ກຳມະການຕັດສິນ

ການຝຶກອົບຮົມກໍາມະການຕັດສິນບານເຕະ

ຂ່າວສານກ່ຽວກັບ ກຳມະການຕັດສິນ

News Cover

ນາງ ພຸດສະຫວັນ ຈັນທະວົງຖືກຄັດເລືອກ ເຂົ້າຮ່ວມຕັດສິນກິລາບານເຕະໃນເອຊຽນເກມຄັ້ງທີ 19

20/09/2023

ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກໍາມະການຕັດສິນລະດັບສູງຂອງສະຫະພັນບານເຕະສາກົນ ຫລື FIFA Elite ໄດ້ຖືກຄັດເລືອກຈາກສະຫະພັນບານເຕະອາຊີ (AFC) ໃຫ້ເຂົ້າຮ່ວມຕັດສິນໃນງານມະຫະກຳກິລາບານເຕະເອຊຽນເກມ ຄັ້ງທີ19 ທີ່ຫາງໂຈວ່, ສປ ຈີນ ໃນລະຫວ່າງວັນທີ 19 ກັນຍາ - 7 ຕຸລາ 2023.

ຈາກການຖືຄັດເລືອກຄັ້ງນີ້,ນາງ ພຸດສະຫວັນ ຈັນທະວົງ ກາຍເປັນກໍາມະການຕັດສິນຍິງ

 1 ດຽວຂອງສປປລາວ ແລະ ເປັນຄັ້ງທຳອິດຂອງນາງພຸດສະຫວັນ ໄດ້ເຂົ້າຮ່ວມຕັດສິນກິລາບານເຕະໃນເອຊຽນເກມຄັ້ງນີ້.

 ກ່ອນໜ້ານີ້ນາງ ພຸດສະຫວັນ ໄດ້ໄປຮ່ວມຕັດສິນການແຂ່ງຂັນກິລາບານເຕະຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ຊິງແຊ້ມອາຊີ 2024 ຮອບຄັດເລືອກ ຮອບທີໜຶ່ງ ກຸ່ມ D ທີ່ປະເທດຈໍແດນ (ຊັອກດານີ) ໃນວັນທີ 6-12 ມີນາ 2023,ກາຍເປັນກຳມະການຕັດສິນຍິງລາວຄົນທຳອິດ ໄດ້ຖືກຄັດເລືອກໃຫ້ເຂົ້າຮ່ວມຕັດສິນລາຍໃນການຊົງກຽດນີ້ໃນລະດັບທະວີບອາຊີ.

 ພິເສດ,ສຳລັບປີນີ້ ນາງ ພຸດສະຫວັນ ທີ່ໄດ້ຖືກຄັດເລືອກເຂົ້າຮ່ວມຕັດສິນກິລາບານເຕະໃນຫລາຍລາຍການໃນການແຂ່ງຂັນລະດັບອາຊີ ແລະ ລະດັບອາຊຽນ.


News Cover

ກໍາມະການຕັດສິນ ສຕລ ກຽມພ້ອມຮັບໃຊ້ການແຂ່ງຂັນບານເຕະຟຸດຊໍລີກ 2023

07/09/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ) ໄດ້ສໍາເລັດການຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະລາວ ຟຸດຊໍລີກ ໃນຕອນບ່າຍວັນທີ 6 ກັນຍາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ສົມສະໜຸກ ລຽນສະຫວັນ ຮອງເລຂາທິການ ສຕລ.

 ຄະນະຮັບຜິດຊອບການຝຶກອົບຮົມລາຍງານໃຫ້ຮູ້ວ່າ:ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຈຸດປະສົງກຽມຄວາມພ້ອມໃຫ້ແກ່ການແຂ່ງຂັນກິລາບານເຕະລາວ ຟຸດຊໍລີກ 2023 ທີ່ຈະເປີດສາກຂື້ນຢ່າງເປັນທາງການໃນວັນທີ 9 ກັນຍາ 2023 ນີ້.ຕະຫຼອດໄລຍະການຝຶກອົບຮົມເປັນເວລາ 3 ມື້ (ແຕ່ວັນທີ 4-6 ກັນຍາ 2023)ຜູ້ເຂົ້າຮ່ວມ ແມ່ນໄດ້ຮຽນຮູ້ທາງດ້ານ ກົດລະບຽບກະຕິກາໃໝ່ຂອງກິລາບານເຕະຟຸດຊໍ ທີ່ FIFA ໄດ້ປັບປຸງ ແລະ ມີການທົດສອບພາລະກຳລັງພ້ອມດ້ວຍ ມີການ ສອບເສັງຄວາມຮູ້ດ້ານທິດສະດີ.

