News Cover

ສຕລແລະຫຼວງພະບາງຈັດກິດຈະກໍາ ສະຫຼອງ ວັນແມ່ຍິງສາກົນ

08/03/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະຫລວງພະບາງ ໄດ້ຈັດພິທີເປີດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ113ປີຂຶ້ນທີ່ ສະຫນາມກິລາຫລວງພະບາງ ໃນວັນທີ 8 ມີນາ 2023 ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ.ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຂວງ; ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ

ໃນພິທີດັ່ງກ່າວ ທ່ານນາງ ພູໄຊ ແພງພົງໄດ້ກ່າວວ່າ . ການສະເຫລີມສະຫລອງຈັດກິດຈະກໍາບານເຕະຍິງຄັ້ງນີ້ ແມ່ນເປັນຄັ້ງທີ່ VII ຂອງປະເທດລາວ ທີ່ຈັດຂຶ້ນ ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's day

ໂຄງການນີ້ແມ່ນເປີດໃຫ້ເດັກນ້ອຍເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ເພື່ອພັດທະນາໂຕເອງກ້າວຂຶ້ນໄປສູ່ລະດັບແຂວງ ແລະ ລະດັບຊາດໃນອະນາຄົດ ການເປີດກິດຈະກໍາສະເຫລີມສະຫລອງບານເຕະຍິງທີ່ແຂວງຫລວງພະບາງນີ້ແມ່ນການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໃນກອງປະຊຸມໃຫຍ່ສະໄຫມສາມັນປະຈໍາປີ 2022 ໂດຍເລັ່ງເຫັນວ່ານັກກິລາເຍົາວະຊົນເພດຍິງຂອງແຂວງຫລວງພະບາງແມ່ນມີທັກສະຄວາມສາມາດດ້ານກິລາບານເຕະທີ່ດີເດັນ ເຫັນໄດ້ຈາກຜົນງານການເຂົ້າຮ່ວມແຂ່ງຂັນລາຍການ ລະດັບປະເທດ ທີ່ຈັດຂຶ້ນໃນປີທີ່ຜ່ານມາ ໃນນາມຕາງຫນ້າໃຫ້ແກ່ສຕລແລະໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ຄະນະບໍລິຫານງານສະຫະພັນບານເຕະຫລວງພະບາງໄດ້ໃຫ້ການຮ່ວມມື ແລະ ປະສານວຽກງານຕ່າງໆ ເປັນຢ່າງດີ ເພື່ອໃຫ້ການຈັດງານຄັ້ງນີ້ເກີດຂຶ້ນ.

ຈາກນັ້ນ ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຫ່ງແຂວງ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນແຫ່ງຊາດລາວທີ່ປີນີ້ໄດ້ ຍາດໂອກາດ ແລະ ມາຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ຢູ່ຫຼວງພະບາງອີກຄັ້ງ ຖືເປັນກິດຈະກໍາດີໆທີ່ໃຫ້ເອື້ອຍນ້ອງແມ່ຍິງໄດ້ພັດທະນາຕົນເອງ, ກ້າສະແດງອອກ ເປີດໂອກາດໄດ້ເຂົ້າຮ່ວມໃນກິດຈະກໍາບານເຕະ ເຊິ່ງທີ່ຜ່ານມາແຂວງຫຼວງພະບາງໄດ້ສົ່ງນັກກິລາເຂົ້າຮ່ວມໃນລາຍການ, ໃນການແຂ່ງຂັນຕ່າງໆ ຖືເປັນປະສົບການ ເພື່ອພັດທະນາຕົນເອງ ກໍຄືປະເທດຊາດ.

