ປິ່ນແກ້ວກຽມຄວ້າແຊ້ມການແຂ່ງຂັນລາວໂຕໂຢຕ້າພາກໃຕ້ຈໍາປາສັກ ລາວລີກ 2ປະຈໍາປີ 2024

25/07/2024

                ການແຂ່ງຂັນກິລາບານເຕະລາວ ໂຕໂຢຕ້າພາກໃຕ້ ຈໍາປາສັກ ລາວລີກ 2 ປະຈໍາປີ 2024ທີ່ດຳເນີນມາແຕ່ວັນທີ 18 ພຶດສະພາ 2024ແລະສືບຕໍ່ແຂ່ງຂັນອາທິດນີ້ ເປັນອາທິດ ສຸດທ້າຍ.,ແຕ່ຜົນຂອງການແຂ່ງຂັນໃນ9ນັດຜ່ານມາເຫັນວ່າສະໂມສອນປິ່ນແກ້ວມີ25ຄະແນນເປັນອັນດັບ1ຖີ້ມຫ່າງສະໂມສອນທະຫານແຂວງຈຳປາສັກເຖິງ7ຄະແນນທີ່ເປັນອັນດັບ2ທີ່ມີພຽງ18ຄະແນນ.ນີ້ກໍຢັ້ງຢືນໄດ້ວ່າການແຂ່ງຂັນເຖິງຈະຍັງສຶບຕໍ່,ແຕ່ປິ່ນແກ້ວສາມາດຄວ້າແຊ້ມໃນລາຍ ການນີ້ໄດ້ຢ່າງແນ່ນອນ.

                ການແຂ່ງຂັນຄັ້ງນີ້ມີ 6 ສະໂມສອນເຂົ້າຮ່ວມຄື:ສະໂມສອນກິລາບານເຕະທະຫານແຂວງຈໍາປາສັກ(ແຊ້ມເກົ່າ), ສະໂມສອນກິລາບານເຕະລະບຽງພຸ(ຮອງແຊ້ມ), ສະໂມສອນກິລາບານເຕະ ປ.ກ.ສ ແຂວງຈໍາປາສັກ, ສະໂມສອນກິລາບານເຕະສີລາເພັດ, ສະໂມສອນກິລາບານເຕະປິ່ນແກ້ວ 2010 ແລະ ສະໂມສອນກິລາບານເຕະບຸ່ງອຸດົມ.

                ຄະນະຮັບຜິດຊອບຈັດການແຂ່ງຂັນລາຍງານໃຫ້ຮູ້ວ່າ:ຈຸດປະສົງຂອງການຈັດການແຂ່ງຂັນຄັ້ງນີ້ກໍ່ເພື່ອປະຕິບັດຕາມແຜນການເຄື່ອນໄຫວຂອງສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2024,ທັງເປັນການສ້າງຂະບວນການຕ້ອນ ຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະຕ້ອນຮັບກອງປະຊຸມສາມຂັ້ນຂອງແຂວງຈໍາປາສັກ ໃຫ້ມີບັນ ຍາກາດ ແລະ ຂະບວນການຟົດຟື້ນ ແລະເພື່ອເປັນການຄັດເລືອກໃຫ້ໄດ້ນັກກິລາທີ່ມີຄວາມສາມາດ ເຂົ້າຮັບໃຊ້ແຂວງ ແລະ ທິມຊາດລາວ.ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ບັນດາສະໂມສອນຕະຫຼອດຄະນະຈັດການແຂ່ງຂັນຈົ່ງພ້ອມກັນເອົາໃຈໃສ່ ແລະ ເຮັດສໍາເລັດໜ້າທີ່ຄວາມຮັບຜິດຊອບ,ໂດຍສະເພາະນັກກິລາ ຈົ່ງພ້ອມກັນຕັ້ງໜ້າ ແລະ ເອົາໃຈໃສ່ ຝຶກແອັບຕົນເອງ ເພື່ອສະແດງໃຫ້ເຫັນເຖິງຄວາມສາມາດໃນການເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວສາມາດຕໍ່ຍອດ ນໍາພາຕົນເອງກ້າວໄປສູ່ການເປັນນັກກິລາອາຊີບ ແລະ ຮັບໃຊ້ຊາດ.

               ຕາຕະລາງ ຄະແນນໃນປັດຈຸບັນ ອັນດັບ 1 ປິ່ນແກ້ວ ລົງສະຫນາມ 9 ນັດ ຊະນະ 8 ນັດ ສະເຫມີ 1 ມີ 25 ຄະແນນ, ອັນດັບ 2 ທະຫານແຂວງຈຳປາສັກ ລົງສະຫນາມ 9 ນັດ ຊະນະ 6 ນັດ ເສຍ 3 ນັດ ມີ 18 ຄະແນນ, ອັນດັບ 3 ລະບຽງພູ ລົງສະຫນາມ 9 ນັດ ຊະນະ 5 ນັດ ສະເຫມີ 1 ນັດ ເສຍ 3 ນັດ ມີ 16 ຄະແນນ, ອັນດັບ 4 ປກສແຂວງຈຳປາສັກ ລົງສະຫນາມ 9 ນັດ ຊະນະ 4 ນັດ ເສຍ 5 ນັດ ມີ 12 ຄະແນນ, ອັນດັບ 5 ບຸ່ງອຸດົມ ລົງສະຫນາມ 9 ນັດ ຊະນະ 3 ນັດ ເສຍ 6 ນັດ ມີ 9 ຄະແນນ ແລະ ອັນດັບສຸດທ້າຍ ສີລາເພັດ ລົງສະຫນາມ 9 ນັດ ເສຍ 9 ນັດ ມີ 0 ຄະແນນ ຂະນະທີ່ ຜູ້ຍິງປະຕູສູງສຸດ ອັນດັບ 1 ມັງກອນ ວົງສະຫວັດ ຈາກ ທະຫານແຂວງຈຳປາສັກ ຍິງໄດ້ 11 ປະຕູ ແລະ ອັນດັບ 2 ສຸກຈິນດາ ນັດຜາສຸກ ຈາກ ປກສແຂວງຈຳປາສັກ ຍິງໄດ້ 9 ປະຕູ.

                  ຕາຕະລາງການແຂ່ງຂັນນັດສຸດທ້າຍ ວັນເສົາ 27 ກໍລະກົດ 2024 ເວລາ 13:30 ປິ່ນແກ້ວ ພົບ ປກສ ແຂວງ, ເວລາ 15:30 ລະບຽງພູ ພົບ ສີລາເພັດ ແລະ ເວລາ 17:30 ບຸ່ງອຸດົມ ພົບ ທະຫານແຂວງວຽງຈັນ ແຂ່ງຂັນຢູ່ທີ່ສະ ຫນາມກິລາຫຼັກ 2 ແຂວງຈຳປາສັກ ພາຍຫຼັງຈົບການແຂ່ງຂັນຄູ່ສຸດທາຍຈະມີພີທີມອບລາງວັນປະເພດຕ່າງໆຢ່າງເປັນທາງການ.