ປະທານກິຕິມະສັກສຕລສະແດງຄວາມຊົມເຊີຍຕໍ່ເລຂາທິການ ສຕລ ທີ່ໄດ້ຮັບເລືອກຕັ້ງເປັນຄະນະບໍລິຫານງານFIFA

07/02/2023

ປະທານກິຕິມະສັກສຕລສະແດງຄວາມຊົມເຊີຍຕໍ່ເລຂາທິການ ສຕລ ທີ່ໄດ້ຮັບເລືອກຕັ້ງເປັນຄະນະບໍລິຫານງານFIFA         


ນະຄອນຫລວງວຽງຈັນ ວັນທີ 7 ກຸມພາ 2023 - ພະນະທ່ານ ສົມສະຫວາດ ເລ່ງສະຫວັດ ປະທານກິຕິມະສັກສະຫະພັນບານເຕະແຫ່ງຊາດລາວ (ສຕລ)ໄດ້ຕອ້ນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ນໍາໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ເພື່ອລາຍງານຕໍ່ກັບຜົນສຳເລັດຈາກການເລືອກຕັ້ງຄະນະບໍລິຫານງານ FIFA ທີ່ ບຸກຄະລາກອນຂອງ ສຕລ ໄດ້ຮັບການເລືອກຕັ້ງຈາກຊາດສະມາຊິກ AFC ເພື່ອເປັນຕົວແທນ ໃນການປະຕິບັດວຽກງານ ໃນ ຖານະ ຄະນະບໍລິຫານງານFIFA 


ໃນໂອກາດນີ້ ທ່ານ ສົມສະຫວາດ ເລ່ງສະຫວັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານຂອງ ສຕລ ໃນການປະຕິບັດໜ້າທີ່ໃນຕະຫຼອດໄລຍະຜ່ານມາ, ອັນໄດ້ປະກອບສວ່ນເຮັດໃຫ້ ສຕລ ມີຜົນງານດີເດ່ນເປັນທີ່ພໍໃຈທັງພາຍໃນແລະຕ່າງປະເທດ, ໂດຍສະເພາະແມ່ນ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະບໍລິຫານງານ FIFA ຄົນທຳອິດຂອງປະເທດລາວຍິ່ງສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈຂອງຄະນະບໍລິຫານງານບານເຕະນານາຊາດທີ່ມີຕໍ່ ສຕລ ກໍຄືບຸກຄະລາກອນຂອງປະເທດເຮົາ.             


ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ແນະນໍາໃຫ້ປະທານ ສຕລ ພ້ອມຄະນະຈົ່ງເສີມຂະຫຍາຍມູນເຊື້ອແລະສືບຕໍ່ພັດທະນາວົງການບານເຕະລາວ ທີ່ຢູ່ພາຍໃຕ້ການຊີ້ນໍາຂອງ ສຕລ ແຕ່ຫົວທີໃຫ້ມີຜົນງານສູງເດ່ນຂື້ນໄປກວ່າເກົ່າ, ພ້ອມນັ້ນກໍໃຫ້ເພີ່ມທະວີການພົວພັນກັບສະຫະພັນບານເຕະພາກພື້ນ ແລະ ສາກົນໃຫ້ຫຼາຍຂື້ນເພື່ອແລກປ່ຽນບົດຮຽນແລະປະສົບການໃຫ້ນັກກິລາລາວແລະພະນັກງານລາວໄດ້ມີມາດຕະຖານຫຍັບໃກ້ເຂົ້າກັບພາກພື້ນແລະສາກົນ. ທ່ານກ່າວວ່າ: ເພື່ອກ້າວເຂົ້າສູ່ປີ2023ດວ້ຍຜົນງານແລະໄຊຊະນະ ພວກເຮົາຕ້ອງຮີບຮ້ອນຈັດຕັ້ງຜັນຂະຫຍາຍແຜນການຂອງສຕລ ໄປສູ່ການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດແລະຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ແລະ ມີເລຂາທິການ ສຕລເປັນຄະນະບໍລິຫານງານຂອງFIFA ສຕລຈະຍາດໄດ້ຜົນງານເດ່ນຂື້ນໄປເລື້ອຍໆ.