ພາຍໃນງານສຕລຍັງໄດ້ມອບບານເຕະໃຫ້ 6 ພາກສ່ວນຄື ມສ ເດັກກໍາພ້າ ຈໍານວນ 5 ຫນ່ວຍ; ມສ ຊົນເຜົ່າສວນຫລວງ ຈໍານວນ 5 ຫນ່ວຍ; ໂຮງຮຽນຊົນເຜົ່ານໍ້າບາກ 5 ຫນ່ວຍ; ມສ ບ້ານຄອຍ ຈໍານວນ 5 ຫນ່ວຍ ; ມສ ສັນຕິພາບ ຈໍານວນ 10 ຫນ່ວຍ; ສະຫະພັນບານເຕະແຂວງ 10 ຫນ່ວຍ ນອກນັ້ນຍັງໄດ້ຫລິ້ນກິດຈະກໍາລາກຫລາຍຢ່າງ ບໍ່ວ່າຈະເປັນຫລອກບານ, ຊຸດບານ, ສົ່ງບານ;ເກມມ່ວນຊື່ນ;ຈັບບານ ແລະ ໃນຕອນທ້າຍ ຍັງມີການແຂ່ງຂັນບານເຕະ ທີ່ມີການມອບລາງວັນໃຫ້ທີມທີ່ຊະນະເລີດ ແລະ ຮອງ ຈາກສະຫະພັນບານເຕະແຫ່ງຊາດລາວ ຄື ໄດ້ທີ່ 1 ທີມນາງແມວ ໄດ້ບານເຕະ 10 ຫນ່ວຍ. ທີມທີ 2 ທີມ ຄໍເຊັນເຕີ ໄດ້ບານເຕະ 5 ຫນ່ວຍ; ທີມທີ 3 ທິມ AFC ໄດ້ບານເຕະ 3 ຫນ່ວຍ ແລະ ທີມ ທີ 4 ທີມ ສໍ່ານີ້ລ້າລ້າ ໄດ້ບານເຕະ 2 ຫນ່ວຍ .

News Cover

KANYA KEOMANY ຕໍ່ສູ້ເພື່ອການສ້າງຄວາມເຂັ້ມແຂງຂອງແມ່ຍິງ ໂດຍ: LIAM GARNIER

15/02/2023
  • ກິລາບານເຕະຍິງກຳລັງໄດ້ຮັບຄວາມນິຍົມໃນທົ່ວໂລກ ແລະ ພັດທະນາໄວກວ່າທີ່່ເຄີຍມີມາ. ໃນຕົ້້ນປີກາຍນີ້້, ນີ້້ທ່ານນາງ ກັນຍາ ແກ້ວມະນີ ໄດ້ີ ຮັບເລືອກຕັ້້ງເປັນສະມາຊິກິສະພາຟີຟ່າຂອງລາວຄົນທຳອິດ. ນາງໄດ້ເຮັັດວຽກຫຼຼາຍປີເພື່່ອສົ່ງເສີມກິລາບານເຕະຍິິງໃນອາຊີີໃນຖານະເປັນສະມາຊິິກຂອງຄະນະກໍໍາມະການບານເຕະຍິງຂອງ AFC. ການສໍໍາພາດນີ້້ຫວັງວ່າຈະສ່ອງແສງໃຫ້ເຫັັນເຖິງອະນາຄົດຂອງບານເຕະຍິງ ແລະ ແມ່ຍິງທີ່່ເຮັັດວຽກຢູ່ໃນອຸດສາຫະກໍໍາບານເຕະ.
  • ໃນຖານະເປັນສະມາຊິິກລາວຄົົນທໍໍາອິິດໃນສະພາ FIFA, ທ່ານຢາກເຫັັນແນວຄວາມຄິິດແນວໃດໃນຕາຕະລາງ? 
  •   ກ່ອນອື່່ນໝົດ, ຖືວ່າເປັນກຽດຢ່າງແທ້ຈິງທີ່່ໄດ້ຮັບເລືືອກ ຕັ້້ງປັນສະມາຊິກສະມາຊິກິສະພາຂອງ FIFA ເພື່່ອເປັນຕົວແທນໃຫ້ແກ່ແມ່ຍິງອາຊີເຂົ້້າຮ່ວມ ການແຂ່ງຂັນກິລາທີ່່ໃຫຍ່ທີ່່່ສຸດໃນໂລກ. ບໍ່ວ່າຂ້ອຍຢູ່ໃສ, ເປົ້າໝາຍຂອງຂ້ອຍແມ່ນຜູ້ຍິງສະເໝີີ. ການພັດທະນາກິລາບານເຕະຍິງແມ່ນສິ່່ງທີ່່ຂ້ອຍມຸ່ງຫມັ້້ນທີ່່ຈະເຮັັດບໍ່ພຽງແຕ່ຢູ່ໃນສະຫນາມເທົ່ານັ້້ນແຕ່ນອກສະຫນາມເຊັ່ນກັນ. ຂ້າພະເຈົ້້າຫວັງວ່າຈະເປັນສຽງສໍໍາລັບຜູ້ຍິງ, ຄູຝຶກສອນແມ່ຍິງ, ຜູ້ຕັດສິນ, ຜູ້ບໍໍລິຫານ, ແລະ ອື່່ນໆ, ເພື່່ອເຮັັດໃຫ້ສຽງຂອງເຂົາເຈົ້າໄດ້ຍິິນໃນທຸກ ລະດັບຂອງອົງການປົກຄອງບານເຕະ ແລະ ສໍໍາຄັນທີ່່ສຸດ , ສົ່ງເສີມຄວາມລວມຂອງສັັງຄົົມສໍໍາລັບແມ່ຍິງໃນກິລາບານເຕະ ແລະ ໃຫ້ແນ່ໃຈ່ວ່າແມ່ຍິງທຸກຄົນຍິນິດີຕ້ອນຮັບໃນອຸດສາຫະກໍໍາບານເຕະ.

