
ບົດສໍາພາດ ຫຼັງຈົບການແຂ່ງຂັນ ກອງທັບ ສະເຫມີ ຈຳປາສັກ 0-0
ບົດສໍາພາດ ຫຼັງຈົບການແຂ່ງຂັນ ກອງທັບ ສະເຫມີ ຈຳປາສັກ 0-0

ສະໂມສອນກິລາບານເຕະ ກອງທັບ ພົບ ສະໂມສອນກິລາບານເຕະ ຈຳປາສັກ
ເວລາ 16:00 ສະໂມສອນກິລາບານເຕະ ກອງທັບ ພົບ ສະໂມສອນກິລາບານເຕະ ຈຳປາສັກ
ແຂ່ງຂັນຢູ່ທີ່ສະຫນາມກິລາ ກອງທັບ ຫຼັກ5
#PepsiLaoLeague1
#pepsilaos
#Laotelecom
#evo
#LaoLeague1 #laofootball #laoleague #YoungElephantsFC #LaoArmyFC #ViengchanhFC #EzraFC #Master7FC #LuangPrabangFC #ChampasakFC
#namthaunited
#Matchday4 #laofootball

AFC U20 WOMEN'S ASIAN CUP 2024, Round 1 08.03.2023 LAOS 2-2 HONG KONG

ສຕລ ແລະ ຫຼວງພະບາງຈັດກິດຈະກໍາ ສະຫຼອງ ວັນແມ່ຍິງສາກົນ
ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ແລະ ສະຫະພັນບານເຕະຫລວງພະບາງ ໄດ້ຈັດພິທີເປີດກິດຈະກໍາບານເຕະຍິງ ສະຫລອງວັນແມ່ຍິງສາກົນຄົບຮອບ113ປີຂຶ້ນທີ່ ສະຫນາມກິລາຫລວງພະບາງ ໃນວັນທີ 8 ມີນາ 2023 ໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານງານ ສຕລ.ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຂວງ; ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ ນັກກິລາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ
ໃນພິທີດັ່ງກ່າວ ທ່ານນາງ ພູໄຊ ແພງພົງໄດ້ກ່າວວ່າ . ການສະເຫລີມສະຫລອງຈັດກິດຈະກໍາບານເຕະຍິງຄັ້ງນີ້ ແມ່ນເປັນຄັ້ງທີ່ VII ຂອງປະເທດລາວ ທີ່ຈັດຂຶ້ນ ພາຍໃຕ້ການສະຫນັບສະຫນຸນ ຈາກໂຄງການ AFC Women's day
ໂຄງການນີ້ແມ່ນເປີດໃຫ້ເດັກນ້ອຍເພດຍິງໄດ້ມີໂອກາດຝຶກຊ້ອມ ແລະ ຫລິ້ນກິລາບານເຕະ ເພື່ອພັດທະນາໂຕເອງກ້າວຂຶ້ນໄປສູ່ລະດັບແຂວງ ແລະ ລະດັບຊາດໃນອະນາຄົດ ການເປີດກິດຈະກໍາສະເຫລີມສະຫລອງບານເຕະຍິງທີ່ແຂວງຫລວງພະບາງນີ້ແມ່ນການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ໃນກອງປະຊຸມໃຫຍ່ສະໄຫມສາມັນປະຈໍາປີ 2022 ໂດຍເລັ່ງເຫັນວ່ານັກກິລາເຍົາວະຊົນເພດຍິງຂອງແຂວງຫລວງພະບາງແມ່ນມີທັກສະຄວາມສາມາດດ້ານກິລາບານເຕະທີ່ດີເດັນ ເຫັນໄດ້ຈາກຜົນງານການເຂົ້າຮ່ວມແຂ່ງຂັນລາຍການ ລະດັບປະເທດ ທີ່ຈັດຂຶ້ນໃນປີທີ່ຜ່ານມາ ໃນນາມຕາງຫນ້າໃຫ້ແກ່ສຕລແລະໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ຄະນະບໍລິຫານງານສະຫະພັນບານເຕະຫລວງພະບາງໄດ້ໃຫ້ການຮ່ວມມື ແລະ ປະສານວຽກງານຕ່າງໆ ເປັນຢ່າງດີ ເພື່ອໃຫ້ການຈັດງານຄັ້ງນີ້ເກີດຂຶ້ນ.
ຈາກນັ້ນ ທ່ານ ວັນທອງ ແພງສະຫວັດ ຮອງປະທານສະຫະພັນບານເຕະແຫ່ງແຂວງ ໄດ້ກ່າວຂອບໃຈຕໍ່ທາງສະຫະພັນແຫ່ງຊາດລາວທີ່ປີນີ້ໄດ້ ຍາດໂອກາດ ແລະ ມາຈັດງານກິດຈະກໍາວັນແມ່ຍິງສາກົນທີ່ມີຄວາມໝາຍຄວາມສໍາຄັນນີ້ ຢູ່ຫຼວງພະບາງອີກຄັ້ງ ຖືເປັນກິດຈະກໍາດີໆທີ່ໃຫ້ເອື້ອຍນ້ອງແມ່ຍິງໄດ້ພັດທະນາຕົນເອງ, ກ້າສະແດງອອກ ເປີດໂອກາດໄດ້ເຂົ້າຮ່ວມໃນກິດຈະກໍາບານເຕະ ເຊິ່ງທີ່ຜ່ານມາແຂວງຫຼວງພະບາງໄດ້ສົ່ງນັກກິລາເຂົ້າຮ່ວມໃນລາຍການ, ໃນການແຂ່ງຂັນຕ່າງໆ ຖືເປັນປະສົບການ ເພື່ອພັດທະນາຕົນເອງ ກໍຄືປະເທດຊາດ.
ພາຍໃນງານສຕລຍັງໄດ້ມອບບານເຕະໃຫ້ 6 ພາກສ່ວນຄື ມສ ເດັກກໍາພ້າ ຈໍານວນ 5 ຫນ່ວຍ; ມສ ຊົນເຜົ່າສວນຫລວງ ຈໍານວນ 5 ຫນ່ວຍ; ໂຮງຮຽນຊົນເຜົ່ານໍ້າບາກ 5 ຫນ່ວຍ; ມສ ບ້ານຄອຍ ຈໍານວນ 5 ຫນ່ວຍ ; ມສ ສັນຕິພາບ ຈໍານວນ 10 ຫນ່ວຍ; ສະຫະພັນບານເຕະແຂວງ 10 ຫນ່ວຍ ນອກນັ້ນຍັງໄດ້ຫລິ້ນກິດຈະກໍາລາກຫລາຍຢ່າງ ບໍ່ວ່າຈະເປັນຫລອກບານ, ຊຸດບານ, ສົ່ງບານ;ເກມມ່ວນຊື່ນ;ຈັບບານ ແລະ ໃນຕອນທ້າຍ ຍັງມີການແຂ່ງຂັນບານເຕະ ທີ່ມີການມອບລາງວັນໃຫ້ທີມທີ່ຊະນະເລີດ ແລະ ຮອງ ຈາກສະຫະພັນບານເຕະແຫ່ງຊາດລາວ ຄື ໄດ້ທີ່ 1 ທີມນາງແມວ ໄດ້ບານເຕະ 10 ຫນ່ວຍ. ທີມທີ 2 ທີມ ຄໍເຊັນເຕີ ໄດ້ບານເຕະ 5 ຫນ່ວຍ; ທີມທີ 3 ທິມ AFC ໄດ້ບານເຕະ 3 ຫນ່ວຍ ແລະ ທີມ ທີ 4 ທີມ ສໍ່ານີ້ລ້າລ້າ ໄດ້ບານເຕະ 2 ຫນ່ວຍ .

