ກຳມະການຕັດສິນ

ການຝຶກອົບຮົມກໍາມະການຕັດສິນບານເຕະ

ຂ່າວສານກ່ຽວກັບ ກຳມະການຕັດສິນ

News Cover

ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍຜູ້ຕັດສິນກິລາບານເຕະຍິງຂອງລາວ ໄດ້ຮັບເລືອກໄປຕັດສິນລະດັບອາຊີ

16/02/2023

ຖືວ່າເປັນອີກໜຶ່ງຂ່າວດີ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ທີ່ຈະໄດ້ເຫັນບຸກຄະລາກອນສັນຊາດລາວ ມີບົດບາດໄດ້ໄປຮ່ວມຕັດສິນລະດັບທະວີບອາຊີຄັ້ງທຳອິດ ເຊິ່ງ ທ່ານ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນລະດັບຟີຟ້າຈາກລາວ ຈະໄດ້ໄປຮ່ວມຕັດສິນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ D ທີ່ປະເທດຈໍແດນ (ຊັອກດານີ້) ໃນວັນທີ 6-12 ມີນາ 2023 ນີ້, ກາຍເປັນກຳມະການຕັດສິນຍິງລາວຄົນທຳອິດ ໄດ້ຖືກຄັດເລືອກໃຫ້ຮ່ວມຕັດສິນລາຍການນີ້ ແລະ ລະດັບທະວີບອາຊີ.

ທ່ານ ນາງ ພຸດສະຫວັນ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ກ່ອນຈະຖືກຄັດເລືອກໄປຮ່ວມຕັດສິນຄັ້ງນີ້ ຕົນເອງຕ້ອງອົດທົນຝຶກຝົນຮຽນຮູ້ດ້ານວິຊາສະເພາະໜັກສົມຄວນ ໂດຍສະເພາະດ້ານພາສາອັງກິດ, ກົດກະຕິກາ, ພະລະກຳລັງ, ຈິດໃຈ ແລະ ການເຮັດວຽກເປັນທີມ ຖືວ່າຈະເປັນປະສົບການອັນໃໝ່ໃຫ້ກັບຕົນເອງ ເພື່ອຕໍ່ຍອດສູ່ການຕັດສິນລະດັບພາກພື້ນ ແລະ ສາກົນຕໍ່ໄປ.

ສຳລັບປະສົບການຜ່ານມາຂອງ ພຸດສະຫວັນ ຈັນທະວົງ ເລີ່ມຕົ້ນດ້ວຍການເປັນນັກກິລາແລ່ນລານ, ຈາກນັ້ນໄດ້ຮັບການອົບຮົມ ຮຽນຮູ້ ເລື່ອງການເປັນກຳມະການຕັດສິນບານເຕະ, ເຄີຍຕັດສິນລາຍການຕ່າງໆພາຍໃນປະເທດ ລວມທັງລະດັບອາຊຽນ ແລະ ອາຊີ ຈຳນວນໜຶ່ງ, ໄດ້ຮັບໃບຢັ້ງຢືນການເປັນຜູ້ຊ່ວຍຜູ້ຕັດສິນລະດັບຟີຟ້າໃນປີ 2019 ເຊິ່ງກ່ອນໄປຮ່ວມຕັດສິນລາຍການນີ້ ພຸດສະຫວັນ ຈັນທະວົງ ໄດ້ໄປຮ່ວມອົບຮົມກຳມະການຕັດສິນລະດັບສູງຂອງຟີຟ້າ ຢູ່ປະເທດມາເລເຊຍ ໃນວັນທີ 7-10 ກຸມພາ 2023 ຜ່ານມາ.

ສຳລັບ ການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ນອກຈາກ ພຸດສະຫວັນ ຈັນທະວົງ ຈະໄປຮ່ວມຕັດສິນໃນ ກຸ່ມ D ທີ່ປະເທດຈໍແດນ, ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບ ຮອບຄັດເລືອກ ກຸ່ມ A ໃນລະຫວ່າງວັນທີ 8-12 2023 ໂດຍມີ 4 ທີມຮ່ວມຄັດເລືອກຄື: ສປ ຈີນ, ຟີລິບປິນ, ຮົງກົງ ແລະ ລາວ ເຈົ້າພາບ, ຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີ 1 ຂອງກຸ່ມ ເຂົ້າຮອບຄັດເລືອກຮອບທີສອງຕໍ່ໄປ.