  • ບານເຕະຍິິງໃນອາຊີີໄດ້ເປັນສ່ວນຫນຶ່່ງທີ່່ສໍໍາຄັັນຂອງການເຮັັດວຽກຂອງທ່ານສໍໍາລັັບ 15 ປີທີ່່ຜ່ານມາ. ສິ່່ງທ້າທາຍທີ່່ຍັັງເຫຼືືອ ແມ່ນຍັງຕ້ອງໄດ້ຜ່ານຜ່າເພື່່ອໃຫ້ກິິລາພັດທະນາຕໍ່ໄປ?

  ເມື່່ອບໍ່ດົນມານີ້ FIFA ແລະ AFC ໄດ້ນີ້້ລົງທຶຶນຫຼຼາຍໃນການພັດທະນາກິລາບານເຕະຍິງ. ຄວາມນິຍົມຂອງກິລາບານເຕະຍິງໄດ້ເພີ່່ມຂຶ້້ນຢ່າງຫຼວງຫຼຼາຍຫຼັັງຈາກການແຂ່ງຂັນເຕະບານໂລກແມ່ຍິງໃນປີ 2019, ປະເທດຝຣັ່ງ. ໃນປັດຈຸບັນພວກເຮົົາເຫັັນແມ່ຍິງໃນຕໍໍາແຫນ່ງ ບໍໍລິິຫານບານເຕະຫຼາຍຂຶ້້ນ. ເຈົ້້າໜ້າທີ່່ເພດຍິງໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າໜ້າທີ່່ໃນການແຂ່ງຂັນບານເຕະຊາຍໂລກຄັ້ງສຸດທ້າຍທີ່່ປະເທດກາຕາ ແລະ ສື່ມວນຊົນຈໍໍານວນຫຼາຍໄດ້ເນັ້ນໃສ່ການສົ່ງເສີມນັກເຕະຍິງ ແລະ ຄູຝຶກບານເຕະ. ມັນເປັນສັນຍານໃນທາງບວກສໍໍາລັບບານເຕະຍິງໂດຍທົ່ວໄປ. ຢ່າງໃດກໍ່ຕາມ, ຍັງມີບາງຈຸດທີ່່ດທີ່່ຈະປັບປຸງໂດຍສະເພາະໃນສະມາຄົມສະມາຊິກບານເຕະຂະຫນາດນ້ອຍທີ່່ບານເຕະຍິງຍັງບໍ່ເປັນທີ່່ນິຍົມ ແລະ ຂາດການສະຫນັບສະຫນູນ.ພວກເຂົົາຕ້ອງການການຊ່ວຍເຫຼືືອທີ່່ຖືກຕ້ອງເພື່່ອເສີມສ້າງຄວາມສາມາດຂອງເຂົາເຈົ້າເພື່ອໃຫ້ພວກເຂົາສາມາດແຂ່ງຂັນກັບທີມບານເຕະແຫ່ງຊາດທີ່່ໃຫຍ່ກວ່າການແຂ່ງຂັນໂດຍສະເພາະໃນເວທີບານເຕະທີ່່ໃຫຍ່ທີ່ສຸດຂອງໂລກເຊັ່ນ:FIFA Women’s World Cup.