ເຂົ້າຮວ່ມກອງປະຊຸມນີ້ຍັງມີທ່ານ ສົມພອນ ເພັດສະຫວ່າງ ຜູ້ປະເມີນກຳມະການ ຕັດສິນຈາກວິທະຍາ ໄລປາກປ່າສັກ ແລະ ທ່ານ ຄຳປະສົງ ໄຊຍະວົງສີ ຜູ້ຮັບຜິດຊອບກໍາມະການຕັດສິນຟຸດຊໍ ທັງເປັນຜູ້ຝຶກສອນ ພ້ອມດ້ວຍຜູ້ປະເມີນກໍາມະການຕັດສິນ ແລະສໍາມະນາກອນ 22 ທ່ານ ເຂົ້າຮ່ວມ.

News Cover

ສໍາເລັດການຝຶກອົບຮົມກຳມະການຕັດສິນລະດັບສູງ

02/09/2023

ສະຫະພັນບານເຕະແຫ່ງຊາດລາວ( ສຕລ)ໄດ້ສໍາເລັດການຝຶກອົບຮົມຍົກລະດັບກຳມະການຕັດສິນລະດັບສູງ ( FIFA MA REFEREEING COURSE 2023 ) ໃນຕອນເຊົ້າວັນທີ 2 ກັນຍາ 2023 ທີ່ ຫ້ອງປະຊຸມ ສຕລ, ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB) ຄູຝຶກຈາກ ສະຫະພັນ ບານເຕະນາໆຊາດ(FIFA), ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ.

ໃນພິທີ ທ່ານ ໄຊປະເສີດ ພົງສະນິດ ໄດ້ຂື້ນລາຍງານເຖິງຜົນຂອງການຝຶກອົບຮົມຄັ້ງນີ້ແມ່ນໄດ້ດໍາເນີນໄປດວ້ຍຜົນສຳເລັດຕາມແຜນການທີ່ວາງໄວ້,ໂດຍຕະຫຼອດເວລາ 5 ວັນຂອງການຝຶກອົບຮົມ(29 ສິງຫາ ຫາ 2 ກັນຍາ 2023)ຜູ້ເຂົ້າຮວ່ມໄດ້ຮຽນຮູ້ກ່ຽວກັບກະຕິກາປັບປຸງໃໝ່ (2022-2023), ພາກປະຕິບັດຕົວຈິງ ແລະ ມີການທົດສອບພາລະກຳລັງ.

ໃນໂອກາດກ່າວປິດພິທີ ທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ຮຽກຮ້ອງໃຫ້ສໍາມະນາກອນທຸກທ່ານ ຈົ່ງນໍາເອົາ ຄວາມຮູ້ໃນການຝຶກອົບຮົມຄັ້ງນີ້ໄປພັດທະນາວົງການບານເຕະໃຫ້ກ້າວໄປສູ່ລະດັບສາກົນ,ຕີຖອຍ ຫາງສຽງສັງຄົມທີ່ກ່າວດ້ານລົບໃຫ້ແກ່ນັກກິລາລາວກໍຄືວົງການກິລາລາວໃຫ້ຫຼຸດໜ້ອຍຖອນລົງເທົ່າໃດຍິ່ງດີ.

ສຳມະນາກອນທີ່ເຂົ້າຮວ່ມຝຶກອົບຮົມຄັ້ງນີ້ລວມມີທັງຫມົດ 35 ທ່ານ ເປັນຍິງ 4 ທ່ານ, ຜູ້ປະເມີນ 8 ທ່ານ, ມາຈາກຕ່າງແຂວງ 10 ທ່ານ ປະກອບມີອຸດົມໄຊ, ແຂວງວຽງຈັນ, ຄໍາມ່ວນ,ສາລະວັນ,ສະຫວັນນະເຂດແລະຈຳປາສັກ.