News Cover

ສະຫະພັນບານເຕະແຫ່ງຊາດລາວຈັດຝຶກອົບຮົບກຳມະການຕັດສິນຍິງ

03/10/2022

ວັນທີ 03 ຕຸລາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີການຈັດຝຶກອົບຮົມຍົກລະດັບກຳມະການຕັດສິນຍິງ ເພື່ອກະກຽມຮັບໃຊ້ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈໍາປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ, ໂດຍການເຂົ້າຮ່ວມໃນພິທີມີທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານ ສຕລ ທັງເປັນຫົວຫນ້າອະນຸກຳມະການບານເຕະຍິງຂອງສຕລ, ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນຂອງສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ຂອງສຕລ ພ້ອມດ້ວຍຜູ້ປະເມີນກຳມະການຕັດສິນ ແລະ ນັກສໍາມະນາກອນກຳມະການຕັດສິນ ເຂົ້າຮ່ວມທັງຫມົດ 29 ຄົນ ທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນຄື: ແຂວງບໍ່ແກ້ວ, ຫົວພັນ,ຜົ້ງສາລີ,ໄຊຍະບູລີ,ຄຳມ່ວນ,ສະຫວັນນະເຂດ,ເຊກອງ ແລະຈຳປາສັກ.

ສຳລັບຈຸດປະສົງໃນການຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດກໍາມະການຕັດສິນຍິງທົ່ວປະເທດ ໃນການປະຕິບັດຫນ້າທີ່ນຳເອົາບົດຮຽນຝຶກອົບຮົມດັ່ງກ່າວໄປເຜີຍແຜ່ ແລະ ສິດສອນກໍາມະການຕັດສິນໃນທ້ອງຖິ່ນທີ່ຕົນເອງຮັບຜິດຊອບ, ເພື່ອຄັດເລືອກເອົາກຳມະການຕັດສິນທີ່ຜ່ານມາດຖານເຂົ້າຮ່ວມ ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈຳປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ.

ໃນການຝຶກອົບຄັ້ງນີ້ ນັກສຳມະນາກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ທົດສອບພະລະກຳລັງ ພ້ອມດຽວນັ້ນຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2022 / 2023, ຮຽນຮູ້ທັກສະ ແລະ ຍຸດທະວິທີໃນການປະຕິບັດຫນ້າທີ່ ຈັດການບໍລິຫານເກມການແຂ່ງຂັນ.

ການຝຶກອົບຮົມດັ່ງກ່າວແມ່ນຈະໄດ້ໃຊ້ເວລາ 5 ມື້ ເລີ້ມຕັ້ງແຕ່ວັນທີ 03-07 ຕຸລາ 2022, ສຳລັບນັກສຳມະກອນທີ່ສອບເສັງຜ່ານ ແມ່ນໄດ້ເຂົ້າຮ່ວມຕັດສິນ ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈຳປີ 2022 ທີ່ຈະເລີ້ມແຂ່ງຂັນໃນວັນທີ 09 - 21/10/2022.

- ກຸ່ມ ກ: ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ.

- ກຸ່ມ ຂ: ແຂວງສະຫວັນນະເຂດ, ແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ.

ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ເດີ່ນໃນ ແລະ ເດີ່ນນອກ.

News Cover

ກໍາມະການຕັດສິນ FIFA ລາວ 4 ທ່ານເຂົ້າຮ່ວມການຕັດສິນ

13/08/2022

ສະຫະພັນບານເຕະແຫ່ງຊາດລາວໄດ້ສົ່ງກໍາມະການຕັດສິນ FIFA ຂອງລາວຈຳນວນ 4 ທ່ານເຂົ້າຮ່ວມການຕັດສິນ ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີ ຊິງແຊ້ມອາຊຽນທີ່ປະເທດອິນໂດເນເຊຍ  (AFF U16 Championship 2022 Indonesia ) ໃນລະຫວ່າງ ວັນທີ 31/7/-12/8/2022, ເຊິ່ງປະກອບມີ 1. ທ່ານ ໄຊປະເສີດ ພົງຊະນິດ ກໍາມະການຕັດສິນ 