  • ານປ່ຽນແປງໃຫມ່ຂອງຮູບແບບເຕະບານໂລກຈະຊ່ວຍໃຫ້ສະຫະພັນບານເຕະທີ່ຮູ້ຈັັກຫນ້ອຍເຊັ່ນ AFF ແນວໃດ?

  ບານເຕະຍິງໂລກ 2023 ຈະເປັນບານເຕະໂລກຄັ້ງທຳອິດທີ່່ມີ 32 ທີີໃນອົດສະຕາລີີ ແລະ ນິວິຊີແລນ. ສໍໍາລັບ AFF, ນີ້ຫມາຍຄວາມວ່າໂອກາດຫຼາຍສໍໍາລັບປະເທດອາຊຽນທີ່່ຈະຢູ່ໃນເຕະບານໂລກ. ປັດຈຸບັນພວກເຮົາມີ 2 ທີີມອາຊຽນທີ່່ຈະເປີດຕົວໃນບານໂລກຄື: ຫວຽດນາມ ແລະ ຟີລິບປິນ, ໃນຂະນະທີ່່ລໍໍຖ້າ ໄທຜ່ານເຂົ້້າຮອບ Play-off ເຊິ່ງຈະຕັດສິນໃນກາງເດືອນກຸມພານີ້. ມັນເປັນແຮງບັນດານໃຈທີ່່ຈະເຫັນທີີມຊາດຂະຫນາດນ້ອຍຢູ່ທີ່່ນັ້ນ, ຊຶ່່ງຫມາຍຄວາມວ່າທຸກຄົນຈະມີໂອກາດໄດ້ເຫັນທຸງຊາດຂອງພວກເຂົາໃນການແຂ່ງຂັນບານເຕະທີ່່ໃຫຍ່ທີ່່ສຸດຂອງໂລກ. ຈໍໍານວນທີມທີ່່ເພີ່່ມຂຶ້ນໃນຮອບຊິງຊະນະເລີດເຕະບານໂລກແມ່ນການປ່ຽນແປງເກມ ແລະ ເປັນບາດກ້າວທີ່ສໍໍາທີ່່ຄັນສໍໍາລັບການພັດທະນາເກມຂອງແມ່ຍິ່ງ, ຈັງຫວະຈະໄວຂຶ້້ນສໍໍາລັບການພັດທະນາກິລາບານເຕະຂອງແມ່ຍິງ ຍ້ອນວ່າທຸກຄົນກໍໍາລັງມຸ່ງໄປສູ່ຈຸດຫມາຍຂອງເຂົາເຈົ້າໃນເຕະບານໂລກ.ບານເຕະ.

News Cover

ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ສູ່ ການເປັນຄະນະບໍລິຫານງານ ອົງກອນກິລາລະດັບໂລກ FIFA

02/02/2023

ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ສູ່ ການເປັນຄະນະບໍລິຫານງານ ອົງກອນກິລາລະດັບໂລກ FIFA.


ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະ ແຫ່ງຊາດລາວ ໄດ້ຮັບການເລືອກຕັ້ງ ເປັນຄະນະບໍລິຫານງານ ສະຫະພັນບານເຕະນາໆຊາດ ຫລື FIFA ສົກປີ 2023-2027 ທີ່ ກອງປະຊຸມໃຫຍ່ ສະຫະພັນບານເຕະອາຊີ ຄັ້ງທີ 33 ທີ່ປະເທດບາເຣນ.  ທ່ານ  ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີ ຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນຈະເປັນຕົວແທນຈາກທະວີບອາຊີ ໃນເວທີບໍລິຫານກິລາບານເຕະລະດັບໂລກ ເຊິ່ງຕົວແທນ ຈາກທະວີບອາຊີ ຈະມີ 6 ທ່ານ ທີ່ຕ້ອງຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ ໂດຍບັນດາທ່ານ ທີ່ຖືກເລືອກຕັ້ງໃນຄັ້ງນີ້ໄດ້ແກ່:


1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ

2. ທ່ານ Hamad bin Khalifa bin Ahmed al-Thani ປະທານ ສະຫະພັນບານເຕະກາຕ້າ

3. ທ່ານ Yasser Al-Misehal  ປະທານ ສະຫະພັນບານເຕະຊາອຸດິອາເຣເບຍ

4. ທ່ານ Kozo Tashima  ປະທານ ສະພັນບານເຕະຢີ່ປຸ່ນ 

5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ

6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ


ທັ້ງນີ້ ທ່ານ ນາງ ກັນຍາ ແກ້ວມະນີ້ ແມ່ນສະມາຊິກຈາກປະເທດລາວຄົນທຳອິດທີ່ ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ ຫລື FIFA World Cup.

News Cover

ທິມນະຄອນຫຼວງວຽງຈັນຊະນະເລີດບານເຕະຍິງ

21/10/2022

ໃນທີ່ສຸດການແຂ່ງຂັນບານເຕະຍິງໃນລາຍການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ກໍ່ມາເຖິງຮອບສຸດທ້າຍ ຄືຮອບຊິງຊະນະເລີດພາຍຫຼັງໄດ້ຜ່ານການແຂ່ງຂັນໃນຮອບຄັດເລືອກຜ່ານມາເປັນເວລາ 10 ກ່ວາມື້ ເຊິ່ງເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 09/10 ຈົນມາເຖິງວັນທີ 21/10/2022 ເປັນມື້ປິດສາກການແຂ່ງຂັນ.

ສໍາລັບຮອບຊິງຊະນະເລີດເປັນການພົບກັນລະຫວ່າງທິມນະຄອນຫຼວງວຽງຈັນແຊ້ມເກົ່າໃນການແຂ່ງຂັນບານເຕະຕ້ອນຮັບວັນຊາດທີ 2 ທັນວາຄົບຮອບ 45 ປິ ພົບກັບທິມແຂວງຈໍາປາສັກທີ່ສະໜາມກິລາແຫ່ງຊາດຫຼັກ16.

ການແຂ່ງຂັນລະຫວ່າງຄູ່ນີ້ໃນເຄິ່ງເວລາທີ 1 ປະກົດວ່າ ນະຄອນຫຼວງວຽງຈັນເປັນຝ່າຍຄອງບານໄດ້ຫຼາຍກ່ວາມາຮອດນາທີ ທີ 12 ໝາຍເລກ 18 ອິນທິດາ ຄູນສີ ຂອງນະຄອນຫຼວງວຽງຈັນໄດ້ຍິງບານໄໝໄລຍະໄກເຂົ້າມືຜູ້ຮັກສາປະຕູຂອງແຂວງຈໍາປາສັກ ແຕ່ຜູ້ຮັກສາປະຕູຈັບບານຄ່ອຍເກີນໄປ ແລະ ບານຫຼຸດເຂົ້າປະຕູໄປຢ່າງສວຍງາມ ເຮັດໃຫ້ນະຄອນຫຼວງວຽງຈັນເປັນຝ່າຍນໍາປະຕູໄປກ່ອນ 1-0 ໃນເຄິ່ງເວລາທີ 1.