ສະໂມສອນກິລາບານເຕະ ຈຳປາສັກ ພົບ ສະໂມສອນ ກິລາບານເຕະ ຫຼວງພະບາງ
MATCH DAY WEEK 3
- ເວລາ 16:00 ສະໂມສອນກິລາບານເຕະ ຈຳປາສັກ ພົບ ສະໂມສອນ ກິລາບານເຕະ ຫຼວງພະບາງ
ແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຈຳປາສັກ
#LaoLeague1 #laofootball #laoleague #YoungElephantsFC #LaoArmyFC #ViengchanhFC #EzraFC #Master7FC #LuangPrabangFC #ChampasakFC

ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ ພົບ ສະໂມສອນກິລາບານເຕະ ຫຼວງພະບາງ
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 2
ວັນເສົາ 25/02/2023
ເວລາ 16:00 ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ ພົບ ສະໂມສອນກິລາບານເຕະ ຫຼວງພະບາງ

ສະໂມສອນກິລາບານເຕະ ຈຳປາສັກ ພົບ ສະໂມສອນກິລາບານເຕະ ຊ້າງນ້ອຍ
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 2
ວັນອາທິດ 26/02/2023
ເວລາ 16:00 ສະໂມສອນກິລາບານເຕະ ຈຳປາສັກ ພົບ ສະໂມສອນກິລາບານເຕະ ຊ້າງນ້ອຍ

ສະໂມສອນກິລາບານເຕະ ເອສະຣາ ພົບ ສະໂມສອນກິລາບານເຕະ ກອງທັບ
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ອາທິດທີ 2
ວັນເສົາ 25/02/2023
ເວລາ 16:00 ສະໂມສອນກິລາບານເຕະ ເອສະຣາ ພົບ ສະໂມສອນກິລາບານເຕະ ກອງທັບ

ສະໂມສອນກິລາບານເຕະ ວຽງຈັນ ພົບ ສະໂມສອນກິລາບານເຕະ ນ້ຳທາ

ສະໂມສອນບານເຕະ ກອງທັບ ພົບກັບ ສະໂມສອນບານເຕະ ຫຼວງພະບາງ

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປິ 2023 ມາສເຕີ້ ເຊເວັ້ນ ພົບ ຈຳປາສັກ
