ປະທານ FIFA ຕ້ອນຮັບທ່ານນາງ ກັນຍາ ແກ້ວມະນີ ຄະນະບໍລິຫານງານ FIFA ຄົນໃໝ່

27/02/2023

ທ່ານ ຈານນີ້ ອິນຟານຕິໂນ້(Gianni Infantino)ປະທານສະຫະພັນບານເຕະນານາຊາດ ຫຼື FIFA ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທັງເປັນຄະນະບໍລິຫານງານສະຫະພັນບານເຕະນານາຊາດ ຫຼື ຟີຟາ ເມື່ອວັນທີ 27 ກຸມພາ 2023 ຜ່ານມາທີ່ສຳນັກງານ ຟີຟາ ນະຄອນຫຼວງປາຣີ ປະເທດຝຣັ່ງ.

ກ່ອນອື່ນ,ທ່ານປະທານຟີຟາໄດ້ສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍມາຍັງທ່ານ ນາງ ກັນຍາ ແກ້ວມະນີທີ່ໄດ້ຖືກຄັດເລືອກເປັນຄະນະບໍລິຫານງານສະຫະພັນບານເຕະນານາຊາດຄົນໃໝ່,ທີ່ເປັນຄົນລາວ ແລະ ແມ່ຍິງລາວຄົນທຳອິດທີ່ໄດ້ຮັບຕຳແໜ່ງອັນສູງສົ່ງນີ້.ປະທານຟີຟາຍັງໄດ້ກ່າວວ່າ:“ເປັນໂອກາດທີ່ດີທີ່ໄດ້ເຫັນການພັດທະນາກິລາບານເຕະໃນສປປລາວ ແລະ ຟີຟາເອງພ້ອມທີ່ຈະໃຫ້ການສະໜັບສະໜູນທຸກວິທີທາງທີ່ສາມາດເຮັດໄດ້ບໍ່ວ່າຈະເປັນເລື່ອງສູນຝຶກກິລາບານເຕະແຫ່ງຊາດ, ການພັດທະນາກິລາບານເຕະຍິງຢ່າງຕໍ່ເນື່ອງ ຫຼື ໂຄງການອື່ນໆທີ່ສາມາດຊ່ວຍຍົກລະດັບກິລາບານເຕະລາວໄດ້. 

ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບແລະໄດ້ຕາງໜ້າໃຫ້ສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຂອບໃຈຕໍ່ FIFA ທີ່ໃຫ້ການສະໜັບສະນູນ ແລະ ໃຫ້ການຊວ່ຍເຫຼືອດ້ານທຶນຮອນ, ເຕັກນິກວິຊາການແກ່ບານເຕະລາວຕະຫຼອດມາ ແລະໃນນາມເປັນຄະນະບໍລິຫານງານສະຫະພັນບານເຕະນານາຊາດຄົນໃໝ່ພ້ອມຈະປະກອບສວ່ນໃນວົງການບານເຕະຂອງ FIFA ໃຫ້ດີທີ່ສຸດ. ໃນການພົບປະຄັ້ງນີ້ຍັງໄດ້ມີການປຶກສາກ່ຽວກັບຄວາມຄືບໜ້າໃນການພັດທະນາວຽກງານກິລາບານເຕະ ແລະ ແຜນວຽກກິລາບານເຕະໃນອະນາຄົດຢູ່ ສປປລາວ.