ສໍາລັບເກມການແຂ່ງຂັນໃນເຄິ່ງເວລາທີ 2 ແຂວງຈໍາປາສັກປ່ຽນມາເປັນຝ່າຍບຸກເພື່ອຫວັງຕີສະເໝີໃຫ້ໄດ້. ທັງສອງທີມມີນັກກິລາໄດ້ຮັບບາດເຈັບຫຼາຍຂຶ້ນໂດຍສະເພາະແມ່ນແຂວງຈໍາປາສັກມີນັກກິລາເຈັບພໍສົມຄວນ 3 ຄົນ. ແຂວງຈໍາປາສັກໃຊ້ຄວາມພະຍາຍາມຫຼາຍຄັ້ງ ແຕ່ບໍ່ປະສົບຜົນສໍາເລັດ,ໃນຂະນະດຽວກັນ ກອງຫຼັງຂອງນະຄອນຫຼວງວຽງຈັນກໍ່ຫຼີ້ນເກມຕ້ານໄດ້ຢ່າງແຂງແກ່ນ. ສິ້ນສຸດເວລາຂອງການແຂ່ງຂັນ ນະຄອນຫຼວງວຽງຈັນ ເອົາຊະນະ ແຂວງຈໍາປາສັກ 1-0 ແລະ ໄດ້ກາຍເປັນແຊ້ມ ຫຼື ຊະນະເລີດໃນການແຂ່ງຂັນບານເຕະແຫ່ງຊາດປະຈໍາປີ 2022 ປະເພດຍິງ ເຊິ່ງຍັງຮັກສາຕໍ່າແໜ່ງແຊ້ມໄດ້ເປັນສະໄໝ 2.

ຫຼັງຈາກສິ້ນສຸດການແຂ່ງຂັນແລ້ວກໍ່ມີພິທີມອບຫຼຽນໃຫ້ກໍາມະການທີ່ໄດ້ລົງຕັດສິນໃນຮອບຊິງຊະນະເລີດ ຈາກນັ້ນກໍ່ມີການມອບລາງວັນໃຫ້ກັບນັກກິລາ ແລະ ຄູຝຶກດີເດັ່ນດັ່ງນີ້:

·       ລາງວັນຜູ້ຍິງປະຕູສູງສຸດ: ນັກກິລາໝາຍເລກ 8 ແກ້ມມີ້ ອຸດົມສຸກ ນະຄອນຫຼວງວຽງຈັນ ລົງສະຫນາມ 6 ນັດ ຍິງໄດ້ 8 ປະຕູ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນຜູ້ຮັກສາປະຕູດີເດັ່ນ: ບັງອອນ ພອນໄຊ ນັກກິລານະຄອນຫຼວງວຽງຈັນ ລົງສະຫນາມ 5 ນັດ ບໍ່ເສຍຈັກປະຕູ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ: ນັກກິລາໝາຍເລກ 18 ອິນທິດາ ຄູນສີ ນະຄອນຫຼວງວຽງຈັນ ໄດ້ຮັບເງິນ 5.000.000 ກີບ.

·       ລາງວັນຄູຝຶກດີເດັ່ນ: ທ່ານ ວຽງສະຫວັນ ໄຊຍະບູນ ນະຄອນຫຼວງວຽງຈັນ ໄດ້ຮັບເງິນ 5.000.000 ກີບ.

ຕໍ່ຈາກນັ້ນກໍ່ໄດ້ມີການມອບຫຼຽນ ແລະ ເງິນລາງວັນໃຫ້ແກ່ ແຂວງຈໍາປາສັກ ທີ່ໄດ້ເປັນທີມຮອງແຊັມ ຫຼື ຮອງຊະນະເລີດໂດຍໄດ້ຮັບເງິນຈໍານວນ 50,000,000 ກີບ.

