ບຸກຄະລາກອນ ສຕລ ສອບເສັງຜ່ານ ເປັນຜູ້ຄວບຄຸມການແຂ່ງຂັນລະດັບອາຊີ ສຳລັບສົກປີ 2026 – 2028
ວັນທີ 28 ຕຸລາ 2026 ສະຫະພັນບານເຕະອາຊີ (Asian Football Confederation) ໄດ້ເຮັດໜັງສືແຈ້ງມາຍັງ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຢ່າງເປັນທາງການ ກ່ຽວກັບຜົນສອບເສັງຜູ້ຄວບຄຸມການແຂ່ງຂັນ ປະຈຳປີ 2026 (AFC Match Commissioner) ເຊິ່ງໃນປີນີ້ ສຕລ ໄດ້ນໍາສົ່ງ 2 ທ່ານ ເຂົ້າຮ່ວມສອບເສັງ ຄື: ທ່ານ ຈັນທະວົງ ສິລິມະໂນທຳ, ຮອງເລຂາທິການ ສຕລ ແລະ ທ່ານ ສັນຕິກອນ ແສງດາລາ ຫົວຫນ້າ ພະແນກ ຈັດການແຂ່ງຂັນ ສຕລ. ໂດຍຜົນການສອບເສັງແມ່ນຜ່ານໝົດທັງ 2 ທ່ານ ແລະ ທັງສອງທ່ານກໍ່ຈະເລີ້ມປະຕິບັດໜ້າທີ່ເປັນຜູ້ຄວບຄຸມການແຂ່ງຂັນບານເຕະນາໆຊາດໃນລະດັບອາຊີ ສົກປີ 2026 – 2028.
ໂດຍ ທ່ານ ສັນຕິກອນ ແສງດາລາ ຖືເປັນບຸກຄົນທີ່ 3 ຈາກ ສປປ ລາວ ທີ່ໄດ້ສອບເສັງຜ່ານເປັນ AFC MC. ເຊິ່ງກ່ອນໜ້ານີ້ ບຸກຄົນທຳອິດຂອງ ສປປ ລາວ ແມ່ນ ທ່ານ ນາງ ກັນຍາ ແກ້ວມະນີ ເຊິ່ງປັດຈຸບັນດຳລົງຕຳແໜ່ງ ຮອງປະທານ ສຕລ ແລະ ເປັນສະມາຊິກຄະນະບໍລິຫານງານຂອງ FIFA ແລະ AFC. ສ່ວນຄົນທີ່ 2 ກໍ່ຄື ທ່ານ ຈັນທະວົງ ສິລິມະໂນທຳ ໂດຍໄດ້ຮັບການບັນຈຸເຂົ້າເປັນ AFC MC ເລີ້ມແຕ່ປີ 2024 ເປັນຕົ້ນມາ.
ແຟນບານອ່ານຮອດນີ້ແລ້ວ ອາດຈະເກີດຄຳຖາມວ່າ AFC Match Commissioner ແມ່ນຫຍັງ? ໜ້າທີ່ເຂົາຕ້ອງເຮັດຫຍັງແນ່? ເພາະສະນັ້ນ, ຖືວາລະໂອກາດອັນດີນີ້ ພາແຟນບານມາທຳຄວາມຮູ້ຈັກເບື້ອງຕົ້ນກ່ຽວກັບ ເຈົ້າໜ້າທີ່ຄວບຄຸມການແຂ່ງຂັນ “Match Commissioner”
ເຄີຍສົງໄສບໍ່ວ່າ ໃຜຄວບຄຸມການດຳເນີນການແຂ່ງຂັນບານເຕະໃຫ້ລາບລື່ນ? ກ່ອນ ແລະ ຫຼັງສຽງໝາກຫວີດສຸດທ້າຍຈາກກຳມະການຕັດສິນ, ຄໍາຕອບກໍ່ຄື “ເຈົ້າໜ້າທີ່ຈັດການແຂ່ງຂັນ = Match Commissioner” ຫຼື ເອີ້ນຫຍໍ້ໆວ່າ MC ແມ່ນບຸກຄົນທີ່ປະສານງານ ແລະ ຈັດລຳດັບການດຳເນີນກິດຈະກຳຕ່າງໆໃນນັດແຂ່ງຂັນໃຫ້ເປັນໄປຕາມກົດລະບຽບການແຂ່ງຂັນ.
