U23ລາວກຽມຄວາມພ້ອມພົບກັບອົສຕຣາລີ ລາຍການຊີງແຊ໋ມອາຊີ 2024ຮອບຄັດເລືອກ

05/09/2023

ພາຍຫຼັງເດີນທາງເຖິງປະເທດທາຈີກິສຖານເມື່ອວັນທີ 2 ກັນຍາ 2023ແລະມາຮອດມື້ນີ້(5/9/2023)ຂຸນພົນນັກເຕະບານທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ໄດ້ມີຄວາມພ້ອມຢ່າງເຕັມທີ່ແລ້ວ ເພື່ອກຽມປະເດີມສະ

ໜາມນັດທຳອິດພົບກັບທີມຊາດອົສຕຣາລີ ໃນຕອນຄໍ່າວັນທີ 6 ກັນຍາ 2023 ເວລາ 22:30 ໂມງເປັນຕົ້ນໄປ ກ່ອນນັດທີ 2 ຈະພົບກັບທີມຊາດທາຈີກິສຖານເຈົ້າພາບ ໃນວັນທີ 9 ກັນຍາ 2023 ໃນການແຂ່ງຂັນເຕະບານຊີງແຊ໋ມອາຊີ 2024 ຮອບຄັດເລືອກ.

ຂຸນພົນນັກເຕະບານທີມຊາດລາວU23ຊຸດນີ້ນຳທີມໂດຍທ່ານ ອາເຣນ່າ ກູເລຍໂມ່ ຄູຝຶກທີມຊາດລາວ ຊາວອີຕາລີ,ພາຍຫຼັງເດີນທາງມາຮອດທາຈີກິສຖານກໍໄດ້ນຳພາຝຶກຊ້ອມທາງດ້ານລະບົບການຫຼິ້ນ ທີ່ວາງໄວ້ເພື່ອໃຫ້ນັກກິລາເຂົ້າໃຈ ວິທີການເຄື່ອນບານ, ການສົ່ງບານ ແລະ ການຍິງປະຕູ ໃນແຕ່ລະຕໍາແໜ່ງ ໃຫ້ມີປະສິດທິພາບ ແລະມີປະສິດຜົນເພື່ອເຮັດໃຫ້ການແຂ່ງຂັນໃນນັດທຳອິດທີ່ພົບກັບທີມຊາດອົສຕຣາສາມາດຍາດໄດ້ໄຊຊະນະຈາກນັດດັ່ງກ່າວ.

     ສຳລັບນັກກິລາທີມຊາດລາວU23ຊຸດນີ້ແມ່ນໄດ້ຄັດເລືອກໄດ້ມາຈາກບັນດາສະໂມສອນ ທີ່ແຂ່ງ ຂັນໃນລາຍການ ເປບຊີ ລາວລີກ 1 ແລະ ລາຍການ ລາວລີກ 2 ໄດ້ສອງນັກກິລາທີ່ໄປຄ້າແຄ່ງທີ່ຕ່າງແດນຄື ໂຣມັນ ອານຸສອນ ອັນໂກ ກອງກາງຈາກສະໂມສອນ SV OBERACHE RN (ປະເທດເຢຍລະມັນ) ແລະ ຄອນສະຫວັນ ແກ້ວໜູຈັນ ຫຼື ແຈັກກີ້ ທີ່ໄດ້ໄປຮຽນຕໍ່ທີ່ປະເທດອີຕາລີ ທັງສອງໄດ້ເດີນທາງເຖິງປະເທດທາຈິກິິດສະຖານ ເປັນທີ່ຮຽບຮ້ອຍ.

         ການແຂ່ງຂັນເຕະບານຊີງແຊ໋ມອາຊີ 2024 ຮອບຄັດເລືອກ ທີ່ປະເທດທາຈີກິສຖານານ ເປັນເຈົ້າພາບ ທີມຊາດລາວ ຖືກຈັດຢູ່ກຸ່ມ I ປະກອບມີ ອົສຕຣາລີ ແລະ ທາຈີກິສຖານ ເຈົ້າພາບ ຊຶ່ງການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເລືອກເອົາທີມແຊ໋ມກຸ່ມ ຈາກ 11 ທີມ ແລະ ອັນດັບທີ 2 ທີ່ມີຄະ ແນນດີທີ່ສຸດ 4 ທີມ ຜ່ານເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕາ ເຈົ້າພາບ ທີ່ໄດ້ຮັບກຽດເປັນເຈົ້າພາບ.

             ການແຂ່ງຂັນຮອບຄັດເລືອກໃນຄັ້ງນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 6-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນເມສາ 2024 ເພື່ອຫາຕົວແທນຂອງທະ ວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ທີ່ນະຄອນຫຼວງປາຣີ ປະເທດ ຝຣັ່ງ ເປັນເຈົ້າພາບ. ສ່ວນຕາຕະລາງແຂ່ງຂັນຂອງທີມຊາດລາວ ນັດທຳອິດ ພົບກັບ ທີມຊາດອົສຕຣາລີ ໃນຕອນຄໍ່າວັນທີ 6 ກັນຍາ 2023 ເວລາ 22:30 ໂມງເປັນຕົ້ນໄປ ກ່ອນນັດທີ 2 ຈະພົບກັບທີມຊາດທາຈີກິສຖານ ໃນວັນທີ 9 ກັນຍາ 2023 ເວລາດຽວກັນ,ຊຶ່ງການແຂ່ງຂັນທັງສອງນັດດັ່ງກ່າວ ແມ່ນແຂ່ງຂັນທີ່ສະໜາມກິລາກາງຣີພັບລິກັນ ສະເຕດ້ຽມ (Republican Central Stadium Dushanbe).