U23 ປີ ທີມຊາດລາວ ສູ້ໄດ້ຢ່າງສົມສັກສີ! ແບ່ງຄະແນນກັບ ອິນໂດເນເຊຍ ເຈົ້າພາບ ການແຂ່ງຂັນເຕະບານຊາຍ U23 ປີ ຊິງແຊ້ມອາຊີ 2026 ຮອບຄັດເລືອກ

04/09/2025

        ນັດທຳອິດຂອງຮອບຄັດເລືອກ ກຸ່ມ J ເມື່ອວັນທີ 3 ກັນຍາ 2025, 🇱🇦 U23 ປີ ທີມຊາດລາວ ພົບງານໜັກ ດວນກັບ 🇮🇩 ອິນໂດເນເຊຍ ເຈົ້າພາບ ຮອບຄັດເລືອກກຸ່ມນີ້ ທີ່ໄດ້ປຽບທີມຊາດລາວເກືອບທຸກດ້ານ ໂດຍສະເພາະ ໄດ້ຫລິ້ນຢູ່ສະໜາມຂອງຕົນ ທ່າມກາງແຟນບານທີ່ສົ່ງສຽງໂຮຮ້ອງຂົ່ມຂວັນທີມຊາດລາວ ບວກກັບ ສະລີລະຮູບຮ່າງທີ່ໜາໃຫຍ່ກວ່າ, ສັກກະຍະພາບທີມທີ່ເໜືອກວ່າ ແລະ ເປັນທີມກຳລັງພົ້ນເດັ່ນໜ້າຈັບຕາຂອງພາກພື້ນ ແລະ ທະວີບ, ເອີ້ນໄດ້ວ່າພົກຄວາມໝັ້ນໃຈມາເກີນຮ້ອຍ ຫວັງທຸບທີມຊາດລາວເພື່ອເກັບ 3 ຄະແນນໃຫ້ໄດ້ ເພື່ອຕໍ່ຄວາມຫວັງສູ່ການລຸ້ນເຂົ້າຮອບໃນນັດຕໍ່ໄປ.

       ເຊິ່ງຕະຫລອດການແຂ່ງຂັນ ອິນໂດເນເຊຍ ເຈົ້າພາບ ເປັນຝ່າຍເດີນໜ້າບຸກເປັນສ່ວນໃຫຍ່ ຫວັງເຈາະປະຕູທີມຊາດລາວໃຫ້ໄວທີ່ສຸດ ແຕ່ຂາດຄວາມຄົມໃນການຍິງປະຕູ, ຫລາຍຈັງຫວະກໍບໍ່ຜ່ານເກມຮັບຂອງທີມຊາດລາວ ແລະ ບໍ່ຜ່ານການເຊັຟປ້ອງກັນຂອງ ກົບ ໂລກພະທິບ ຜູ້ຮັກສາປະຕູມືກາວທີມຊາດລາວ.

