ສຕລ ສຳເລັດການຝຶກອົບຮົມແພດກາຍຍະບໍາບັດບານເຕະປະຈຳປີ 2023

16/02/2023
ສຕລ ສຳເລັດການຝຶກອົບຮົມແພດກາຍຍະບໍາບັດບານເຕະປະຈຳປີ 2023
  ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ສຳເລັດການຝຶກອົບຮົມແພດກາຍຍະບໍາບັດບານເຕະປະຈຳປີ 2023 ,ເຊິ່ງພິທີປິດໄດ້ຈັດຂື້ນໃນຕອນແລງ ວັນທີ14 ກຸມພາ 2023 ທີ່ຫ້ອງປະຊຸມ ສຕລ  ບ້ານ ຫ້ວຍຫົງ ເມືອງຈັນທະບູລີ ນະະຄອນຫຼວງວຽງຈັນ,ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະໜຸກ ລຽນສະຫວັນ  ຮອງເລຂາທິການ ສຕລ, ພ້ອມດ້ວຍວິທະຍາກອນ, ນັກຝຶກອົບຮົມທີ່ເປັນແພດປະຈໍາສະໂມສອນ,ໜວ່ຍກູ້ໄພ 1623 ແລະ ນັກສຶກສາແພດ ຈໍານວນ 17 ທ່ານ ເຂົ້າຮ່ວມ.
  ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບວຽກງານກາຍຍະບໍາບັດໃນກິລາບານເຕະ ແລະ ການແຂ່ງຂັນຕ່າງໆທີ່ ສຕລ ຈັດຂື້ນ ປະກອບສ່ວນເຂົ້າໃນວຽກງານຈັດການແຂ່ງຂັນ ປະຈໍາປີ 2023 ຂອງ ສຕລ ໃຫ້ມີປະສິດທິພາບ ແລະ ຮັບປະກັນໄດ້ໃນຄວາມປອດໄພໃນຊີວິດຂອງນັກກິລາໃນການແຂ່ງຂັນ. ຕະຫຼອດການຝຶກອົບຮົມເປັນເວລາ 2 ວັນ(13 - 14 ກຸມພາ 2023)ຜູ້ເຂົ້າຮວ່ມໄດ້ຮຽນຮູ້ກ່ຽວກັບການດູແລສຸຂະພາບສໍາລັບນັກກິລາ,ດ້ານໂພສະນາການ, ການໃຫ້ຢາໃຫ້ນັກກິລາ, ການປະເມີນຜົນຄົນເຈັບ,ວິທີການຊ່ວຍຟື້ນຟູຊີບພື້ນຖານ, ການປຶ່ນປົວຄົນເຈັບທີ່ຖືກກະທົບຂັ້ນພື້ນຖານ ແລະ ພາກປະຕິບັດຕົວຈິງກ່ຽວກັບກາຍຍະພາບບໍາບັດເບື້ອງຕົ້ນໃຫ້ນັກກິລາ.