ໂຮງຮຽນມັດທະຍົມຕົ້ນເຊໂນຊະນະເລີດບານເຕະເຍົາວະຊົນຊາຍຊິງຂັນປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈຳປີ 2023

21/04/2023

ການແຂ່ງຂັນບານເຕະເຍົາວະຊົນຊາຍລະດັບມັດທະຍົມຕົ້ນຊິງຂັນທ່ານປະທານສະຫະພັນບານເຕະແຂວງສະຫວັນນະເຂດປະຈຳປີ 2023ໄດ້ຈັດຂື້ນໃນວັນທີ 19 ເມສາ 2023 ທີ່ຜ່ານມາ ຢູ່ທີ່ສະໜາມກິລາຫລັກ 4 ແຂວງສະຫວັນນະເຂດ,ໂດຍການເປັນປະທານ ຂອງ ທ່ານ ໄພສານຈັນສີນາ ຮອງຫົວໜ້າພະແນກການເງີນແຂວງ ປະທານສະຫະພັນບານເຕະແຂວງສະຫວັນນະເຂດ,ເຊິ່ງມີ ທ່ານ ອະນຸສອນ ສຸດທິວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ,ທ່ານ ຄໍາໃສ ສົດທິໂສ ເລຂາສະຫະພັນບານເຕະແຂວງສະຫວັນນະເຂດ,ພ້ອມດວ້ຍຄະນະກໍາມະການ,ຄູຝຶກ ແລະ ນັກກິລາເຂົ້າຮວ່ມ.

  ການແຂ່ງຂັນບານເຕະຄັ້ງນີ້ແມ່ນມີ8 ທິມເຂົ້າຮວ່ມຄື ມສ ອຸດົມວິໄລ, ມຕ ສອນໄຊ, ມສ ໂພນສິມ, ມຕ ເຊໂນ, ມສ ຊົນເຜົ່າ, ມສ ລາວ -ຫວຽດ, ມສ ສະຫວັນ ແລະ ມຕ ສຸນັນທາ,ໂດຍ

 ແບ່ງອອກເປັນ 2 ສາຍ, ເຊີ່ງເລີ່ມການແຂ່ງຂັນແຕ່ວັນທີ 12 ມີນາ 2023 ຫາ 19 ເມສາ 2023. 

  ຈຸດປະສົງໃນການແຂ່ງຂັນຄັ້ງນີ້ກໍ່ແມ່ນເພື່່ອເປັນການຮັດແໜ້ນຄວາມສາມັກຄິລະຫວ່າງ ໂຮງຮຽນກັບໂຮງຮຽນ ແລະ ເປັນການແລກປ່ຽນຖອດຖອນບົດຮຽນເຊີ່ງກັນແລະກັນຂອງເຍົາວະຊົນ, ຊາວໜຸ່ມໃຫ້ມີຄວາມຮັກມັກທາງດ້ານກິລາ ເພື່ອ ຫ່າງໄກຈາກສິ່ງເສບຕິດ, ຂອງມືນເມົາ, ພ້ອມທັງເປັນການຊອກຫານັກກິລບານເຕະທີ່ມີພອນສະຫວັນ,ມີທັກສະຄວາມສາມາດໃນການຫລີ້ນກິລາປະເພດນີ້ ແລະ ເພື່ອຄັດເລືອກນັກກິລາຂອງແຂວງສະຫວັນນະເຂດ ທີ່ກຽມຈະໄປແຂ່ງຂັນກິລາສາຍນັກຮຽນໃນປີຕໍ່ໄປ. ການແຂ່ງຂັນກິລາຄັ້ງນີ້ໄດ້ຮັບການສະຫນັບສະຫນູນ ແລະ ການຮ່ວມມືຈາກຫລາຍພາກສ່ວນລວມມູນຄ່າທັງໝົດ 21,200,000 ກີບ.ໃນນັ້ນ,ສະຫະພັນບານເຕະແຫ່ງຊາດລາວ ໃຫ້ການສະຫນັບສະຫນູນ15,000,000 ກີບ ແລະ ສະຫະພັນບານເຕະແຂວງ6,200.000 ກີບ.

 ຜົນການແຂ່ງຂັນສາມາດສັງລວມໄດ້ດັ່ງນີ້:ຊະນະເລີດໄດ້ແກ່ໂຮງຮຽນ ມ ຕົ້ນເຊໂນໄດ້ຮັບເງີນສົດ 2,500,000 ກີບ ພ້ອມຂັນ1ຫນ່ວຍ,ຮອງຊະນະເລີດໄດ້ແກ່ໂຮງຮຽນ ມສ ອຸດົມວິໄລ ໄດ້ຮັບເງີນສົດ 1,500,000 ກີບ , ອັນດັບ ທີ 3 ໄດ້ ແກ່ໂຮງຮຽນ ມສ ຊົນເຜົ່າ ໄດ້ຮັບເງີນສົດ 800,000ກີບ ແລະ ອັນດັບ ທີ 4 ໄດ້ ແກ່ ໂຮງຮຽນ ມສ ລາວ -ຫວຽດ ໄດ້ຮັບເງີນສົດ 400,000ກີບ. 

 ຂ່າວໃຫ້ຮູ້ຕື່ມອີກວ່າ:ສະຫະພັນບານເຕະແຫ່ງຊາດລາວແມ່ນໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງໃນທົ່ວປະເທດເພື່ອຈັດການແຂ່ງຂັນລາວລີກ 2, ການແຂ່ງຂັນລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ - ຍິງ ແລະການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ - ຍິງ. 

ສະຫະພັນບານເຕະແຂວງສະຫວັນະເຂດ Savannakhet football federation