News Cover

ຝຶກອົບຮົມຍົກລະດັບກຳມະການຕັດສິນລະດັບສູງ ( FIFA MA REFEREEING COURSE 2023 )

29/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີພິທີເປີດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານ ເຕະລະດັບສູງ(FIFA MA REFEREEING COURSE 2023)ຂື້ນໃນຕອນເຊົ້າ ຂອງວັນທີ 29 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຂອງສຕລ,ໃຫ້ກຽດເຂົ້າຮ່ວມຂອງທ່ານຄຳແພງ ວົງຂັນຕີ ຮອງປະທານ ສຕລ ທັງເປັນຫົວຫນ້າອະນຸກຳມະການຕັດສິນ ສຕລ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິີການ ສຕລ , ທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ (MOHAMAD RODZALI BIN YACOB),ທ່ານ ອາແມັດ ຄາລີດີ ບິນ ຊຸບປຽນ (AHMAD KHALIDI BIN SUPIAN) ຄູຝຶກຈາກ ສະຫະພັນບານເຕະນາໆຊາດ(FIFA).

ໃນພິທີ ທ່ານຄໍາປະສົງ ໄຊຍະວົງສີ ວິຊາການພະແນກກໍາມະການຕັດສິນໄດ້ຂຶ້ນລາຍງານການຝຶກອົບຮົມວ່າ:ການຝຶກອົບຮົມໃນຄັ້ງນີ້ແມ່ນໂຄງການປະຈຳປີຂອງ ສະຫະພັນບານເຕະນາໆຊາດໃຫ້ການອຸປະຖໍາກໍຄືໃຫ້ທຶນແກ່ບັນດາປະເທດສະມາຊິກໃນການຈັດຝຶກອົບຮົມ,ເພື່ອເປັນການພັດທະນາທັກສະຄວາມຮູ້ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ກຳມະການຕັດສິນ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮວ່ມຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2023 / 2024, ການຂຽນບົດລາຍງານຂອງຜູ້ປະເມີນກຳມະການຕັດສິນ ແລະ ກໍາມະການຕັດສິນໃຫ້ຖືກຕ້ອງຕາມຫລັກການ FIFA ແລະ ຍັງເປັນການຄັດເລືອກກຳມະການຕັດສິນດີເດັ່ນ ທີ່ຜ່ານມາດຖານເຂົ້າຮ່ວມຄັດເລືອກກຳມະການ FIFA) 2024.

ໃນພິທີ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ໄດ້ປະກອບຄໍາເຫັນແລະແນະນໍາໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງໃຈຍາດເອົາຄວາມຮູ້ຈາກວິທະຍາກອນ ເພື່ອຮັບເອົາບົດຮຽນທີ່ໄດ້ປັບປຸງໃໝ່ ແລະ ເພື່ອພັດທະນາຕົວເອງໃຫ້ກ້າວຂຶ້ນເປັນກໍາມະການຕັດສິນຈົນເຖິງລະດັບສູງສຸດ ຈາກນັ້ນທ່ານ ໂມຮາແມັດ ໂຣຊາຣີ ບິນຢາຄອບ ຄູຝຶກຈາກ ຟີຟາ ກໍ່ໄດ້ປະກອບຄໍາຄິດເຫັນໂດຍໄດ້ສະແດງຄວາມຍິນດີທີ່ໄດ້ມາຮ່ວມໃນການຝຶກອົບຮົມຄັ້ງນີ້ ແລະຫວັງວ່າພາຍຫຼັງການຝຶກອົບຮົມຄັ້ງນີ້ ກໍາມະການລາວຈະບືນຕົວກ້າວຂຶ້ນສູ່ລະດັບສູງກ່ວານີິ້ ຫຼື ສູງທີ່ສຸດ.

ໃນໂອກາດກ່າວເປີດພິທີ ທ່ານ ຄໍາແພງ ວົງຂັນຕີ ຮອງປະທານ ສຕລ ໄດ້ກ່າວວ່າ ການຝຶກອົບຮົມຄັ້ງນີ້ແມ່ນມີເວລາສັ້ນດັ່ງນັ້ນ,ຮຽກຮ້ອງໃຫ້ທຸກຄົນຈົ່ງເອົາໃຈໃສ່ຕັ້ງໜ້າຮຽນເອົາຄວາມຮູ້ທາງທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອໄປຍົກລະດັບຕົວເອງໃຫ້ສູງເທົ່າທີ່ຈະສູງໄດ້. ການຝຶກອົບຮົມຄັ້ງນີິ້ແມ່ນໃຊ້ເວລາ 5 ມື້ ເຊິ່ງເລີ່ມແຕ່ວັນທີ 29 ສິງຫາ ຮອດວັນທີ 2 ກັນຍາ 2023 ຈຶ່ງຈະສິ້ນສຸດ.

