ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ

01/12/2022

ພາຍໃຕ້ລະບອບໃໝ່ປະເທດຊາດໄດ້ຮັບການພັດທະນາຮອບດ້ານ, ກິລາບານເຕະກ້າວສູ່ຄຸນນະພາບທີ່ດີກວ່າເກົ່າ

ເນື່ອງໃນໂອກາດລະນຶກວັນສະຖາປະນາ ສປປລາວ ຄົບຮອບ 47 ປີທີ່ຈະມາເຖິງ (2/12/1975-2/12/2022)ທ່ານວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ມີຄໍາເຫັນວ່າ: ວັນທີ2ທັນວາແມ່ນວັນທີ່ມີຄວາມໝາຍສຳຄັນສຳລັບທົ່ວພັກ,ທົ່ວລັດແລະທົ່ວປວງຊົນລາວທັງຊາດ, ແມ່ນວັນມະຫາໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ນັບພັນໆປີຂອງຊາດລາວເຮົາ, ທັງແມ່ນວັນທີ່ປະເທດລາວມີເອກະລາດຢ່າງສົມບຸນ,ມີອະທິປະໄຕຢ່າງຄົບຖວ້ນ,ມີທີ່ຕັ້ງອັນສົມກຽດແລະມີຖານະທຽບເທົ່າກັບປະເທດອື່ນໆໃນເວທີປະຊາຄົມໂລກ. ພ້ອມນັ້ນປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ,ເປັນເຈົ້າຂອງປະເທດຊາດແລະຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຖືກຍົກລະດັບໃຫ້ດີຂື້ນເປັນກ້າວໆ.

47 ປີຜ່ານມາ, ສປປລາວ ໄດ້ຮັບການພັດທະນາຢ່າງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂື້ນ, ຊື່ສຽງອິດທິພົນຂອງສປປລາວໄດ້ເປັນທີ່ຮັບຮູ້ໃນເວທີພາກພື້ນແລະສາກົນຢ່າງກວ້າງຂວາງ.

ເວົ້າສະເພາະຕໍ່ວຽກງານກິລາບານເຕະຂອງປະເທດເຮົາພາຍໃຕ້ລະບອບໃໝ່ແລະພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະລັດຖະບານແມ່ນໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່ທີ່ດີກວ່າເກົ່າ,ໂດຍໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງໃນທຸກລະດັບນັບແຕ່ສູນກາງຮອດທ້ອງຖິ່ນ ແລະ ມີການເຂົ້າຮວ່ມຂອງມວນຊົນຢ່າງຫຼວງຫຼາຍ. ຜົນສຳເລັດໃໝ່ທີ່ປະຈັກຕາຂອງກິລາບານເຕະລາວພາຍໃຕ້ຄວາມຮັບຜິດຊອບຂອງສະຫະພັນບານເຕະແຫ່ງຊາດລາວກໍແມ່ນນັກກິລາຊາຍທີມຊາດລາວທີ່ໄດ້ຮອງແຊັ້ມອາຊຽນ U19 ປະຈຳປີ2022ທີ່ປະເທດອິນໂດເນເຊຍ, ໂດຍທິມຊາດລາວລົງແຂ່ງຂັນ6ນັດ,ຊະນະລວດ5ນັດ.ນອກນັ້ນ, ສປປລາວຍັງໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊ້ມອາຊີU20ຮອບຄັດເລືອກຂອງກຸ່ມ C ລວມມີ5ປະເທດເຂົ້າຮວ່ມຄື ຍີ່ປຸ່ນ, ເຢເມນ, ປາແລສຕິນ, ສປປລາວ (ເຈົ້າພາບ) ແລະ ປະເທດກວມ, ເຊິ່ງໄດ້ຈັດການແຂ່ງຂັນເມື່ອກາງເດືອນກັນຍາ2022ຜ່ານມາ. ນອກນັ້ນ, ສຕລ ຍັງໄດ້ສົ່ງທີມຊາດU23 ແລະ ທີມຊາດຍິງຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ.