        ເຈົ້າບ້ານຄອງບານເກືອບ 80% ໄລ່ຕ້ອນທີມຊາດລາວເກືອບຕະຫລອດເກມ ມີໂອກາດຍິງທີມຊາດຫລາຍຕໍ່ຫລາຍຄັ້ງ ທັງເດີນເກມບຸກແບບໂອເພັນເພລ ທີ່ຫລາກຫລາຍມິຕິ ລວມທັງ ບານນິ້ງເຊັດພິຊ ເຕະແຈ, ຟຣີຄິກ ແລະ ໂຍນບານຍາວເຂົ້າໂຈມຕີ ແຕ່ກໍຍັງບໍ່ຜ່ານເກມຮັບທີ່ໜຽວແໜ້ນ ຂອງທີມຊາດລາວ ທີ່ຊ່ວຍກັນ ທຸ້ມເທສຸດກຳລັງ ເພື່ອຢັນເກມບຸກຂອງທີມຊາດອິນໂດເນເຊຍໃຫ້ໄດ້ ເຖິງແມ່ນວ່າ ຖືກແຮງກົດດັນຢ່າງໜັກຈາກຄູ່ຕໍ່ສູ້ ແຕ່ດ້ວຍພະລັງແຫ່ງຄວາມສາມັກຄີ ຈຶ່ງເຮັດໃຫ້ມີຄະແນນໃນນັດນີ້ ຊຶ່ງເປັນຄະແນນສຳຄັນ ຕໍ່ຄວາມຫວັງໃຫ້ທີມຊາດລາວ ລຸ້ນເຂົ້າຮອບໃນອີກ 2 ນັດທີ່ເຫລືອ. ຈາກຜົນງານຄັ້ງນີ້ ເຮັດໃຫ້ ກົບ ໂລກພະທິບ ຮັກສາປະຕູທີມຊາດລາວ ຈາກສະໂມສອນເອສະຣາ ໄດ້ລາງວັນນັກກິລາດີເດັ່ນໃນນັດນີ້ ດ້ວຍຜົນງານເຊັຟປ້ອງກັນບໍ່ໃຫ້ທີມເສຍປະຕູຫລາຍຈັງຫວະສຳຄັນ.

         ທີມຊາດລາວຊຸດນີ້ ມີນັກກິລາຈາກຊຸດໃຫຍ່ ຊິງແຊ້ມອາຊຽນປີຜ່ານມາພຽງ 6 ຄົນ ແຕ່ສາມາດສູ້ກັບ ອິນໂດເນເຊຍ ທີ່ມີນັກເຕະຊຸດໃຫຍ່ຈາກ ຊິງແຊ້ມອາຊຽນປີຜ່ານມາ ເຖິງ 7 ຄົນ ເຊິ່ງຜົນຊິງແຊ້ມອາຊຽນຄັ້ງນັ້ນ ທີມຊາດລາວ ກໍສາມາດບຸກສະເໝີ ທີມຊາດອິນໂດເນເຊຍໄດ້ 3-3.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ບ່າວໂສມຂາວ ສາທາລະນະລັດເກົາຫລີ ເຕັງ ໜຶ່ງຂອງກຸ່ມ ຊະນະ ເຂດປົກຄອງພິເສດມາເກົາ 5-0.

        ນັດທີ 2  U23 ທີມຊາດລາວ ພົບກັບງານໜັກອີກນັດ ຄືດວນກັບ ສາທາລະນະລັດເກົາຫລີ ເວລາ 15:30 ຈາກນັ້ນ ນັດທີ 3 ວັນທີ 9 ກັນຍາ 2025 ພົບ ເຂດປົກຄອງພິເສດມາເກົາ ເວລາ 15:30 ທຸກໆນັດແຂ່ງຂັນຢູ່ທີ່ສະໜາມກິລາ Gelora Delta Sidoarjo.                                   ສຳລັບການຄັດເລືອກຄັ້ງນີ້ ມີ 44 ທີມເຂົ້າຮ່ວມ, ແບ່ງອອກເປັນ 11 ກຸ່ມ ຮູບແບບການຄັດເລືອກ ເອົາອັນດັບ 1 ຂອງແຕ່ລະກຸ່ມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ 🇸🇦 ຊາອຸດິອາຣາເບຍ ທີ່ໄດ້ສິດແຂ່ງຂັນໂດຍບໍ່ຕ້ອງຄັດເລືອກໃນນາມເປັນເຈົ້າພາບ.

       ຜົນງານຜ່ານມາຂອງ 🇱🇦 U23 ປີ ທີມຊາດລາວ ແມ່ນບໍ່ເຄີຍຜ່ານຮອບຄັດເລືອກ ຫລ້າສຸດປີ 2023 ແຂ່ງ 2 ນັດ ເສຍທັງສອງນັດ ເສຍໃຫ້ ອົດສະຕຣາລີ 1–7 ແລະ ເສຍໃຫ້ ທາຈີກິສຖານ 1-2.

ໂດຍ: ເອກະສັນ