ເຂົ້າຮວ່ມກອງປະຊຸມນີ້,ຍັງມີທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫ້ອງການນິຕິກຳ ສຕລ,ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ, ພ້ອມດວ້ຍນັກສຳມະນາກອນທັງຫມົດ 35 ທ່ານ ເປັນຍິງ 4 ທ່ານ, ຜູ້ປະເມີນ 8 ທ່ານ, ມາຈາກຕ່າງແຂວງ 10 ທ່ານ ປະກອບມີ: ອຸດົມໄຊ, ແຂວງວຽງຈັນ, ຄໍາມ່ວນ,ສາລະວັນ,ສະຫວັນນະເຂດແລະຈຳປາສັກ.


News Cover

ກໍາມະການຕັດສິນກຽມພ້ອມຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້

05/08/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສໍາເລັດການຝຶກອົບຮົມກໍາມະການຕັດສິນການແຂ່ງຂັນກິລາບານເຕະ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15ປີ(U15 ) ແລະ ຮຸ່ນອາຍຸບໍ່ເກີນ18ປີ(U18 )ປະຈໍາປີ 2023ຂື້ນໃນຕອນບ່າຍວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ສຕລ,ໂດຍໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ແລະ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ ແລະນັກຝຶກອົບຮົມເຂົ້າຮ່ວມທັງໝົດ 34 ຄົນ.

ໃນໂອກາດນີ້ ທ່ານ ຈັນທະວົງ ສິລິມະໂນທຳ ໄດ້ສະແດງຄວາມຊົມເຊີຍມາຍັງຜົນສຳເລັດຂອງການ

ອົບຮົມຄັ້ງນີ້ ແລະ ອວຍພອນໃຫ້ທຸກທ່ານທີ່ຜ່ານການຝຶກອົບຮົມຈົ່ງຕັ້ງໃຈນຳເອົາຄວາມຮູ້ທີໄດ້ຮຽນມາໄປຈັດຕັ້ງປະຕິບັດວຽກງານກໍາມະການຕັດສິນໃນສະໜາມກິລາຕົວຈິງດ້ວຍຜົນສໍາເລັດ.

ສໍາລັບການຝຶກອົບຮົມຄັ້ງນີ້ແມ່ນດຳເນີນເປັນເວລາ 3ວັນ ແຕ່ວັນທີ 2-4 ສິງຫາ 2023,ເຊິ່ງໄດ້ມີການຮຽນຮູ້ແລະທົດສອບທາງທິດສະດີ ແລະ ວິເຄາະວີດີໂອໃນການໃຫ້ບັດເຫຼືອງບັດແດງ, ພິເສດນັກຝຶກອົບຮົມທີ່ເຂົ້າຮ່ວມ ແມ່ນໄດ້ ຜ່ານການທົດສອບພາລະກໍາລັງກ່ອນຈຶ່ງຈະເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້.

ຜົນສຳເລັດຂອງການຝຶກອົບຮົມຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມກຽມພ້ອມຂອງກຳມະການຕັດສິນໃນການຮັບໃຊ້ການແຂ່ງຂັນກິລາບານເຕະເຍົາວະຊົນ U15 ແລະ U18 ທີ່ຈະເປີດສາກຂື້ນໃນວັນອັງຄານທີ່ຈະມາເຖິງນີ້.

News Cover

ສະຫະພັນບານເຕະອາຊຽນ ແຕ່ງຕັ້ງກຳມະການຕັດສິນບານເຕະ ຍີງ (FIFA) ຂອງລາວ 2 ທ່ານ ເຂົ້າຮ່ວມຕັດສິນໃນລາຍການ AFF U19 Women's Championship 2023

