ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ຮັບຟັງການເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ

09/08/2023

ຕອນເຊົ້າ ວັນທີ 08 ສິງ​ຫາ 2023 ຢູ່​ທີ່​ຫ້ອງ​ປ​ະ​ຊຸມ ສູນຝຶກ ສະຫນາມກິລາແຫ່ງຊາດຫຼັກ 16 ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ໄດ້ຮັບຟັງການເຜີຍແຜ່ກ່ຽວ​ການ​ສະ​ກັດ​ກັ້ນ​ການ​ລົ້ມ​ບານ ໂດຍ​ແມ່ນ ທ່ານ ພອ​ນ​ສະ​ຫວັນ ເພັດ​ສາຍ​ຊຳ ໜ່ວຍງານການຕໍ່ຕ້ານການລົ້ມບານ ເປັນ​ຜູ້​ບັນ​ລະ​ຍາຍ.

​ຈຸດ​ປະ​ສົງ​ໃນ​ການເຜີຍແຜ່ກ່ຽວ​ການ​ສະ​ກັດ​ກັ້ນ​ການ​ລົ້ມ​ ກໍ​ເພື່ອ​ໃຫ້​ບັນ​ດາ ຄະ​ນະຄູ​ຝຶກ ແລະ ນັກ​ກິ​ລາ ໄດ້​ຮັບ​ຮູ້ເຂົ້າ​ໃຈ​ເລກ​ເຊິ່ງ ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ການລ໋ອກ​ຜົນ​ການ​ແຂ່ງ​ຂັນ, ພຶດຕິກຳ ທີ່ຖືວ່າເປັນການລັອກຜົນການແຂ່ງຂັນ. ສຳ​ລັບການລົ້ກິລາຕາມທີ່ໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍ ກິລາ ແລະ ກາຍຍະກໍາ, ສະບັບເລກທີ 29/ສພຊ, ລົງວັນທີ 25 ພະຈິກ 2019. ມ110: ການລົ້ມກິລາແມ່ນການຕົກລົງກັນໄວ້ລ່ວງໜ້າກ່ຽວກັບຜົນຂອງການແຂ່ງຂັນ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຜົນປະໂຫຍດຂອງບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ ລວມມີນັກກິລາ, ຄູຝຶກ, ກໍາມະການຕັດສິນ ແລະ ບຸກຄົນອື່ນ ຊຶ່ງເປັນການທໍາລາຍກຽດສັກສີ, ຊື່ສຽງຂອງວົງການກິລາ ແລະ ປະເທດຊາດ.

ບຸກຄົນ, ນິຕິບຸກຄົນໃດ ໂດຍເຈດຕະນາ ຫາກໄດ້ສະເໜີໃຫ້: ເອົາໃຫ້ ຫຼື ສັນຍາວ່າຈະໃຫ້, ຮັບເອົາ, ທວງເອົາ,​ ຂໍເອົາ, ຫຼື ຕົກລົງຮັບເອົາ ເງິນ, ຊັບສິ່ງຂອງ, ຫຼື ຜົນປະໂຫຍດໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ ເພື່ອລົ້ມກິລາ ຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ ກໍຈະຖືວ່າເປັນການກະທໍາຜິດທາງອາຍາໃນສະຖານໃຫ້ສິນບົນ ຫຼື ການຮັບຮັບສິນບົນ ແລະ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ຊຶ່ງມີໂທດຕັດອິດສາລະພາບສູງສຸດແມ່ນຕະຫຼອດຊີວິດ.

ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ບັນດານັກກິລາທຸກທ່ານເປັນເຈົ້າການໃນການສະກັດກັ້ນ, ປະຕິເສດ ແລະ ລາຍງານຂໍ້ມູນການລົ້ມບານ ເພາະການລົ້ມບານນີ້ປຽບດັ່ງເປັນກັບການປຸ້ນຊາດດ້ວຍການປຸ້ນກຽດສັກສີ, ຊື່ສຽງຂອງຊາດ ແລະ ຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.

ບັນ​ດາ​ທ່ານ​ ທ່ານສາມາດລາຍງານການລັອກຜົນບານ ຫຼື ການລົ້ມບານຫາໜ່ວຍງານສະກັດກັ້ນການ. ຊຶ່ງຂໍ້ມູນທີ່ທ່ານສົ່ງ ຈະຖືກຮັກສາໄວ້ເປັນຄວາມລັບສູງສຸດ. ທ່ານສາມາດສົ່ງຫາພວກເຮົາຕາມຊ່ອງທາງດັ່ງນີ້:

  1. ທາງອີເມລທີ່: [email protected].
  2. ທາງເວັບໄຊ້ https://laoff.org.la/la. ເຂົ້າໄປທີ່ ໜ່ວຍງານສະກັດກັ້ນການລົ້ມບານ.

ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ ແຂວງຣະຢອງ ປະເທດໄທ ທີ່ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 17-26 ສິງຫາ 2023, ໂດຍມີທັງຫມົດ 10 ປະເທດ ເຂົ້າຮ່ວມການແຂ່ງຂັນໂດຍແບ່ງອອກເປັນ 3 ກຸ່ມດັ່ງນີ້:

- ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ

- ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ

- ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ

- ວັນທີ 18/08/2023 ເວລາ 16:00 ຟີລິບປີນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ RAYONG PROVINCIAL STADIUM.

- ວັນທີ 20/08/2023 ເວລາ 16:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະຫນາມ ຫນາມ RAYONG PROVINCIAL STADIUM.

ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນທີ 24 ສິງຫາ 2023 ສ່ວນນັດຊີງຊະນະເລີດ, ນັດຊີງອັນດັບ 3 ແມ່ນ ຈະແຂ່ງຂັນວັນທີ 26 ສິງຫາ 2023.

ລາຍການດັ່ງກ່າວແມ່ນຄັດເອົາອັນດັບ 1 ຂອງກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ເອົາອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າສູ່ຮອບຮອງຊະນະເລີດ.