2. ທ່ານ ຄໍາສິງ ໄຊຍະວົງສີ ກໍາມະການຕັດສິນ 3. ທ່ານ ສົມພາວັນ ຫລວງລາດ ຜູ້ຊ່ວຍກໍາມະການຕັດສິນ ແລະ 4. ທ່ານ ບຸນອູ້ມ ລາດຊະວົງ ຜູ້ຊ່ວຍກໍາມະການຕັດສິນ.
ສະເພາະກໍາມະການຕັດສິນ FIFA ຂອງລາວໄດ້ເຂົ້າຮ່ວມການຕັດສິນໃນຮອບນັດຊິງຊະນະເລີດ ລະຫວ່າງ ເຈົ້າພາບ ອິນໂດເນເຊຍ ພົບກັບ ຫວຽດນາມປະກອບມີ ທ່ານ ໄຊປະເສີດ ພົງຊະນິດ ກໍາມະການຕັດສິນ ແລະ ທ່ານ ສົມພະວັນ ຫລວງລາດ. ນອກນັ້ນຍັງມີກຳມະການຕັດສິນຂອງມາເລເຊຍ ແລະໄທເຂົ້າຮວ່ມຕັດສິນໃນຮອບຊິງຊະນະເລີດເຊ່ນດຽວກັນ. ຜົນການແຂ່ງຂັນ ອິນໂດເນເຊຍ ຊະນະ ຫວຽດນາມ 1:0.

ນີ້ແມ່ນໜຶ່ງໃນຜົນງານຂອງສະຫະພັນບານເຕະແຫ່ງຊາດລາວກໍຄືກໍາມະການຕັດສິນ FIFA ຂອງລາວ, ໂດຍສະເພາະກຳມະການຕັດສິນຂອງລາວ 2 ທ່ານທີ່ລົງເປົ່າໝາກວີດໃນນັດຊິງຊະນະເລີດແມ່ນໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບຜົນງານດີຈາກຜູ້ຈັດການແຂ່ງຂັນຄືສະຫະພັນບານເຕະອາຊຽນ.

News Cover

ພິທີປີດ ຝືກອົບຮົມຄູຝືກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course 2022

20/03/2022

ພິທີປີດ ຝືກອົບຮົມຄູຝືກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course 2022 ຢູ່ເມືອງ ແປກ ແຂວງ ຊຽງຂວາງ ໃນລະຫວ່າງ ວັນທີ 15 - 18 / 03 / 2022
ຕອນບ່າຍ ວັນທີ 18 ມີນາ 2022 ຢູ່ທີ່ ຫ້ອງປະຊຸມ ໂຮງຮຽນມັດທະຍົມສຶກສາສົມບູນ ພອນສະຫວັນ ເມືອງແປກ, ແຂວງຊຽງຂວາງ, ໄດ້ມີພີທີປີດຊຸດຝຶກອົບຮົມຄູຝຶກບານເຕະ ຝືກອົບຮົມຄູຝືກກິລາບານເຕະ ຂັ້ນພື້ນຖານ ( LFF “D” Certificate Coaching Course 2022 ) ເຂົ້າຮ່ວມໃນພິທີປິດໂດຍມີ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທອງຜິວ ສີປັນຍາ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ, ທ່ານ ສົມທອງ ຜາໃຕ້ບານ ເລຂາທິການສະຫະພັນບານເຕະແຂວງຊຽງຂວາງ, ທ່ານ ສົມພູ ດວງດາລາ ແລະ ທ່ານ ແສງເພັດ ວົງໄຊຍະລາດ ຄູຝຶກສອນ ຈາກ ສະຫະພັນບານເຕະແຫ່ງຊາດ, ມີນັກສຳມະນາກອນເຂົ້າຮ່ວມທັງຫມົດ 22 ທ່ານ ໃນນັ້ນເປັນຍິງ 4 ທ່ານ ມາຈາກ ພາຍໃນຕົວເມືອງແປກ ແຂວງຊຽງຂວາງ.