06/07/2023

ສະຫະພັນບານເຕະອາຊຽນ ຫລື AFF ໄດ້ແຕ່ງຕັ້ງກຳມະການຕັດສິນບານເຕະ ຍີງ (FIFA) ຂອງລາວ 2 ທ່ານ ເຂົ້າຮ່ວມຕັດສິນໃນລາຍການ AFF U19 Women's Championship 2023 ໃນລະຫວ່າງ ວັນທີ 5-16 ກໍລະກົດ 2023 ທີ່ ປະເທດອິນໂດເນເຊຍ ເຊິ່ງ 2 ທ່ານ​ປະ​ກອບ​ມີ​ຄື:

1. ທ່ານ ນ. ແກ້ວມະນີ ເພັງເມືອງຄູນ (ກຳມະການຕັດສິນ)
2. ທ່ານ ນ. ພຸດສະຫັວນ ຈັນທະວົງ (ຜູ້ຊ່ວຍກຳມະການຕັດສິນ)

#REFEREELFF
#LAOFOOTBALLFEDERATION
#REFEREELAOS

News Cover

ສຕລ ສຳເລັດການຝຶກອົບຮົມກຳມະການບານເຕະຂັ້ນພື້ນຖານ ໃຫ້ກັບຄະນະ ວິທະຍາສາດການກິລາ - ກາຍະກໍາ

23/06/2023
ວັນທີ 23 ມິຖຸນາ 2023 ທີ່ຜ່ານມາ ຢູ່ທີ່ ຄະນະວິທະຍາສາດການກິລາ - ກາຍະກໍາ ໄດ້ມີການມອບໃບຢັ້ງຢືນ ໃຫ້ກັບນັກສຶກສາຜູ້ເຂົ້າຮ່ວມຝຶກອົບຮົມການຝຶກອົບຮົມກຳມະການບານເຕະຂັ້ນພື້ນຖານ. ການຝຶກອົບຮົມແມ່ນໄດດຳເນີນເປັນເວລາ 4 ວັນ,ວັນທີ 20 - 23 ມິຖຸນາ 2023
News Cover

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະນະ​ຄອນ​ຫຼວງ ຈັດຝຶກອົບຮົມກໍາມະການຕັດສິນ

23/05/2023

           ວັນທີ 23 ພຶສະພາ 2023 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຮວ່ມກັບສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຝຶກອົມຮົມວຽກງານ ກຳມະການຕັດສິນຂື້ນທີ່ຫ້ອງປະຊຸມຂອງສຕລ, ໂດຍພາຍໃຕ້ການເປັນປະທານ​​ຂອງ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ.

          ໃນໂອກາດກ່າວມີຄຳເຫັນຕໍ່ການຝຶກອົບຮົມ,ທ່ານ ສົມສະນຸກ ລຽນສະຫວັນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງຕັ້ງຫນ້າສູມໃສ່ສະຕິປັນຍາ ນຳເອົາຄວາມຮູ້ ຄວາມສາມາດແລະ ບົດຮຽນທີ່ໄດ້ຮັບໃນຄັ້ງ​​ນີ້ໄປຫມູນໃຊ້ເຂົ້າໃນການຕັດສິນ ການແຂ່ງຂັນກິລາບານເຕະລາວລີກ 2 ນະຄອນຫຼວງວຽງຈັນທີ່ຈະເປີດຂຶ້ນໃນໄວໆນີ້ ແລະ ຍັງໄດ້ແນະນຳບັນດາກຳມະກາຕັດສິນນະຄອນຫຼວງວຽງຈັນວ່າ;ກໍລະນີມີທ່ານໃດມີຜົນງານພົ້ນເດັ່ນກໍຈະມີໂອກາດເຂົ້າຮວ່ມເປັນກຳມະການຕັດສິນບັນດາລາຍການຕ່າງໆທີ່ສຕລຈັດຂຶ້ນເປັນຕົ້ນການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ອາຍຸບໍ່ເກີນ 15 ປີ, ​ ການແຂ່ງຂັນບານເຕະເຍົາວະຊົນຊາຍ ຮຸ່ອາຍຸບໍ່ເກີນ 18 ປີ ແລະ  ການແຂ່ງຂັນບານເຕະລີກເພດຍິງ.

