ທີມຊາດຊາຍ U-23
News Cover

ປະກາດລາຍຊື່ນັກກິລາ ຄັດເລືອກ ທີມຊາດລາວU23 ກະກຽມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນU23ປະຈຳປີ 2023

10/07/2023
ທ່ານ ອາເຣນ່າ ກູເລຍໂມ່ (ARENA GUGLIERMO)ຄູຝຶກທີມຊາດລາວຮຸ່ນອາຍຸບໍ່ເກີນ23ປີ ຫຼື U23 ໄດ້ຮວ່ມກັບ ຄະນະນຳສະຫະພັນບານເຕະແຫ່ງຊາດລາວແລະ ຄະນະຄູຝຶກຄັດເລືອກນັກກິລາຈຳນວນ34ຄົນເຂົ້າສູນຝຶກຊ້ອມ ທີມຊາດລາວU23 ກະກຽມເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023.
ລາຍຊື່ນັກກິລາ 34 ຄົນທີ່ເຂົ້າຮ່ວມ ຄັດເລືອກທີມຊາດລາວU23ຄັ້ງນີ້ປະກອບມີ:
+ ຜູ້ຮັກສາປະຕູ
1. ອານຸລັກ ວິລະຜົນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
2. ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
3. ຊະນະໄຊ ສອນທະວົງ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
4. ສໍລະສັກ ທິລະວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
+ ກອງຫຼັງ
5. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ
6. ພົນສັກ ສີສະຫວາດ ຈາກ ສະໂມສອນກິລາບານເຕະ ເອສະຣາ
7. ສອນສະນິດ ພົມມະຈັນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
8. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
9. ທິລະພົນ ປະຖຳມະວົງ ຈາກ ສະໂມສອນກິລາບານເຕະ ນ້ຳທາ
10. ອາລິຍາກອນ ຟອງສະຫວັນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
11. ຄຳສະຫງ່າ ພິມມະສອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
12. ອານຸລັກ ວັນນະລາດ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )
13. ອິນທະວົງ ຫຼວງສະລາດ ຈາກ ສະໂມສອນກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )
14. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
15. ຈິດຕະກອນ ວັນນະຈອນ ຈາກ ສະໂມສອນກິລາບານເຕະ ຫລວງພະບາງ
16. ວິກຕໍ ໄຊຊະນະ ໂຍວິນາສັກ ຈາກ ສະໂມສອນກິລາບານເຕະ SCSELONGEY ( ລີກ 3 ປະເທດຝຣັ່ງ )
+ ກອງກາງ
17. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ເອສະຣາ
18. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ເອສະຣາ
19. ອານຸສອນ ໄຊປັນຍາ ຈາກ ສະໂມສອນກິລາບານເຕະ ເອສະຣາ
20. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນກິລາບານເຕະ Oberachern ( ປະເທດເຢຍລະມັນ )
21. ຈັນທະວີພອນ ພູມສະຫວັນ ຈາກ ສະໂມສອນກິລາບານເຕະ ນ້ຳທາ
22. ອານຸລັກ ໄຊຍະລາດ ຈາກ ສະໂມສອນກິລາບານເຕະ ນ້ຳທາ
23. ສູນທອນຄຸດ ພັນທະວົງໄຊ ຈາກ ສະໂມສອນກິລາບານເຕະ ຈັນທະບູລີ ( ລີກ 2 ນະຄອນຫຼວງ )
24. ໄຊຊະນະ ຈິດວິລະພົນ ສະໂມສອນ ມາສເຕີ ເຊເວັນ
+ ກອງຫນ້າ
25. ພຸດທະຈັກ ວົງສິຣິ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
26. ນິກໂກ້ ອານຸສອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
27. ພົມມາ ໂຄດພູທອນ ຈາກ ສະໂມສອນກິລາບານເຕະ ເອັສທີທີ ( ລີກ 2 ນະຄອນຫຼວງ )
28. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ
29. ອາທິດ ຫຼວງລາດ ຈາກ ສະໂມສອນກິລາບານເຕະ ເອສະຣາ
30. ຍອດຊາຍ ສາຍອໍາພອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
31. ກົງຢ່າງ ໄຟດ່າງຢ່າງຈົງຕົວ ຈາກ ສະໂມສອນກິລາບານເຕະ ກອງທັບ
32. ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ
33. ທິບພະຈັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ເມືອງຫາດ ( ລີກ 2 ນະຄອນຫຼວງ )
34. ສຸພັນ ຄຳໃບອ່ອນ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
ສຳລັບ ທີມຊາດລາວ U23 ແມ່ນຈະເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 10 ກໍລະກົດ 2023 ເປັນຕົ້ນໄປ.
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:
- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.
- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.
ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.
ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.
News Cover

ອາເຣນ່າ ກູເລຍໂມ່ ໄດ້ຮັບການແຕ່ງຕັ້ງເປັນຄູຝຶກທີມຊາດລາວ

08/06/2023

ທ່ານ ອາ​ເຣ​ນ່າ ກູ​ເລຍ​ໂມ່ ມີ​ໃບ​ປະ​ກາດ UEFA Pro License ແລະ ມີຜົນງານການຄຸມທີມໃນ​ລີກຫລາຍປະ​ເທດ​ຄື:ລີກໃນປະ​ເທດ​ບູ​ກີ​ນາ​ຟາ​ໂຊ,​ເບ​ນິນ,ສິງ​ກະ​ໂປ,ໂອ​ມານ,​ອາ​ນ​ຈີ​ເຣຍ,ສະ​ຫະ​ລັດ​ອາ​ຣັບ ອີ​ມີ​ເຣດ,ມາ​ຣົກ, ເປັນ​ຜູ້​ຊ່ວຍຄູ​ຝຶກPhilippe Troussier ໃນ ສະ​ໂມ​ສອນ ​ HangzhouGreentown ​ໃນ​ລີກ ສ​ປ. ຈີນ.