ອັນດັບຕໍ່ມາກໍ່ເປັນການມອບຫຼຽນ, ເງິນລາງວັນຈໍານວນ 100,000,000 ກີບ ແລະ ຂັນຊະນະເລີດໃຫ້ແກ່ ທິມນະຄອນຫຼວງວຽງຈັນ. ເປັນກຽດຂຶ້ນມອບຂັນໂດຍແມ່ນທ່ານ ຮສ ປອ ພຸດ ສີມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

News Cover

ນະຄອນຫຼວງວຽງຈັນ ຊະນະ ຍິງຈຸດໂທດກັບອຸດົມໄຊ 4-2

19/10/2022

ການແຂ່ງຂັນບານເຕະຍິງຮອບຮອງຊະນະເລີດໃນລາຍການແຂ່ງຂັນກິລາບານເຕະແຫ່ງຊາດໃນວັນທີ 19/10/2022ຄູ່ທໍາອິດເປັນການພົບກັນລະຫວ່າງທິມນະຄອນຫຼວງວຽງຈັນກັບທິມແຂວງອຸດົມໄຊ.ຜ່ານການແຂ່ງຂັນເຫັນວ່າ ເກມການຫຼິ້ນລະຫວ່າງຄູ່ນີ້ໄດ້ດຶງຄວາມສົນໃຈຈາກຜູ້ເຂົ້າຮັບຊົມເປັນຢ່າງດີ ແລະ ເກມການຫຼີ້ນກໍມີເຕັກນິກທີ່ດີທັງສອງຄູ່,ຫຼັງຈາກສິ້ນສຸດການແຂ່ງຂັນ 80 ນາທີ ທັງຄູ່ສະເໝີກັນ 0-0. ດັ່ງນັ້ນ ຈຶ່ງໄດ້ມີການຕັດສິນດ້ວຍການຍິງບານຢູ່ທີ່ຈຸດໂທດ 11 ແມັດ.ຜົນການຍິງບານຢູ່ຈຸດໂທດຄັ້ງນີ້ເຮັດໃຫ້ນະຄອນຫຼວງວຽງຈັນເປັນຝ່າຍ ຊະນະ ແຂວງອຸດົມໄຊ 4-2 ແລະ ລໍຖ້າເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ.

ສໍາລັບການແຂ່ງຂັນຄູ່ທີ 2 ເປັນການພົບກັນລະຫວ່າງແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ບັນຍາກາດໃນການແຂ່ງຂັນຄູ່ນີ້ຕ່າງຝ່າຍຕ່າງກໍ່ບຸກໜັກຫວັງເອົາຊະນະເພື່ອທີ່ຈະເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ. ໃນເຄິ່ງເວລາທີ 1 ແຂວງຊຽງຂວາງເປັນຝ່າຍນໍາປະຕູໄປກ່ອນໃນນາທີ ທີ 31 ຈາກການຍິງຂອງນັກກິລາໝາຍເລກ 22 ຄໍາອົ້ນ ວິລະວົງ ສໍາລັບການແຂ່ງຂັນໃນເຄິ່ງເວລາທີ 2 ໃນນາທີ ທີ 48 ແຂວງຈໍາປາສັກ ສາມາດຕີສະເໝີຂຶ້ນມາໄດ້ຈາກການຍິງຂອງນັກກິລາໝາຍເລກ 11 ວິໄລວັນ ແກ້ວສະໝຸດ. ແຂວງຈໍາປາສັກພາຍຫຼັງຕີສະເໝີໄດ້ແລ້ວຍັງບໍ່ລົດລະຄວາມພະຍາຍາມຈາກນັ້ນ 10 ນາທີຕໍ່ມາຄືໃນນາທີ ທີ 58 ເຣມາ ແສງປະເສີດ ກໍ່ຍິງປະຕູໃຫ້ກັບແຂວງຈໍາປາສັກໄດ້ຕື່ມອີກເປັນປະຕູທີ2. ສ່ວນແຂວງຊຽງຂວາງເພີ້ມການບຸກຂຶ້ນຕື່ມແຕ່ກໍ່ບໍ່ປະສົບຜົນສໍາເລັດ ສິ້ນສຸດການແຂ່ງຂັນທິມ ແຂວງຈໍາປາສັກ ຊະນະທິມ ແຂວງຊຽງຂວາງ 2-1 ແລະ ໄດ້ເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດເຊິ່ງຈະພົບກັບທິມນະຄອນຫຼວງວຽງຈັນໃນວັນທີ 21/10/2022.

