ງານຖະແຫຼ່ງຂ່າວ ເປີດການແຂ່ງຂັນບານເຕະ ເປບຊີ ລາວລີກ ປະຈຳປີ 2023

17/02/2023

 ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ຈັດພິທີຖະແຫລງຂ່າວເປີດການແຂ່ງຂັນບານເຕະ ເປບຊີ ລາວລີກ 1ປະຈຳປີ2023 ຂື້ນຢ່າງເປັນທາງການໃນວັນທີ 17 ກຸມພາ 2023 ທີ່ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ,ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

ໃນພິທີ,ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ກ່າວຈຸດປະສົງຂອງການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1ປະຈຳປີ 2023 ວ່າ:ໃນການແຂ່ງຂັນຄັ້ງນີ້ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ:

 1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ.

2. ສະໂມສອນ ກິລາບານເຕະ ກອງທັບ

3. ສະໂມສອນ ກິລາບານເຕະ ວຽງຈັນ

4. ສະໂມສອນ ກິລາບານເຕະ ເອສະຣາ

5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

6. ສະໂມສອນ ກິລາບານເຕະ ຫຼວງພະບາງ

7. ສະໂມສອນ ກິລາບານເຕະ ຈຳປາສັກ

8. ສະໂມສອນ ກິລາບານເຕະ ນ້ຳທາ  

 ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ໄດ້ອະທິບາຍ ຮູບແບບຂອງການຈັດແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023  ໂດຍຈະໃຊ້ 6 ສະຫນາມ ແຂ່ງຂັນຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ, , ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ ແລະ ສະຫນາມກິລາແຂວງຫຼວງນ້ຳທາ.

  ສວ່ນຮູບແບບການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ແມ່ນນໍາໃຊ້ຮູບແບບການແຂ່ງຂັນແບບພົບກັນຫມົດຈຳນວນ 2  ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ້ມແຂ່ງຂັນນັບຕັ້ງແຕ່ວັນທີ  18 ກຸມພາ  ຫາ ສິງຫາ 2023 ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ, ສະໂມສອນທີ່ໄດ້ເປັນແຊ້ມ  ເປບຊີ ລາວລີກ 1ໃນ ລະດູການ 2023 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC Cup 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

 ໃນທ້າຍພິທີຍັງໄດ້ມີພິທີມອບການອຸປະຖຳ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ຈາກຫລາຍບໍລິສັດຄື:ບໍລິສັດ ເບຍລາວ ຈຳກັດ ສະຫນັບສະຫນູນ ເປັນຈຳນວນ 1,638,000,000 ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈຳນວນ 481,288,000 ກີບ ແລະ ບໍລິສັດ ອີໂວ ຈຳກັດ 77,761,000 ກີບ ກ່າວຮັບໂດຍແມ່ນ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ. 

ໃຫ້ກຽດເຂົ້າຮວ່ມໃນງານນີ້,ຍັງມີທ່ານ ນ. ແສງມະນີ ໄຊຍະກອນ ຜູ້ຈັດການຊ່ອງທາງການຈັດຈຳໜ່າຍເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ບໍລິສັດ ເບຍລາວ ຈຳກັດ, ທ່ານ ທອນແກ້ວ ສີຫາວົງ ຮອງຫົວຫນ້າຝ່າຍປະຕິບັດການ ແລະ ພັດທະນາ ເຄື່ອຂ່າຍ ລາວໂທລະຄົມ, ບໍລິສັດ ລາວໂທລະຄົມ ມະຫາຊົນ ຈຳກັດ , ທ່ານ ແຮັບປີ້ ສີສົມພອນ ຜູ້ອຳນວຍການຝ່າຍການຕະຫລາດ, ບໍລິສັດ ອີໂວ ຈຳກັດ, ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍອຳນວຍການສູນການຄ້າວຽງຈັນເຊັນເຕີ, ທ່ານ ສັນຕິກອນ ແສງດາລາ ຫົວຫນ້າ ພະແນກຈັດການແຂ່ງຂັນ ສຕລ, ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນ  ເຂົ້າຮ່ວມຢ່າງພ້ອມພຽງ. 

 ສຳລັບຕາຕະລາງ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປິ 2023 ອາທິດທີ 1 ວັນເສົາ 18/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ວຽງຈັນ ພົບກັບ ສະໂມສອນບານເຕະ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ເວລາ 16:00  ສະໂມສອນບານເຕະ ຊ້າງນ້ອຍ ພົບກັບ ສະໂມສອນບານເຕະ  ນ້ຳທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16, ວັນອາທິດ 19/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ກອງທັບ ພົບກັບ ສະໂມສອນບານເຕະ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5, ເວລາ 16:00 ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ ພົບກັບ ສະໂມສອນບານເຕະ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສາມາດໄປຊົມ ແລະ ເຊຍຕິດຂອບສະຫນາມກັບທິມບານເຕະທີ່ຕົນເອງມັກໄດ້, ເຂົ້າຊົມໂດຍບໍ່ເສຍຄ່າ(Free) ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເຟສບຸກ '' Lao League 1 ລາວລີກ 1 ''  ແລະ Youtube ''  LAOFF TV ສະຫະພັນບານເຕະແຫ່ງຊາດລາວ.