫຼັກ 2 ແຂວງຈຳປາສັກ ພາຍຫຼັງຈົບການແຂ່ງຂັນຄູ່ສຸດທາຍຈະມີພີທີມອບລາງວັນປະເພດຕ່າງໆຢ່າງເປັນທາງການ.


News Cover

ເລີ່ມແລ້ວການແຂ່ງຂັນລາວໂຕໂຢຕ້າ ພາກໃຕ້ ຈໍາປາສັກລີກ2ປະຈໍາປີ 2024

27/05/2024

         ການແຂ່ງຂັນກິລາບານເຕະ ລາວ ໂຕໂຢຕ້າພາກໃຕ້ ຈໍາປາສັກ ລີກ 2 ປະຈໍາປີ 2024 ເປີດຂື້ນຢ່າງເປັນທາງການເມື່ອບໍ່ດົນມານີ້,ທີ່ສະໜາມກິລາແຂວງຈໍາປາສັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ທັງເປັນຄະນະບໍລິຫານງານສະຫະພັນກິລາບານເຕະແຫ່ງຊາດລາວ.

          ໃນພິທີ, ທ່ານ ວິໄລວັນ ແກ້ວເຮືອງສີ ຄະນະບໍລີຫານງານສະຫະພັນກິລາບານເຕະແຂວງຈໍາປາສັກ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ, ການກະກຽມ ແລະ ການດຳເນີນການແຂ່ງຂັນ ເຊິ່ງປະກອບມີ 6 ສະໂມສອນເຂົ້າຮ່ວມການແຂ່ງຂັນຄື: ສະໂມສອນກິລາບານເຕະທະຫານແຂວງຈໍາປາສັກ(ແຊັ້ມເກົ່າ), ສະໂມສອນກິລາບານເຕະລະບຽງພຸ(ຮອງແຊັ້ມ), ສະໂມສອນກິລາບານເຕະ ປ.ກ.ສ ແຂວງຈໍາປາສັກ, ສະໂມສອນກິລາບານເຕະສີລາເພັດ, ສະໂມສອນກິລາບານເຕະປິນແກ້ວ 2010ແລະ ສະໂມສອນກິລາບານເຕະບຸ່ງອຸດົມ. ຈາກນັ້ນ, ທ່ານແກ້ວລັດຕະນະ ສີຫາວົງ ປະທານຈັດການແຂ່ງຂັນ ໄດ້ມີຄໍາເຫັນໂອ້ລົມ ກ່າວເປີດການແຂ່ງກິລາບານເຕະລາວ ໂຕໂຢຕ້າ ພາກໃຕ້ ຈໍາປາສັກ ລີກ 2 ປະຈໍາປີ 2024 ຢ່າງເປັນທາງການ,ເຊິ່ງທ່ານໄດ້ຍົກໃຫ້ເຫັນຈຸດປະສົງຂອງການຈັດການແຂ່ງຂັນຄັ້ງນີ້ກໍ່ເພື່ອປະຕິບັດຕາມແຜນການເຄື່ອນໄຫວ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024 , ທັງເປັນການສ້າງຂະບວນການຕ້ອງຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະເພື່ອເປັນການຕ້ອນຮັບກອງປະ ຊຸມສາມຂັ້ນຂອງແຂວງຈໍາປາສັກ ໃຫ້ມີບັນຍາກາດ ແລະ ຂະບວນການຟົດຟື້ນ ແລະເພື່ອເປັນການຄັດເລືອກໃຫ້ໄດ້ນັກກິລາທີ່ມີຄວາມສາມາດ ເຂົ້າຮັບໃຊ້ແຂວງ ແລະ ທິມຊາດລາວ.ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ບັນດາສະໂມສອນຕະຫຼອດຄະນະຈັດການແຂ່ງຂັນຈົ່ງພ້ອມກັນເອົາໃຈໃສ່ ແລະ ເຮັດສໍາເລັດໜ້າທີ່ຄວາມຮັບຜິດຊອບ,ໂດຍສະເພາະນັກກິລາ ຈົ່ງພ້ອມກັນຕັ້ງ ແລະ ເອົາໃຈໃສ່ ຝຶກແອັບຕົນເອງ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດໃນການເຂົ້າຮ່ວມການແຂ່ງຂັນລາຍການດັ່ງ ກວ່າສາມາດຕໍ່ຍອດ ນໍາພາຕົນກ້າວໄປສູ່ການເປັນນັກກິລາອາຊີບ ແລະ ຮັບໃຊ້ຊາດ.