News Cover

ພິທີເປີດ ຝືກອົບຮົມຄູຝືກບານເຕະຂັ້ນພື້ນຖານ ຢູ່ທີ່ແຂວງ ບໍລິຄໍາໄຊ

08/03/2022

ຕອນເຊົ້າ ວັນທີ 08 ມີນາ 2022 ຢູ່ທີ່ ທີ່ຫ້ອງປະຊຸມ ໂຮງຮຽນມັດທະຍົມສົມບູນ ວຽງຄຳ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ໄດ້ມີພິທີເປີດຊຸດຝຶກອົບຮົມຄູຝຶກບານເຕະ ຝືກອົບຮົມຄູຝືກກິລາບານເຕະຂັ້ນພື້ນຖານ ( LFF “D” Certificate Coaching Course 2022 ) ເຂົ້າຮ່ວມໃນພິທີເປິດໂດຍມີ ທ່ານ ຄຳເພັດ ໄຊປັນຍາ ຄະນະພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ທ່ານ ເພງ ເພີນຈິດ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ, ທ່ານ ຈັນທະໜອມ ເທບອຸໄທ ຄະນະສະຫະພັນບານເຕະແຂວງບໍລິຄຳໄຊ, ທ່ານ ສົມພູ ດວງດາລາ ແລະ ທ່ານ ແສງເພັດ ວົງໄຊຍະລາດ ຄູຝຶກສອນ ຈາກ ສະຫະພັນບານເຕະແຫ່ງຊາດລາວ ມີນັກສຳມະນາກອນ ເຂົ້າຮ່ວມທັງຫມົດ 30 ຄົນ ໃນນັ້ນເປັນຍິງ 2 ຄົນ ມາຈາກ 3 ພາກສ່ວນໃນຕົວເມືອງ ປາກກະດິງ.
ທ່ານ ຄຳເພັດ ໄຊປັນຍາ ໄດ້ກ່າວວ່າ ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈຫລາຍ ທີ່ໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມໃນຄັ້ງນີ້ເຊິ່ງເປັນເງື່ອນໄຂອັນດີໃຫ້ແກ່ຜູ້ທີ່ມາຝຶກອົບຮົມນີ້ເພື່ອຈະໄດ້ພັດທະນາຕົນເອງ ເປັນການປູກຝັງດ້ານຄູຝຶກກິລາບານເຕະນີ້ ຖ້າຜູ້ໃດມີການພັດທະນາຕົນເອງມີການມັກຮັກໃນດ້ານນີ້ຖືວ່າກ້າວໄປສູ່ໃນການຝຶກອົບຮົມຂັ້ນຕໍ່ໄປ ໃນລະດັບ “C” ໃຫ້ສາມາດເປັນຄູຝຶກຂອງແຂວງພານັກກິລາຂອງແຂວງໄປແຂ່ງລະດັບຊາດ.
ຈຸດປະສົງ ແລະ ເປົ້າໝາຍໃນການຈັດຝຶກອົບຮົມຄູຝືກບານເຕະຂັ້ນພື້ນຖານ LFF “D” Certificate Coaching Course ມີລາຍລະອຽດດັ່ງລຸ່ມນີ້:
ເປົ້າໜາຍ:
1. ເພື່ອສ້າງລຸ້ນສືບທອດ ກິລາບານເຕະທີ່ອາໃສຢູ່ເຂດຫ່າງໄກໃຫ້ໄດ້ທຸກເຂດໃນທົ່ວປະເທດ
2. ເພື່ອໃຫ້ຄູຝຶກຮູ້ຈັກນຳໃຊ້ການຝືກສອນທັກສະກິລາບານເຕະຂັ້ນພື້ນຖານຢ່າງຖືກຕອ້ງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ.
3. ເພື່ອປັບປຸງແລະພັດທະນາຄູຝືກໃຫ້ມີຄວາມຮູ້ຄວາມສາມາດໃນການເຂົ້າຮ່ວມການອົບຮົມຄູຝືກລະດັບພາກພື້ນຂອງອາຊີຕາມລຳດັບໃນອານາຄົດ.
4. ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກິລາບານເຕະ ມາເປັນນັກກິລາສືບທອດ.
5. ເພື່ອໃຫ້ນັກກິລາທີ່ໜຸ່ມນ້ອຍມີທັກສະແລະພັດທະນາໂຕເອງຈົນກາຍເປັນນັກກິລາຕົວແທນໃນຂະແໜງການຕ່າງໆ ເພື່ອກ້າວໄປເຖີງນັກກິລາທີມຊາດໃນອານາຄົດ.
ສຳລັບມືື້ສຸດທ້າຍຂອງການຝຶກອົບຮົມ ແມ່ນຈະໄດ້ກິດຈະກໍາບານເຕະຂອງເຍົາວະຊົນ.

