ແຕ່ງຕັ້ງ ທ່ານ ສອນວິໄລ ສີຫາວົງ ເປັນຫົວໜ້າຄູຝຶກທີມຊາດລາວ U17 ລຸຍການແຂ່ງຂັນບານເຕະຊີງແຊ້ມອາຊີ 2026 ຮອບຄັດເລືອກ

04/11/2025

            ຄະນະນໍາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼື U17 ເຫັນດີເປັນເອກະພາບແຕ່ງຕັ້ງ ທ່ານ ສອນວິໄລ ສີຫາວົງ (ຄູຝຶກຕ໋ອງ) ເຮັດໜ້າເປັນຫົວໜ້າຄູຝຶກທີມຊາດລາວ U17 ແທນ ທ່ານ ຈອງ ຊອງ ຊົນ (Jong Song-chon),ເຊິ່ງ ທ່ານ ສອນວິໄລ ຈະໄດ້ນໍາພາທີມນັກກິລາ ຈໍານວນ 27 ຄົນ ສືບຕໍ່ຝຶກຊ້ອມ ແລະ ຄັດເລືອກເອົາແຕ່ 23 ຄົນສຸດທ້າຍ ເພື່ອເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ ປະຈໍາປີ 2026 ຮອບຄັດເລືອກ (AFC U17 Asian Cup Saudi Arabia 2026 Qualifiers) ທີ່ຈະເປີດສາກຂຶ້ນໃນທ້າຍເດືອນພະຈິກ 2025 ນີ້.

ພິທີປະກາດການແຕ່ງຕັ້ງຢ່າງເປັນທາງການໄດ້ຈັດຂື້ນເມື່ອວັນທີ 31 ຕຸລາ 2025, ໂດຍແມ່ນ ທ່ານ ຄໍລະເດດ ພອນພະຈັນ ເຊິ່ງເປັນຫນຶ່ງໃນສະມາຊິກຂອງຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ພ້ອມທັງເປັນຫົວໜ້າຄະນະນໍາຂອງ ທີມຊາດລາວ U17 ໄດ້ປະກາດແຕ່ງຕັ້ງດັ່ງກ່າວ.
           ທ່ານ ຄໍລະເດດ ພອນພະຈັນກ່າວວ່າ: ທ່ານ ສອນວິໄລ ສີຫາວົງ ( ຄູຝຶກຕ໋ອງ ) ຈະເປັນຄູຝຶກໃຫຍ່ ຮັບຜິດຊອບການຝຶກຊ້ອມ, ຄັດເລືອກເອົານັກກິລາ ແລະ ນໍາພາ ທີມຊາດລາວ U17 ເຂົ້າຮ່ວມແຂ່ງຂັນບານເຕະຊີງແຊ້ມອາຊີ ປະຈໍາປີ 2026 ຮອບຄັດເລືອກ ແທນທີ່ຂອງ ຄູຝຶກຊາວເກົາຫຼີໃຕ້ ກ່ອນໜ້ານີ້ທີ່ມີຄວາມຈໍາເປັນຕ້ອງໄດ້ຢຸດຕິບົດບາດຫົວໜ້າຄູຝຶກຂອງທີມຊາດລາວ U17, ເຊິ່ງແນ່ນອນ ທ່ານ ສອນວິໄລ ສີຫາວົງ ເປັນຄູຝຶກທີ່ມີຄວາມສາມາດ ແລະ ມີປະສົບການໃນການເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ U17 ຜ່ານຮອບຄັດເລືອກ ເຂົ້າໄປຫຼິ້ນຮອບສຸດທ້າຍມາແລ້ວໃນລາຍການຊີງແຊມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກປີ 2023 AFC U-17 Asian Cup Qualification 2023.