           ເຂົ້າຮ່ວມໃນພິທີນີ້ຍັງມີບັນດາທ່ານຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະນະບໍລິຫານງານສະຫະພັນກິລາບານເຕະແຂວງຈໍາປາສັກ,ຜູ້ຕາງໜ້າບັນດາສະໂມສອນກິລາບານເຕະທີ່ເຂົ້າຮ່ວມການແຂ່ງຂັນ, ຄະນະຈັດການແຂ່ງຂັນ, ນັກກິລາ ແລະແຟນບານເຂົ້າຮ່ວມຢ່າງພ້ອມພຽງ.


News Cover

ລາວລີກ 2 ແຂວງຈຳປາສັກ ເລີ້ມແຂ່ງຂັນວັນທີ 18 ພຶດສະພາ 2024

18/05/2024

ລາວລີກ 2 ແຂວງຈຳປາສັກ ມີ 6 ສະໂມສອນເຂົ້າຮ່ວມການແຂ່ງຂັນຄື:

1. ສະໂມສອນບານເຕະ ທະຫານແຂວງຈຳປາສັກ(ເເຊັ້ມເກົ່າ 2023).

2. ສະໂມສອນບານເຕະ ລະບຽງພູ (ຮອງເເຊັ້ມເກົ່າ2023).

3. ສະໂມສອນບານເຕະ ປ.ກ.ສ ແຂວງຈຳປາສັກ.

4. ສະໂມສອນບານເຕະ ສີລາເພັດ.

5. ສະໂມສອນບານເຕະ ບຸ່ງອຸດົມ.

6. ສະໂມສອນບານເຕະ ປິ່ນແກ້ວ

ໂດຍຈະເລີ້ມແຂ່ງຂັນວັນທີ 18 ພຶດສະພາ 2024 ເປັນຕົ້ນໄປ ແຂ່ງຂັນທຸກໆ ວັນເສົາ ແລະ ວັນອາທິດ ຢູ່ທີ່ສະຫນາມກິລາຫຼັກ 2 ແຂວງຈຳປາສັກ

ຕາຕະລາງ ການແຂ່ງຂັນອາທິດທີ 1

ວັນເສົາ 18 ພຶດສະພາ 2024

ເວລາ 15:30 ສະໂມສອນບານເຕະ ປິນເເກ້ວ F.C ພົບ ສະໂມສອນບານເຕະ ບຸ່ງອຸດົມ F.C

ວັນອາທິດ 19 ພຶດສະພາ 2024

ເວລາ 13:30 ສະໂມສອນບານເຕະທະຫານແຂວງຈຳປາສັກ F.C ພົບ ສະໂມສອນບານເຕະລະບຽງພູ

ເວລາ 15:30 ສະໂມສອນບານເຕະ ປ.ກ.ສ ແຂວງຈຳປາສັກ F.C ພົບ ສະໂມສອນບານເຕະ ສີລີເພັດ F.C

ສາມາດຕິດຕາມຊົມ ແລະ ເຊຍ ທີມທີ່ຕົນເອງມັກໄດ້ແຂ່ງຂັນຢູ່ທີ່ສະຫນາມກິລາຫຼັກ 2 ແຂວງຈຳປາສັກ ເຂົ້າຊົມຟຣີ ຫລື ຮັບຊົມການຖ່າຍທອດສົດໄດ້ທີ່ເພສ F.C.Champasak