News Cover

ຝຶກອົບຮົມກໍາມະການຕັດສິນ ສໍາລັບການແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2022

01/03/2022

ສະຫະພັນບານເຕະແຫ່ງຊາດລາວໄດ້ ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກະກຽມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ທີ່ຈະເປີດສາກຂຶ້ນໃນໄວໆນີ້
ໃນຕອນເຊົ້າ ວັນອັງຄານ 01 ມີນາ 2022 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດຝຶກອົບຮົມກຳມະການຕັດສິນ ເພື່ອກຽມຄວາມພ້ອມຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022, ເຂົ້າຮ່ວມໃນພິທີດັ່ງກ່າວໂດຍມີ ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ເປັນວິທະຍາກອນ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ເປັນວິທະຍາກອນ, ໂດຍມີຜູ້ປະເມີນກຳມະການຕັດສິນ ແລະ ນັກສຳມະກອນກຳມະການຕັດສິນ ເຂົ້າຮ່ວມທັງຫມົດ 42 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ: ສະຫະພັນບານເຕະແຫ່ງຊາດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄຊເຊດຖາ, ມໍປາຍ ໂນນສະຫວ່າງ,ມສ ຈັນທະບູລີ, ມສ ປາດຖະໜາ, ມສ ອານຸ, ໂຄສະນາອົບຮົມສູນກາງພັກ, ມສ ຈັນທະບູລີ, ແຂວງສະຫວັນນະເຂດ, ແຂວງຫຼວງພະບາງ,ແຂວງຈຳປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ ແລະ ແຂວງຄໍາມ່ວນ.
ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ໄດ້ກ່າວວ່າ: ‘’ການຝຶກອົບໃນຄັ້ງນີ້ກໍເພື່ອເປັນກະກຽມ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ຂໍໃຫ້ກຳມະການຕັດສິນ ໃຫ້ເອົາໃຈໃສ່ໃນການຝຶກອົບຮົມ ສຶກສາກົດລະບຽບທີ່ທາງຟີຟາ ປັປປຸງໃຫມ່ ໃຫ້ລະອຽດ ຮຽນຮູ້ກ່ຽວກັບກະຕິກາແຂ່ງຂັນ, ຮູ້ນໍາໃຊ້ກະຕິກາໃຫ້ຖືກຕ້ອງ ແລະ ເໝາະສົມກັບການແຂ່ງຂັນໃນແຕ່ລະນັດ’’.
ສຳລັບການຝຶກອົບກຳມະການຕັດສິນ ຈະໄດ້ດຳເນີນການຝຶກ 4 ມື້ ນັບຕັ້ງແຕ່ວັນທີ 01 - 04 ມີນາ 2022 ໂດຍນັກສຳມະກອນ ຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ແກ້ໄຂ້ປັບປຸງຂໍ້ຜິດພາດທີ່ຜ່ານມາ ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພະລະກຳລັງ ເພື່ອຄັດເລືອກກຳມະການຕັດສິນ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 2022 ໂດຍແຕ່ລະນັດຈະໃຊ້ກໍາມະການຕັດສິນທັງຫມົດ 6 ຄົນ.
ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2022 ມີ ທີມເຂົ້າຮ່ວມທັງຫມົດ 7 ທີມ ປະກອບມີ :
1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ
2. ສະໂມສອນ ກິລາບານເຕະ ກອງທັບ
3. ສະໂມສອນ ກິລາບານເຕະ ວຽງຈັນ
4. ສະໂມສອນ ກິລາບານເຕະ ເອສະຣາ
5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ
6. ສະໂມສອນ ກິລາບານເຕະ ແຂວງຫຼວງພະບາງ
7. ສະໂມສອນ ກິລາບານເຕະ ແຂວງຈຳປາສັກ
#LAOLEAGUE1