ຈຸດປະສົງໃນການຝຶກອົບຮົມກຳມະການຕັດສິນຄັ້ງນີ້ ກໍເພື່ອກະກຽມການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນ, ການແຂ່ງຂັນລະດັບມັດທະຍົມຕອນຕົ້ນປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ, ໂດຍ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາຂອງສະຫະພັນບານເຕະສາກົນຫຼືFIFAສະບັບປັບປຸງໃຫມ່ ການຝຶກອົບຮົມນີ້ຈະດຳເນີນໄປເປັນເວລາ 2 ວັນ​  ຄື: ວັນທີ 23-24 ພຶດສະພາ 2023 ໂດຍມີຜູ້ເຂົ້າຮ່ວທັຫມົດ 16 ຄົນໃນນັ້ນເປັນຍິງ 2 ຄົນ.ໃຫ້ກຽດເຂົ້າຮວ່ມໃນພິທີນີ້ ຍັງມີທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສລ ພ້ອມດ້ວຍ  ວິຊາການທີ່ກ່ຽຂ້ອງ ເຂົ້າຮ່ວມ.

News Cover

ສຕລ ຈັດຝຶກອົບຮົມກຳມະການຕັດສິນກິລາບານເຕະທົ່ວປະເທດທີ່ຈໍາປາສັກ

19/04/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມຍົກລະດັບກຳມະການຕັດສິນກິລາບານເຕະທົ່ວປະເທດຂື້ນໃນວັນທີ  19 ເມສາ 2023 ທີ່ຫ້ອງປະຊຸມສະໜາມກິລາແຂວງຈໍາປາສັກ,ໂດຍການໃຫ້ກຽດເຂົ້າຮວ່ມພິທີຂອງທ່ານ ແກ້ວລັດຕະນະ ສີຫາວົງຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ທັງເປັນປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ທັງເປັນຮອງປະທານສະຫະພັນກິລາບານເຕະແຂວງຈໍາປາສັກ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ,ພ້ອມດວ້ຍຜູ້ຊ່ວຍຄູຝຶກສອນ, ວິຊາການພະແນກກໍາມະການຕັດສິນ ສຕລ.

  ໃນໂອກາດນີ້, ທ່ານ ແກ້ວລັດຕະນະ ສີຫາວົງ ໄດ້ກ່າວເປີດພິທີຢ່າງເປັນທາງການ,ໂດຍໄດ້ຍົກໃຫ້ເຫັນວ່າ: ການພັດທະນາກິລາບານເຕະແຂວງຈໍາປາສັກໃນປັດຈຸບັນນີ້ ແມ່ນກຳລັງເດີນໄປຕາມເສັ້ນທາງດຽວກັນກັບສະຫະພັນບານເຕະແຫ່ງຊາດລາວ ຊຶ່ງການພັດທະນາກິລາບານເຕະແມ່ນມີຫຼາຍອົງປະກອບ ໜຶ່ງໃນນັ້ນກໍ່ແມ່ນວຽກງານການພັດທະນາກໍາມະການຕັດສິນເປັນປັດໄຈສໍາຄັນ. ສະນັ້ນການຝຶກອົບຮົມໃນເທື່ອນີ້ ຂໍໃຫ້ທຸກທ່ານເຮັດໜ້າທີ່ໃນການຝຶກອົບຮົມຢ່າງເຕັມທີ່, ນໍາເອົາຄວາມຮູ້ຄວາມສາມາດ ເພື່ອນໍາໄປພັດທະນາ ເຂົ້າໃນການແຂ່ງຂັນໃຫ້ປະສົບຜົນສໍາເລັດ.

   ການຝຶກອົບຮົມຄັ້ງນີ້,ມີກຳມະການຕັດສິນເຂົ້າຮ່ວມຝືກອົບຮົມທັງໝົດ 15 ຄົນ ໃນນັ້ນເປັນເພດຍິງ 1 ຄົນ ທີ່ມາຈາກຫລາຍພາກສ່ວນເຂົ້າຮ່ວມ,ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ແກ່ການຈັດແຂ່ງຂັນບານເຕະລາວລີກ 2, ການແຂ່ງຂັນລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ,ໂດຍຈະໃຊ້4ວັນ,ນັບແຕ່ວັນທີ 19 - 22 ເມສາ 2023 ,ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ຮຽນຮູ້ກະຕິກາ ຂອງສະຫະພັນບານເຕະໂລກ(ຟີຟາສະບັບປັບປຸງໃຫມ່), ພ້ອມດຽວກັນນັ້ນຈະໄດ້ມີການທົດສອບພາລະກຳລັງຕື່ມອີກ.