News Cover

ທິມໃດຈະເປັນແຊັມລາວລີກ 2ແຂວງຈຳປາສັກລະຫວ່າງ ທິມລະບຽງພູ,ທະຫານແຂວງແລະບາຈຽງໃນໂຄ້ງສຸດທ້າຍ

05/07/2023

ການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ແມ່ນໄດ້ດຳເນີນມາແຕ່ວັນທີ 8ເມສາ 2023 ເປັນຕົ້ນມາ,ແຂ່ງຂັນໄດ້ 11 ອາທິດ ຍັງອີກ 3 ນັດ ກໍຈະຈົບການແຂ່ງຂັນ ໂດຍມີ 3 ທີມທີ່ມີໂອກາດຈະໄດ້ຊະນະເລີດ(ແຊັມ)ໃນການແຂ່ງຂັນຄັ້ງນີ້ປະກອບມີ: ອັນດັບ 1 ລະບຽງພູ ລົງສະຫນາມ 11 ນັດ ຊະນະ 8 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 25 ຄະແນນ, ອັນດັບ 2 ທະຫານແຂວງ ລົງສະຫນາມ 11 ນັດ ຊະນະ 7 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 24 ຄະແນນ, ອັນດັບ 3 ບາຈຽງ ລົງສະຫນາມ 11 ນັດ ຊະນະ 6 ນັດ ສະເຫມີ 2 ນັດ ເສຍ 3 ນັດ ມີ 20 ຄະແນນ.
ສຳລັບຕາຕະລາງ ການແຂ່ງຂັນ 3 ນັດສຸດທ້າຍ ຂອງລະບຽງພູ ວັນທີ 09 / 07 / 2023 ເວລາ 15:30 ລະບຽງພູ ພົບ ທະຫານແຂວງ, ວັນທີ 15/07/2023 ເວລາ 13:30 ຫົວແຊ ພົບ ລະບຽງພູ, ນັດສຸດທ້າຍ ວັນທີ 22/07/2023 ລະບຽນພຸ ພົບ ສີອຳພອນ. ສ່ວນທີມອັນດັບ 2 ທະຫານແຂວງ ວັນທີ 09/07/2023 ເວລາ 15:30 ລະບຽງພູ ພົບ ທະຫານແຂວງ, ວັນທີ 16/07/2023 ເວລາ 15:30 ທະຫານແຂວງ ພົບ ນໍ້າດື່ມນາດາ, ນັດສຸດທ້າຍ ວັນທີ 22/07/2023 ເວລາ 13:30 ບາຈຽງ ພົບ ທະຫານແຂວງ ແລະ ທີມອັນດັບ 3 ບາຈຽງ ວັນທີ 08/07/2023 ເວລາ 13:30 ຫົວແຊ ພົບ ບາຈຽງ, ວັນທີ 15/07/2023 ເວລາ ສີລາເພັດ ພົບ ບາຈຽງ ແລະ ນັດສຸດທ້າຍ ວັນທີ 22/07/2023 ເວລາ 15:30 ບາຈຽງ ພົບ ທະຫານແຂວງ.
ເຊີນທ່ານຜູ້ຊົມມາເຊຍນຳກັນວ່າທີມໃດຈະເປັນແຊ້ມການແຂ່ງຂັນບານເຕະລາວລີກ 2 ແຂວງຈຳປາສັກ ແຟນບານສາມາດຕິດຕາມຊົມແລະໃຫ້ກຳລັງໃຈທີມທີ່ຕົນເອງມັກ,ເຊິ່ງການແຂ່ງຂັນຈັດຢູ່ສະຫນາມກິລາແຂວງຈຳປາສັກ
Champasak League 2
#LaoFootballFederation
#Laoleague2
#ChampasakProvince