News Cover

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D

07/08/2020

ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ຢູ່ 4 ແຂວງພາ​ກ​ໃຕ້​
ສະຫະພັນບານເຕະແຫ່ງຊາດລາວ ກຽມຈັດຝຶກອົບຮົມຄູຝຶກລະດັບ D , ກໍາມະການບານເຕະ ຂັ້ນພື້ນຖານ ແລະ​ກິດຈະກຳບານເຕະຂອງເຍົາວະຊົນ ປະຈຳປີ 2020​ ຢູ່​ 4 ແຂວງພາກໃຕ້, ເພື່ອສົ່ງເສີມພັດທະນາບັນດາຄູຝຶກກິລາບານເຕະ ແລະ ກຳມະການ ໃຫ້ໄດ້ທົ່ວທຸກເຂດທີ່ຫ່າງໄກ ແລະ ດ້ອຍໂອກາດ, ນຳໃຊ້ການຝຶກສອນທັກສະກິລາບານເຕະຂັ້ນພື້ນຖານ ແລະ ກໍາມະການຕັດສິນບານເຕະຂັ້ນພື້ນຖານ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມຄ່ອງແຄ້ວ ເພື່ອພັດທະນາບັນດາຄູຝຶກ, ພັດທະນາກຳມະການຕັດສິນ ໃຫ້ມີຄວາມສາມາດ, ມີພອນສະຫວັນທາງດ້ານກິລາບານເຕະໃຫ້ກາຍມາເປັນຄູຝຶກ ແລະ ກຳມະການ, ເພື່ອຊອກຫາເດັກນ້ອຍທີ່ມີພອນສະຫວັນໃນດ້ານກິລາບານເຕະມາເປັນນັກກິລາລຸ້ນສຶບທອດ ຈົນກາຍເປັນນັກກິລາຕົວແທນໃນຂະແຫນງການຕ່າງໆເພື່ອກ້າວໄປເຖິງນັກກິລາທີມຊາດໃນອະນາຄົດ.
ການຈັດຝຶກອົບຮົມດັ່ງກ່າວແມ່ນຈະໄດ້ຈັດຂຶ້ນ 4 ແຂວງ​ພາກ​ໃຕ້ ລາຍ​ລະ​ອຽດ​ມີ​ດັ່ງ​ລຸ່ມ​ນີ້:
- ແຂວງ​ສາ​ລະ​ວັນ ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ - 4 ທັ​ນ​ວາ 2020.
- ແຂວງ​ເຊກອງ ຈ​ັດ​ຂຶ້ນ​ໃນ​ວັນ​ທີ 08 - 11 ທັນວາ 2020.
- ແຂວງ​ອັດ​ຕະ​ປື ຈັດ​ຂຶ້ນ​ໃນ​ວັນ​ທີ 15-18 ທັນ​ວາ 2020.
- ແຂວງ​ຈຳ​ປາ​ສັກ ຈັດ​ຂຶ້ນ​ໃນ​ວັນ​ທີ 22-25 ທັນ​ວາ 2020.
ສຳລັບ ປີ 2019 ທີ່ຜ່ານມາ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດ ຝຶກອົບຮົມຄູຝຶກບານເຕະຂັ້ນພື້ນຖານ LFF ” D ” Certificate Coaching Course , ຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ ແລະ ຈັດກິດຈະກຳບານເຕະຂອງເຍົາວະຊົນ ແມ່ນໄດ້ຈັດມາແລ້ວ ຢູ່ 10 ແຂວງຄື: ແຂວງຊຽງຂວາງ,ແຂວງຫົວພັນ, ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ສ່ວນ​ປີ 2020 ໄດ້​ຝຶກ​ອົບ​ຮົມ​ ມາ​ແລ້ວ 3 ແຂວງຄື: ແຂວງ​ສະ​ຫວັນ​ນະ​ເຂດ,ຄຳ​ມ່ວນ ແລະ ແຂວງ​ໄຊ​ສົມ​ບູ​ນ.