News Cover

ສະຫະພັນບານເຕະນາໆຊາດ(FIFA) ໄດ້ແຕ່ງຕັ້ງ ທ່ານ ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ (FIFA)

10/04/2023

ສະຫະພັນບານເຕະນາໆຊາດ(FIFA) ໄດ້ແຕ່ງຕັ້ງ ທ່ານ ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ (FIFA) ເຂົ້າຮ່ວມຕັດສິນລາຍການແຂ່ງຂັນ ໂອແລມປິກ ຮອບຄັດເລືອກ ໂຊນທະວີບອາຊີ ທີ່ ປະເທດ ອຸເບກິກສະຖານ (Women's Olypic football Tournament Paris 2024 - Preliminary Competition-AFC-Round 1 Uzbekistan 5-11 April 2023 )

News Cover

ສຕລຝຶກອົບຮົມກຳມະການຕັດສິນບານເຕະຂັ້້ນພື້ນຖານ

27/03/2023

ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດຝຶກອົບຮົມກຳມະການຕັດສິນບານເຕະ ຂັ້້ນພື້ນຖານ ( Basic Referee Training 2023 )ເມື່ອວັນຈັນ 27 ມີນາ 2023 ຢູ່ທີ່ຫ້ອງປະຊຸມຂອງສຕລ, ໂດຍມີ ທ່ານ ໄຊປະເສີດ ພົງສະນິດ ຫົວຫນ້າພະແນກກຳມະການຕັດສິນ ກິລາບານເຕະ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣີຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ ທັງເປັນຜູ້ຝຶກສອນກຳມະການຕັດສິນ ສຕລ, ທ່ານ ຄຳປະສົງ ໄຊຍະວົງສີ ຜູ້ຊ່ວຍຄູຝຶກສອນ ວິຊາການພະແນກກໍາມະການຕັດສິນ ສຕລ, ທ່ານ ກິຫລ້າ ລາດຊະວົງ ຜູ້ຊ່ວຍຄູຝຶກສອນ ກຳມະການຕັດສິນ ສຕລ ແລະ ນັກສຳມະກອນ ຈຳນວນ 23 ຄົນ ໃນນັ້ນຜູ້ຍິງ 2 ຄົນ ທີ່ມາຈາກຫລາຍພາກສ່ວນເຊັ່ນ :ມະຫາວິທະຍາໄລແຫ່ງຊາດ, ຄະນະວິທະຍາດການກິລາ - ກາຍະກຳ, ວິທະຍາໄລພາລະສຶກສາ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງຫຼວງພະບາງ, ແຂວງບໍ່ແກ້ວ ແລະ ສະໂມສອນກິລາບານເຕະໄຊເສດຖາ.

ຄະນະຮັບຜິດຊອບການຝຶກອົບຮົມລາຍງານໃຫ້ຮູ້ວ່າ:ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນເພື່ອຮຽນຮູ້ກ່ຽວກັບກົດລະບຽບຂອງສະຫະພັບບານເຕະສາກົນຫຼືFIFA ສະບັບປັບປຸງໃຫມ່, ເພື່ອສ້າງກຳມະການລຸ້ນສືບທອດແລະເປັນການແລກປ່ຽນບົດຮຽນລະຫວ່າງກຳມະການດ້ວຍກັນ. 

ການຝຶກອົບຮົມຈະໄດ້ດຳເນີນໄປເປັນເວລາ5ວັນຄືນັບຕັ້ງແຕ່ ວັນທີ 27 - 31 ມີນາ 2023,ໂດຍນັກສຳມະກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ,ຕະຫຼອດການຝຶກອົບຮົມນັກສຳມະກອນທີ່ມີຜົນງານດີເດ່ນຈະມີໂອກາດໄດ້ຖືກຄັດເລືອກໃຫ້ເຂົ້າຮວ່ມຕັດສິນການແຂ່ງຂັນລາຍການຕ່າງໆທີ່ທາງສຕລຈັດຂຶ້ນ.

