ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74ປີ ຢ່າງສຸດໃຈ

20/01/2023
ກອງທັບລາວເກັ່ງກ້າ         ເຊັງຊ່າລືນາມ
ເດີນຕາມແນວທາງພັກ       ບົ່ມພຽນແພງສ້າງ
ເປັນກໍາລັງແຂງເຂັ້ມ          ຕີມານປົບພ່າຍ
ຍອມຖະຫວາຍເລືອດເນື້ອ    ເພື່ອປະຊາພີ່ນ້ອງ
ທຸກຄົນໄດ້ຮົ່ມເຢັນ

ເປັນກອງທັບປົກປ້ອງ         ຍາມເມື່ອສັນຕິ
ມີລະບຽບແບບແຜນ          ພັດທະນາໄກກ້າວ
ຄາວສະໄໝເມືອງບ້ານ        ສີວິໄລເຮືອງຮຸ່ງ
ກອງທັບສູງສົ່ງດ້ວຍ          ປະຕິວັດແກ່ນກ້າ
ເດີນໜ້າບໍ່ຖອຍ               ແທ້ນາ

ວາລະລືກເດັ່ນລໍ້າ              ຄົບຂວບໄຊງາມ
ຂໍຢື້ຢາມອວຍພອນ            ແດ່ຊາວທະຫານກ້າ
ອາຍຸຍືນຍາວໝັ້ນ             ໂລຄາໄກຫ່າງ
ວັນນະໃສສ່ອງເຫຼື້ອມ         ຂາວແຈ້ງດັ່ງພະຈັນ

ສຸກສັນຊົມຊື່ນຊ້ອຍ          ຜົນງານໃໝ່ລືຊາ
ພາລະທັງກາຍໃຈ             ແກ່ນແຂງແຮງລົ້ນ
ທຸກເຜົ່າຊົນຍໍຍ້ອງ            ກຽດທະຫານສູງສົ່ງ
ຂໍຍືນຍົງຊົ່ວຟ້າ               ບຸນຄຸນຍິ່ງໃຫຍ່ລໍ້າ
ຈາລຶກໄວ້ຊົ່ວນິລັນ           ແທ້ແລ້ວ.

ດ้ວຍຄວາມປາດຖະໜາດີຈາກປະທານ ແລະ ຄະນະບໍລິຫານງານ
ສະຫະພັນບານເຕະແຫ່ງຊາດລາວ