ເຜີຍແຜ່ກ່ຽວກັບການສະກັດກັ້ນການລົ້ມບານ

30/08/2023

ຕອນແລງຂອງວັນທີ 29 ສິງຫາ 2023 ທີ່ຫ້ອງປະຊຸມ ສູນຝຶກສະຫນາມກິລາແຫ່ງຊາດຫຼັກ 16 ຄະນະຄູຝຶກ ແລະ ນັກກິລາທີມຊາດລາວU23 ໄດ້ຮັບຟັງການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານ ໂດຍແມ່ນທ່ານພອນສະຫວັນ ເພັດສາຍຊຳ ໜ່ວຍງານສະກັດການລົ້ມບານ ເປັນຜູ້ບັນລະຍາຍ.

  ຈຸດປະສົງໃນການເຜີຍແຜ່ກ່ຽວການສະກັດກັ້ນການລົ້ມບານຄັ້ງນີ້ ກໍເພື່ອໃຫ້ບັນດາ ຄະນະຄູຝຶກ ແລະ ນັກກິລາ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ວ່າການລົ້ມບານແມ່ນຫຍັງ, ຜົນສະທ້ອນຂອງການລົ້ມບານແມ່ນມີໂທດທາງອາຍາໃນສະຖານຄວາມຜິດການໃຫ້ສິນບົນ ຫຼື ຮັບສິນບົນ ຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 110 ຂອງກົດໝາຍວ່າດ້ວຍກິລາ ແລະ ກາຍຍະກໍາ ສະບັບປີ 2019 ຊຶ່ງຈະຖືກລົງໂທດຕາມທີ່ໄດ້ບັນຍັດໄວ້ໃນມາດຕາ 357 (ການໃຫ້ສິນບົນ) ແລະ ມາດຕາ 358 (ການຮັບສິນບົນ) ຂອງປະມວນກົດໝາຍອາຍາ ສະບັບປີ 2017. ຊຶ່ງທັງສອງມາດຕານີ້ມີໂທດສູງສຸດຄືຕັດອິດສາລະພາບຕະຫຼອດຊີວິດ.

ການເຜີຍແຜ່ຄັ້ງນີ້ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງສະຫະພັນບານເຕະສາກົນ ຫຼື FIFA. ທຸກໆລາຍການຂອງການແຂ່ງຂັນກິລາບານເຕະຢູ່ຕ່າງປະເທດ ທີ່ທີມຊາດລາວທຸກຮຸ່ນໄດ້ເຂົ້າຮ່ວມການແຂ່ງຂັນ ລວມທັງການແຂ່ງຂັນຢູ່ພາຍໃນປະເທດທີ່ ສະຫະພັນບານເຕະ ແຫ່ງຊາດລາວ(ສຕລ) ເປັນຜູ້ຈັດການແຂ່ງຂັນນັ້ນແມ່ນຈະຕ້ອງໄດ້ຮັບການເຜີຍແຜ່ ຂໍ້ບັງຄັບ ແລະ ມາດຕະການຕ່າງໆໃນການສະກັດກັ້ນການລົ້ມບານສູ່ນັກກິລາ, ຄະນະຄູຝຶກ ແລະ ຄະນະຮັບຜິດຊອບທີມແຕ່ລະຊຸດໄດ້ຮັບຟັງ.

  ທ່ານພອນສະຫວັນ ຍັງໄດ້ຮຽກຮ້ອງໃຫ້ຄະນະຄູຝຶກ ແລະ ບັນດານັກກິລາທຸກທ່ານ ຈົ່ງເປັນເຈົ້າການໃນການສະກັດກັ້ນ ແລະ ປະຕິເສດ ພ້ອມທັງຮຽກຮ້ອງໃຫ້ລາຍງານຂໍ້ມູນການລົ້ມບານມາຫາໜ່ວຍງານສະກັດກັ້ນການລົ້ມບານ. ເພາະການລົ້ມບານນີ້ປຽບດັ່ງກັບການປຸ້ນຊາດ,ປຸ້ນກຽດສັກສີ,ຊື່ສຽງຂອງຊາດແລະຄວາມພາກພູມໃຈຂອງມວນຊົນຄົນລາວທັງຊາດ.

  ຫາກທ່ານໃດມີຂໍ້ມູນກ່ຽວກັບການລົ້ມບານ,ທ່ານສາມາດແຈ້ງຂໍ້ມູນໄປຫາ ໜ່ວຍງານສະກັດກັ້ນການລົ້ມບານໄດ້ຕາມທີ່ຢູ່ອີເມລດັ່ງນີ້:[email protected] ຂໍ້ມູນທີ່ທ່ານສົ່ງໄປຈະມີພຽງຫົວໜ້າໜວ່ຍງານສະກັດກັ້ນການລົ້ມບານ ພຽງຄົນດຽວເທົ່ານັ້ນທີ່ມີສິດເຂົ້າໄປອ່ານ ຊຶ່ງທຸກຂໍ້ມູນຈະຖືກຮັກສາໄວ້ເປັນຄວາມລັບເປັນຢ່າງດີ.

  ທີມຊາດລາວ U23 ມີລາຍການເຂົ້າຮ່ວມ ການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2024ຢູ່ທີ່ປະເທດທາຈີກິສຖານ ( ເຈົ້າພາບ ), ການແຂ່ງຂັນລາຍການດັ່ງກ່າວ ແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ.

ສຳລັບ ການແຂ່ງຂັນຮອບຄັດເລືອກນີ້ ແມ່ນຈະມີຂຶ້ນລະຫວ່າງວັນທີ 06-12 ກັນຍາ 2023 ສ່ວນການແຂ່ງຂັນຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນ ເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ2024ຢູ່ທີ່ນະຄອນຫຼວງປາຣີປະເທດຝຣັ່ງ.

  ຕາຕະລາງແຂ່ງຂັນຂອງທີມຊາດລາວ

- ວັນທີ 06/09/2023 ເວລາ 20:30 ລາວ ພົບ ອົສຕຣາລີ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium(Dushanbe)

- ວັນທີ 09/09/2023 ເວລາ 20:30 ລາວ ພົບ ທາຈີກິສຖານ ແຂ່ງຂັນຢູ່ທີ່ສະຫນາມ Republican Central Stadium(Dushanbe)