          ນອກຈາກທ່ານ ສອນວິໄລ ສີຫາວົງ ຮັບໜ້າທີ່ເປັນຫົວໜ້າຄູຝຶກ ທີມຊາດລາວ U17 ແລ້ວຍັງປະກອບມີ ທ່ານ ໂຄລ່າ ອຸ່ນດາລາ ເປັນຜູ້ຊ່ວຍຄູຝຶກ, ທ່ານ ຕຸລາຄໍາ ສິດດາພອນ ຄູຝຶກຜູ້ຮັກສາປະຕູ ແລະ ທ່ານ ສຸພະໄຊ ກາງກະແສ ຄູຝຶກພາລະກໍາລັງ ມາຊ່ວຍສົມທົບ ໂດຍການຝຶກຊ້ອມຂອງນັກກິລາ ພາຍໃຕ້ຄະນະຄູຝຶກຊຸດໃໝ່ ເປັນໄລຍະ 1 ອາທິດທີ່ຜ່ານມາເຫັນວ່າ ທີມມີຄວາມເຂັ້ມຂຸ້ນ ແລະ ເລັ່ງພັດທະນາເຕັກນິກຕ່າງໆ ໂດຍໄດ້ມີການອຸ່ນເຄື່ອງໄປແລ້ວ 1 ນັດ ແລະ ສາມາດເອົາຊະນະ ທີມ ແຂວງ ບໍລິຄໍາໄຊ (ຊຸດກຽມທີມເຂົ້າຮ່ວມກິລາບານເຕະໃນການແຂ່ງຂັນກິລາແຫ່ງຊາດ) ດ້ວຍຄະແນນ 2 ປະຕູຕໍ່ 0 ແລະ ຈະມີການທົດສອບທີມເພີ່ມອີກ 3 ນັດ ກ່ອນຕັດຕົວນັກກິລາໃຫ້ເຫຼືອ 23 ຄົນສຸດທ້າຍ.

            ທີມຊາດລາວ U17 ຖືກຈັບສະຫລາກຢູ່ກຸ່ມ B ຮ່ວມກັບ ເຢເມນ, ກຽກກິດສະຖານ, ກໍາປູເຈຍ, ກວມ ແລະ ປາກິດສະຖານ ໂດຍຮອບຄັດເລືອກຈະຄັດເອົາພຽງອັນດັບທີ 1 ຂອງກຸ່ມ ເຊິ່ງມີທັງໝົດ 7 ກຸ່ມ ( A-G ) ເທົ່ານັ້ນ ເພື່ອເຂົ້າຮອບສຸດທ້າຍ ທີ່ມີ 9 ທີມທີ່ໄດ້ສິດເຂົ້າຮອບສຸດທ້າຍໄປກ່ອນໜ້ານີ້ ເຊິ່ງປະກອບມີ: ຊາອຸດິດ ອາຣັບເບຍ (ເຈົ້າພາບ), ຮອງແຊ້ມເກົ່າ, ກາຕ້າ ເຈົ້າພາບບານໂລກ U17, ອຸດສະເບກິດສະຖານ ແຊັມເກົ່າ, ສ ເກົາຫຼີ ກັບ ສປປ ເກົາຫຼີ (ເຂົ້າຮອບ 4 ທີມຄັ້ງທີ່ຜ່ານມາ, ສ່ວນອີກ 4 ທີມປະກອບມີ ຍີ່ປຸ່ນ, ທາຈິດກິດສະຖານ, ສະຫະລັດອາຣັບ ເອມິເຣດ ແລະ ອິນໂດເນເຊຍ ແມ່ນເຂົ້າຮອບ 8 ທີມສຸດທ້າຍໃນຄັ້ງທີ່ຜ່ານມາ).

          ສ່ວນຕາຕະລາງການແຂ່ງຂັນຂອງທີມຊາດລາວ U17 ທີ່ ເມືອງ ບິສເຄກ, ຄີກິສຖານ ມີລາຍລະອຽດດັ່ງຕໍ່ໄປນີ້:

- ວັນທີ 22/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກວມ

- ວັນທີ 24/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດກໍາປູເຈຍ

- ວັນທີ 26/11/2025 ເວລາ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດປາກິດສະຖານ ພົບ ທີມຊາດລາວ

- ວັນທີ 28/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວ ພົບ ທີມຊາດຄີກິສຖານ

- ວັນທີ 30/11/2025 ເວລາ 20:00 ໂມງ (ເວລາໃນປະເທດລາວ) ທີມຊາດເຢເມນ ພົບ ທີມຊາດລາວ