ໃນ​ໂອ​ກາດ​ດັ່ງ​ກ່າວທ່ານ ອາ​ເຣ​ນ່າ ກູ​ເລຍ​ໂມ່ ໄດ້​ສະ​ແດ​ງ​ຄວາມດີໃຈທີ່ໄດ້ມາມີສວ່ນຮວ່ມໃນການພັດທະນາກິລາບານເຕະທິມຊາດລາວແລະ ຈະ​ເຮັດ​ຜົນ​ງານ​ໃຫ້​ດີ​ທີ່​ສຸດ ພ້ອມຈະຮວ່ມມືກັບສຕລ,ຄະນະທິມງານຄູຝືກແລະ ນັກກິລາທິມຊາດລາວສ້າງຜົນງານໃຫ້ໄດ້ດີທີ່ສຸດ.

ສຳ​ລັບ ອາ​ເຣ​ນ່າກູ​ເລຍ​ໂມ່ ຈະ​ນຳ​ພາ ທີມ​ຊາດ​ລາວU23 ເຂົ້າ​ຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ໂດຍທີມຊາດລາວ ຢູ່ກຸ່ມຊີ ຮ່ວມກັບ ຟີລິບປິນ, ຫວຽດນາມ ແລະ ການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ລະຫວ່າງວັນທີ 06-12 ກັນຍາ 2023 ເຊິ່ງ ທີມຊາດລາວ ຢູ່ກຸ່ມ I ຮ່ວມກັບ ອົສະຕຣາລີ, ທາຈີກິສຖານ ແລະ ສປປເກົາຫລີ.

News Cover

ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ກຸ່ມ I ການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024

25/05/2023
ວັນທີ 25 ພຶດສະພາ 2023 ຢູທີ່ປະເທດມາເລເຊຍ, ສະຫະພັນບານເຕະອາຊີ ຫລື AFC ໄດ້ມີພິທີຈັບສະຫລາກ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ຮອບຄັດເລືອກ 2024 AFC U23 Asian Cup Qatar 2024 Qualifiers ໂດຍມີ 43 ທີມເຂົ້າຮວ່ມແລະແບ່ງອອກເປັນ 11 ກຸ່ມ.
ຜົນການຈັບສະຫລາກ ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ: ອົສຕຣາລີ, ທາຈີກິສຖານ ( ເຈົ້າພາບ ), ສປປລາວ ແລະ ສປປ ເກົາຫລີ.ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.
ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

News Cover

ປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 22 ປີ 25 ຄົນ ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ

11/04/2023

ທີມຊາດລາວ ຊຸດຊີເກມ ພາຍໃຕ້ການຄຸມທີມ ຂອງ ທ່ານ ໄມເຄີນ ໄວ໌ສ ໄດ້ປະກາດລາຍຊື່ນັກກີລາ ນັກກິລາ 25 ຄົນ ຝຶກຊ້ອມຢູ່ທີ່ປະເທດ ຊາອຸດິ ອາຣັບເບຍ ໃນລະຫວ່າງວັນທີ 11-25 ເມສາ 2023 ເພື່ອກຽມຄວາມພ້ອມ ເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32  ຢູ່ທີ່ ປະເທດ ກຳປູເຈຍ.

ສຳລັບລາຍຊື່ນັກກິລາ 25 ຄົນມີດັ່ງນີ້:

ຜູ້ຮັກປະຕູ 

- ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

- ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ

- ສໍລະສັກ ທິລາວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ

ກອງຫລັງ 

- ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ)

- ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ JA DRANCY ( National 3 Level V )

- ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ

- ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ

- ອີນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ

- ເພັດດາວັນ ສົມສະນິດ ຈາກ ສະໂມສອນ Master7

- ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ

- ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ

- ພຸດທະລັກ ທອງສະນິດ  ຈາກ ສະໂມສອນ ເອສະຣາ

- ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ 

ກອງກາງ 

- ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ4 ຂອງເຢຍລະມັນ)

- ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ

- ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ

- ດາໝົດ ທອງຄຳສະຫວັດ ຈາກ ສະໂມສອນ ເອສະຣາ

- ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ

- ສອນໄຊ ພັນທະໄຊ ຈາກ ສະໂມສອນ Master7

- ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ

ກອງຫນ້າ 

- ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ

- ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ Master7

- ອາທິດ ຫລວງລາດ ຈາກ ສະໂມສອນ ເອສະຣາ

- ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ

- ທະນົງໄຊ ຣາມາງກຸນ ຈາກ ສະໂມສອນ ນ້ຳທາ

ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ .

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 30/04/2023 ເວລາ  19:00 ຫວຽດນາມ ພົບ ລາວ 

- ວັນທີ 03/05/2023 ເວລາ 19:00  ມາເລເຊຍ ພົບ ລາວ 

- ວັນທີ 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ 

- ວັນທີ 08/05/2023 ເວລາ 16:00 ລາວ ພົບ ໄທ

ທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ Prince Stadium