MC ໃນຖານະເປັນຕົວແທນ ເພາະໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການຈາກ ສະຫະພັນບານເຕະອາຊີ (AFC) ເພື່ອໃຫ້ປະຕິບັດໜ້າທີ່ໃນການຈັດການແຂ່ງຂັນ, ໜ້າທີ່ຫຼັກແມ່ນຮັບປະກັນວ່າການແຂ່ງຂັນຂອງ AFC ຈະມີຄຸນນະພາບ ແລະ ມາດຕະຖານດຽວກັນທຸກສະໜາມ. ໂດຍ MC ເປັນເຈົ້າໜ້າທີ່ຄວມຄຸມການແຂ່ງຂັນ ເປັນຜູ້ມີອໍານາດສູງສຸດໃນສະໜາມ, ຮັບຜິດຊອບໃນການຮັບປະກັນວ່າທຸກໆການແຂ່ງຂັນ ແມ່ນໄດ້ປະຕິບັດຕາມກົດລະບຽບການແຂ່ງຂັນຂອງ AFC, ຮັບປະກັນຄວາມປອດໄພ ແລະ ຫຼັກການຂອງການຫຼິ້ນທີ່ຍຸດຕິທຳຢ່າງເຂັ້ມງວດ.
ແລະ ນີ້ແມ່ນໜ້າວຽກຂອງ MC ໂດຍສັງເຂບ:
📋 ການຄຸ້ມຄອງກ່ອນການແຂ່ງຂັນ: ເບິ່ງແຍງກອງປະຊຸມປະສານງານການແຂ່ງຂັນຢ່າງເປັນທາງການ (Match Coordinator Meeting), ກວດກາສະຖານ-ສະພາບສະໜາມແຂ່ງຂັນບານເຕະ ແລະ ຮັບປະກັນວ່າຄວາມປອດໄພ ແລະ ລະບຽບການທາງການແພດໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ.
⏱️ ການດຳເນີນງານໃນມື້ແຂ່ງຂັນ: ການຄຸ້ມຄອງຕາຕະລາງການແຂ່ງຂັນ, ການປະສານງານການມາຮອດຂອງທີມທີ່ເຂົ້າແຂ່ງຂັນ, ການກວດສອບເງື່ອນໄຂຂອງນັກເຕະ ວ່າຖືກຕ້ອງຕາມການລົງທະບຽນ ຫຼື ບໍ່ ແລະ ຮັບປະກັນວ່າການແຂ່ງຂັນຈະເລີ່ມຕົ້ນກົງຕໍ່ກັບເວລາກຳນົດໄວ້.
✍️ ການລາຍງານຫຼັງຈົບການແຂ່ງຂັນ: ການກະກຽມບົດລາຍງານການແຂ່ງຂັນທີ່ຄົບຖ້ວນສຳລັບ AFC, ການບັນທຶກເຫດການ, ການປະຕິບັດທາງວິໄນ, ການຄຸ້ມຄອງ ແລະຈຸດເດັ່ນຂອງການແຂ່ງຂັນ.
ຕັ້ງແຕ່ການແຂ່ງຂັນທ້ອງຖິ່ນຈົນເຖິງລະດັບສູງສຸດຂອງກິລາບານເຕະສະໂມສອນ ແລະ ທີມຊາດໃນຂົງເຂດອາຊີ, ເຈົ້າໜ້າທີ່ AFC Match Commissioner ເຮັດວຽກຢ່າງງຽບໆຢູ່ເບື້ອງຫຼັງ, ໜ້າທີ່ຫຼັກແມ່ນຮັບປະກັນວ່ານັກກິລາສາມາດສະແດງສັກກະຍາພາບໃນສະໜາມແຂ່ງຂັນໄດ້ເຕັມທີ່ ແລະ ແຟນບານສາມາດເພີດເພີນກັບເກມແຂ່ງຂັນໄດ້ປອດໄພ.
ເຊິ່ງໄລຍະຜ່ານມາ, ທາງ ສຕລ ໄດ້ມີການຈັດຝຶກອົບຮົມ ຜູ້ຄວບຄຸມການແຂ່ງຂັນທຸກໆປີ ນັບແຕ່ ປີ 2017 ເປັນຕົ້ນມາ, ເປົ້າໝາຍເພື່ອເສີມສ້າງບຸກຄະລະກອນ ມາຮອງຮັບໃຫ້ພຽງພໍກັບການແຂ່ງຂັນບານເຕະພາຍໃນປະເທດທີ່ເພີ່ມຂຶ້ນ ແລະ ພ້ອມກັບພັກດັນໃຫ້ມີບຸກຄະລາກອນຄົນລາວ ໄປສ້າງສັກກະຍາພາບ ແລະ ເປັນຕົວແທນຊາດລາວໃນລະດັບສາກົນຄືທັງ 3 ທ່ານທີ່ກ່າວໄປໃນເບື້ອງຕົ້ນ.
ສຳລັບແຟນບານທ່ານໃດ ທີ່ມີຄວາມສົນໃຈ ຢາກຮຽນຮູ້ເພີ່ມເຕີມ ຫຼື ຢາກມີສ່ວນຮ່ວມ ທາງ ສຕລ ພ້ອມເປີດໂອກາດໃຫ້ທຸກທ່ານມາສຳພັດນໍາກັນ, ສ່ວນກຳນົດການຝຶກອົບຮົມໃນ ປີ 2027 ທາງແອັດມິນຈະມາແບ່ງປັນໃຫ້ຮັບຊາບກັນຕື່ມ.