ພິເສດໄດ້ມີການພົວພັນຮວ່ມມືເປັນຢ່າງດີກັບສະຫະພັນບານເຕະໃນພາກພື້ນອາຊີ, ອາຊຽນແລະນານາຊາດເປັນຢ່າງດີເປັນຕົ້ນແມ່ນສະຫະພັນບານເຕະອາຊີ(AFC), ສະຫະພັນບານເຕະອາຊຽນ (AFF) ແລະສະຫະພັນບານເຕະນານາຊາດ(FIFA) ທີ່ໄດ້ໃຫ້ການສະໜັບສະໜູນດ້ານທຶນຮອນ, ຊວ່ຍເຫຼືອດ້ານເຕັກນິກວິຊາການໃຫ້ແກ່ ສປປລາວ ກໍ່ຄືສະຫະພັນບານເຕະລາວ, ນັກກິລາລາວຈາກອົງການດັ່ງກ່າວຕະຫຼອດມາ.

ສຳລັບພາຍໃນປະເທດ, ສຕລໄດ້ສຳເລັດລາຍການແຂ່ງຂັນທຸກປະເພດຕາມແຜນການທີ່ວາງໄວ້ແລະຜ່ານການຈັດແລະເຂົ້າຮວ່ມການແຂ່ງຂັນ, ນັກກິລາບານເຕະລາວທຸກລະດັບແລະທຸກປະເພດແມ່ນໄດ້ຮັບການພັດທະນາແລະໄດ້ເກີດມີນັກກິລາໜ້າໃໝ່ຫຼາຍ,ໂດຍສະເພາະແມ່ນມີນັກກິລາຕ່າງແຂວງທີ່ໜຸ່ມແໜ້ນອາຍຸບໍ່ເກີນ22ປີເປັນຈຳນວນຫຼາຍ,ຖືວ່າເປັນລຸ້ນສືບທອດທີ່ແຂງແກ່ນຂອງນັກກິລາບານ ເຕະຂອງປະເທດເຮົາ. ສຳລັບແຜນການແຂ່ງຂັນປີ 2023 ແມ່ນຈະເນັ້ນໃສ່ສ້າງນັກກິລາລາວທຸກລຸ້ນ, ທຸກລະດັບໃຫ້ມີຄຸນນະພາບສູງຂື້ນໄປເລື້ອຍໆ.ໃນນັ້ນວຽກສໍາຄັນໜຶ່ງສຳລັບປີ2023ກໍຍັງແມ່ນການກະ ກຽມຄວາມພ້ອມເຂົ້າຮວ່ມຊີເກມທີ່ປະເທດກໍາປູເຈຍ.

ເນື່ອງໃນໂອກາດວັນຊາດທີ2ທັນວາໝູນວຽນມາຄົບຮອບ47ປີ, ຕາງໜ້າໃຫ້ສະຫະພັນບານເຕະແຫ່ງຊາດລາວແລະໃນນາມສວ່ນຕົວສະແດງຄວາມຮູ້ບຸນຄຸນແລະຂອບໃຈມາຍັງການນຳພັກ-ລັດທີ່ຍາມໃດກໍໃຫ້ຄວາມສຳຄັນໃນການຊີ້ນຳແລະນຳພາວຽກງານສຕລດຳເນີນໄປດວ້ຍຜົນສຳເລັດ.

ຂໍອວຍພອນໄຊແດ່ບັນດາທ່ານການນຳພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບຸນ, ມີຄວາມສຸກ, ສືບຕໍ່ຊີ້ນໍາແລະນໍາພາການພັດທະນາປະເທດຊາດລາວກ້າວສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂື້ນ, ສືບຕໍ່ນຳພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາແລະກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

ນໍ້າໃຈວັນຊາດທີ 2 ທັນວາໝັ້ນຍືນ.