News Cover

ພາບບັນຍາກາດຂອງກິດຈະກຳບານເຕະຍິງ “AFC Women's Football Day 2022 ''

08/03/2022

ຕອນເຊົ້າ ວັນທິ 07 ມີນາ 2022 ທີ່ ສະຫນມກິລາແຂວງອຸດົມໄຊສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະແຂວງອຸດົມໄຊ ໄດ້ຈັດກິດຈະກຳບານເຕະຍິງ ໃຫ້ກັບບັນດາເຍົາວະຊົນຍິງ ຢູ່ທີ່ແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຫຸມພັນ ອິນທະມຸງຄຸນ ປະທານ ສະຫະພັນບານເຕະແຂວງອຸດົມໄຊທ່ານ ຈັນທີ ວິລະໄຊພອນ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊທ່ານ ນາງ ພອນທິບ ແສງມະນີ ຄູຝຶກ ທີມຊາດຍິງ ພ້ອມດ້ວຍ ທີມງານຄູຝຶກຈາກ ສະຫະພັນບານເຕະແຫ່ງຊາດລາວ,​ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ການຈັດກິດຈະກຳດັ່ງກ່າວແມ່ນໄດ້ຮັບການສະຫນັບສະຫນູນຈາກ ສະຫະພັນບານເຕະອາຊີ ຫລື AFC ໂດຍມີເຍົາວະຊົນເຂົ້າຮ່ວມທັງຫມົດ 120 ຄົນ ຈາກ 12 ໂຮງຮຽນ
ຊັ້ນປະຖົມ ມີ ໂຮງຮຽນ ຄື:
ໂຮງຮຽນປະຖົມສົມບູນ ລ້ອງກໍ່ເດື່ອ
ໂຮງຮຽນປະຖົມສົມບູນ ບ້ານເຈງ
ໂຮງຮຽນປະຖົມສົມບູນ ດອນໄຊ
ໂຮງຮຽນປະຖົມສົມບູນ ຫນອງແມງດາ
ໂຮງຮຽນປະຖົມສົມບູນ ພູຂຽວ
ໂຮງຮຽນປະຖົມສົມບູນ ບ້ານຖິ່ນ
7. ໂຮງຮຽນປະຖົມສົມບູນ ຫ້ວຍຂຸມ
ຊັ້ນມັດທະຍົມ ມີ ໂຮງຮຽນຄື:
ໂຮງຮຽນ ມສ ແຂວງ
ໂຮງຮຽນ ມສ ເມືອງໄຊ
ໂຮງຮຽນ ມສ ຊົນເຜົ່າ
ໂຮງຮຽນ ມສ ຫ້ວຍຂຸມ
ໂຮງຮຽນ ມສ ດອນໄຊ
ກິດຈະກຳດັ່ງກ່າວດຳເນີນໄປພາຍໃນຮູບແບບ ເປັນການສອນບານເຕະຂັ້ນພື້ນຖານເຕັກນິກການຫລິ້ນ ແລະ ຈັດການແຂ່ງຂັນເພື່ອແລກປ່ຽນປະສົບການກັນຢ່າງມ່ວນຊື່ນ ເພື່ອເປັນການຕ້ອນຮັບວັນແມ່ຍິງສາກົນ ວັນທີ 08 ມີນາ ຂອງທຸກໆປີ ໂດຍປີນີ້ຄົບຮອບ 112 ປີ.