ທ່ານຮອງນາຍົກລັດຖະມົນຕີຕ້ອນຮັບປະທານສະຫະພັນບານເຕະແຫ່ງຊາດລາວ

13/02/2023

ໃນວັນທີ 13 ກຸມພາ 2023 ​ທີ່​​ ກະຊວງການຕ່າງປະເທດ  ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ວີເພັດ ສີຫາຈັກ ປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ພ້ອມດ້ວຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ,ເພື່ອເຂົ້າລາຍງານຜົນສຳເລັດຂອງການເລືອກຕັ້ງຄະນະບໍລິຫານງານບານ ເຕະນານາຊາດຫຼື FIFA ທີ່ ບຸກຄະລາກອນຂອງ ສຕລ ໄດ້ຮັບການເລືອກຕັ້ງຈາກບັນດາສະມາຊິກ ສະຫະພັນບານເຕະອາຊີ ເພື່ອເປັນຕົວແທນ ໃນການປະຕິບັດໜ້າທີ່ໃນຖານະຄະນະບໍລິຫານງານ ສະຫະພັນບານເຕະFIFA.

ໃນໂອກາດດັ່ງກ່າວ  ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ  ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທີ່ໄດ້ຮັບຕຳແຫນ່ງ ເປັນຄະນະບໍລິຫານງານ FIFA ,ອັນໄດ້ສ້າງກຽດຊື່ສຽງມາໃຫ້ແກ່ປະເທດາດແລະປະຊາຊົນເຮົາ ປຽບເຫມືອນນັກການທູດທາງດ້ານກິລາ ໂດຍສະເພາະແມ່ນເພດຍິງຄົລາວທຳອິດທີ່ໄດ້ຮັບຕຳແຫນ່ງໃນເວທີ​​ພາກພື້ນແລະສາກົນນີ້.

ທ່ານຮອງນາຍົກໄດ້ແນະນຳແລະອວຍພອນໃຫ້ທ່ານນາງກັນຍາແກ້ວມະນີຈົ່ງເສີມຂະຫຍາຍມູນເຊື້ອອັນດີງາມ,ຕັ້ງໜ້າແລະຫ້າວຫັນປະກອບສວ່ນໃນໜ້າທີ່ໃໝ່ທີ່ໄດ້ຮັບການມອບໝາຍດວ້ຍຜົນສຳເລັດ,ກ້າວຫນ້າຍິ່ງໆຂຶ້ນ.ທ່ານຮອງນາຍົກກ່າວວ່າ:ຜົນສຳເລັດນີ້,ສະທ້ອນໃຫ້ເຫັນວ່າັດຖະບານລາວ ມີນະໂຍບາຍທີ່ຖືກຕ້ອງ ໃນການຊຸກຍູສົ່ງເສີມຕົວແທນບຸກຄະລາກອນທີ່ມີຄວາມຮູ້,ຄວາສາມາດ,ເພາະວ່າການທີ່ມີສ່ວນຮ່ວມໃນເວທີສາກົນມັນບໍ່ແມ່ນເລື້ອງງ່າຍ,ຕ້ອງບົນພື້ນຖານ ວາມຮູ້ ຄວາມສາມາດ ຂອງບຸກຄົນທີ່ສະເຫນີລາຍຊື່ໃນການດຳລົງຕຳແຫນ່ງເປັນຄະນະບໍລິຫານງານ ສະຫະພັນບານເຕະຟີຟາ(FIFA).ຂະນະທີ່ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ,ໃນນາມຄະນະບໍລິຫານງານFIFAຄົນໃໝ່ກໍໄດ້ນ້ອ​ມ​ຮັບ​ຄຳ​ອວຍ​ພອນ​ຂອງ ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ທັງ​ຈະ​ປະ​ຕິດ​ບັດ​ຫນ້າ​ທີ່​ຂອງ​ຕົນ​ເອງ​ທີ່​ໄດ້​ຖືກມອບ​​ຫມາຍໃຫ້ມີຜົນງານດີທີ່ສຸດ​.