  ສຳລັບນະໂຍບາຍທີ່ທາງ ສຕລໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມກໍາມະການຕັດສິນຂັ້ນພື້ນຖານມີດັ່ງລຸ່ມນີ້:

1. ສຕລຈະຮັບຜິດຊອບອາຫານທ່ຽງທຸກໆວັນຕະຫຼອດມື້ຝຶກອົບຮົມ

2. ໃຫ້ຊຸດເຄື່ອງນຸ່ງກໍາມະການຕັດສິນຜູ້ລະ 2 ຊຸດ

3. ໃຫ້ໝາກຫວີດຜູ້ລະ 1 ໜ່ວຍ

4. ບັດເຫຼືອງບັດແດງ ທ່ານລະ 1 ຊຸດ

5. ໃບຢັ້ງຢືນເຂົ້າຮ່ວມການຝຶກອົບຮົມ

News Cover

ສຕລ ສຳເລັດການຝຶກອົບຮົມກໍາມະການຕັດສິນກິລາບານເຕະເປບຊີ ລາວລີກ1 ປະຈໍາປີ 2023

18/02/2023

  ຕອນບ່າຍ ວັນທີ 17 ກຸມພາ  2023 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີພິທີປິດຊຸດຝຶກອົບຮົມກຳມະການຕັດສິນເພື່ອກະກຽມຄວາມພ້ອມໃນລາຍການແຂ່ງຂັນບານເຕະເປບຊີລາວລີກ1ປະຈຳປີ 2023,ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ຄຳແພງ ວົງຂັນຕີ ຮອງປະທານ ສຕລ,ຫົວໜ້າອະນຸກໍາມະການຕັດສິນ,ທ່ານໄຊປະເສີດພົງຊະນິດຫົວຫນ້າພະແນກກຳມະການຕັດສິນ ສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ສຕລ, ໂດຍມີຜູ້ເຂົ້າຮ່ວມທັງຫມົດ 45 ທ່ານ,ໃນນັ້ນເປັນຍິງ2ທ່ານ,ຜູ້ປະເມີນກຳມະການຕັດສິນ6ທ່ານທີ່ມາຈາກຕ່າງແຂວງ12ທ່ານ. 

  ໃນພິທີ,ທ່ານ  ຄຳແພງ ວົງຂັນຕີ ໄດ້ກ່າວໃຫ້ຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ເປັນການຍົກລະດັບໃຫ້ກຳມະການຕັດສິນກ່ອນເປີດການແຂ່ງຂັນ ເປບຊີລາວລີກ 1ເພື່ອຮັບປະກັນການແຂ່ງຂັນໃຫ້ຮັກສາໄດ້ໃນລະດັບເກນມາດຕະຖານຂອງການແຂ່ງຂັນທີ່ໄດ້ກຳນົດໄວ້ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກຳມະການທີ່ໄດ້ສຳເລັດການຝຶກອົບຮົມໃນຄັ້ງນີ້,ເຮັດໃຫ້ກໍາມະການຈໍານວນໜຶ່ງກໍ່ໄດ້ກ້າວຂື້ນໄປສູ່ການຕັດສິນໃນລະດັບAFC ລະດັບFIFA ຊຶ່ງນອກຈາກເປັນຜົນງານຂອງຕົນເອງແລ້ວ,ກໍຍັງເປັນການສ້າງຊື່ສຽງໃຫ້ກັບປະເທດຊາດກໍ່ຄືສະຫະພັນບານເຕະແຫ່ງຊາດລາວຕື່ມອີກ.

  ສຳລັບການຝຶກອົບຮົມກຳມະການຕັດສິນດຳເນີນມາເປັນເວລາ4ວັນນັບຕັ້ງແຕ່ວັນທີ 14 - 17 ກຸມພາ  2023 ໂດຍນັກສຳມະນາກອນ ໄດ້ຮຽນຮູ້ ທາງດ້ານທິດສະດີກ່ຽວກັບກະຕິກາຕ່າງໆ, ໂດຍສະເພາະການເຮັດຜິດກົດກະຕິກາ ,ຈັງຫວະລໍ້າໜ້າ ນອກຈາກນັ້ນກໍ່ໄດ້ຮຽນຮູ້ກ່ຽວກັບຕໍາແໜ່ງ, ການບໍລິຫານເກມການແຂ່ງຂັນ,ທີ່ສໍາຄັນກໍ່ໄດ້ຮຽນຮູ້ສະກັດກັ້ນການລົ້ມບານ,ແກ້ໄຂ້ປັບປຸງຂໍ້ຜິດພາດໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ໄດ້ມີການທົດສອບພາລະກຳລັງ,ທົດສອບການວິນິດໄສທາງວີດີໂອແລະອື່ນໆ.