ຖະ​ແຫລງ​ຂ່າວ​ກ່ອນ​ເກມ ການ​ແຂ່ງ​ຂັນ ກຸ່ມ C

17/08/2023

ວັນ​ທີ 17 ສິງ​ຫາ 2023 ຢູ່​ທີ​ໂຮງ​ແຮມສະ​ຕາ​ຄອນ​ເວນ​ຊັນ ແຂວງ​ຣະ​ຢອງ​ ປະ​ເທດ​ໄທ, ຝ່າຍ​ຈັດ​ການ​ແຂ່ງ​ຂັນ ການ​ແຂ່ງ​ຂັນ​ບານ​ເຕະຊາ​ຍ​ ຊີງ​ແຊ້ມ​ອາ​ຊຽນ ຮຸ່ນ​ອາ​ຍຸ​ບໍ່​ເກີນ 23 ປີ ໄດ້​ຈັດ​ຖະ​ແຫລງ​ຂ່າວ​ກ່ອນ​ເກມ ການ​ແຂ່ງ​ຂັນ ກຸ່ມ C ໂດຍ​ມີ​ຄູ​ຝຶກ 3 ປະ​ເທດ​ເຂົ້າ​ຮ່ວມຄື: ລາວ, ຟີ​ລິບ​ປິນ ແລະ ຫວຽດ​ນ​າມ.

ທ່ານ ອາເຣ​ນ່າ ກູ​ເລຍ​ໂມ່ ຄູຝືກ ທີມຊາດລາວU23 ສັນ​ຊ​າດ​ອີ​ຕາ​ລີ ໄດ້ໃຫ້ການສຳພາດ ຖະແຫລງຂ່າວກ່ອນເກມ ການ​ແຂ່ງ​ຂັນ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ຢູ່​ທີ່​ແຂວງ​ຣະ​ຢອງ​ປະ​ເທດໄທ ວ່າ ''
ສຳລັບການກຽມພ້ອມຂອງ ທີມຊາດລາວU23 ແມ່ນໄດ້ກະກຽມການຝຶກຊ້ອມມາໄດ້ 1 ເດືອນ ແລະ ຍັງໄດ້ມີການອຸ່ນເຄື່ອງຢູ່ທີ່ປະເທດໄທ ແລະ 1 ນັດ ຢູ່ ລາວ ພົບກັບ ບຣູໄນ, ນັກກິລາ ທີມຊາດລາວ ຫລາຍຄົນຍັງອາຍຸນ້ອຍ ມາຈາກ ສະໂມສອນ ໃນລາວລີກ 1 ແລະ ລາວລີກ 2, ການແຂ່ງຂັນໃນແຕ່ລະນັດແມ່ນຈະເຮັດຫນ້າທີ່ດີທີ່ສຸດ''
ທີມຊາດລາວU23 ມີຄິວລົງສະຫນາມນັດທຳອິດ ພົບ ທີມຊາດຟີລິບປິນU23 ໃນວັນທີ 18/08/2023 ເວລາ 16:00 ແຂ່ງຂັນຢູ່ທີ່ສະຫນາມກິລາRAYONG PROVINCIAL STADIUM.
ແຟນບານສາມາດຕິດຕາມການຖ່າຍທອດສົດທຸກໆນັດທາງ ໂທລະພາບ True Sports 2.