ກະຊວງ ສສກ ຮ່ວມກັບ ສຕລ ຈັດພິທີປູກຕົ້ນໄມ້ແລະປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

03/06/2023
ວັນທີ 31 ພຶດສະພາ 2023 ຢູ່ທີ່ສະຫນາມກິລາແຫ່ງຊາດ(ຫຼັກ 16)ກະຊວງສຶກສາທິການແລະກິລາ(ສສກ)ຮວ່ມກັບສະຫະພັນບານເຕະແຫ່ງຊາດລາວ(ສຕລ)ແລະຫຼາຍໆພາກສວ່ນໄດ້ຈັດພິທີປູກຕົ້ນໄມ້, ປ່ອຍປາ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ໂດຍການເຂົ້າຮ່ວມຂອງທ່ານ ທ່ານພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໂອກາດກ່າວໄຂພິທີຢ່າງເປັນທາງການ, ທ່ານ ພຸດ ສິມມາລາວົງໄດ້ກ່າວວ່າ:ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ພວກເຮົາໄດ້ຈັດກິດຈະກຳນີ້ຂື້ນເພື່ອເພີ່ມເນື້ອທີ່ສີຂຽວ ໃນເຂດສະຖານທີ່ການສຶກສາ, ວິທະຍາສາດ ແລະ ກິລາ,ເຊິ່ງມີຄວາມຈຳເປັນຫຼາຍເພື່ອຫຼຸດຜ່ອນສະພາບການປ່ຽນແປງຂອງດິນຟ້າ-ອາກາດ,ສ້າງສະພາບແວດລ້ອມທີ່ດີໃຫ້ສະຖາບັນການສຶກສາໄດ້ມີສະພາບແວດລ້ອມທີ່ດີ ຕໍ່ການຈັດການຮຽນ-ການສອນ, ລວມທັງສະຖານທີ່ການກິລາ ກໍໃຫ້ມີສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການອອກກຳລັງກາຍ ແລະ ຫຼິ້ນກິລາ ຂອງນັກກິລາ ແລະ ມວນຊົນທົ່ວໄປ.
ສໍາລັບສະໜາມກິລາແຫ່ງຊາດທີ່ແມ່ນຊັບສົມບັດອັນລໍ້າຄ່າຂອງຊາດ, ຊຶ່ງເຄີຍໄດ້ຖືກໃຊ້ເປັນສະໜາມເປີດ-ປິດງານມະຫາກຳກິລາຊີເກມ ຄັ້ງທີ 25 ໃນປີ 2009ທີ່ສປປລາວໄດ້ເປັນເຈົ້າພາບມາແລ້ວ ແລະ ຄາດວ່າຈະຖືກນຳໃຊ້ເປັນສະໜາມເປີດ-ປິດ ກິລາຊີເກມ ທີ່ ສປປ ລາວ ເປັນເຈົ້າພາບອີກໃນຄັ້ງຕໍ່ໄປ. ສະນັ້ນ, ການສ້າງສະພາບແວດລ້ອມທີ່ດີ ແລະ ການປົກປັກຮັກສາ ພື້ນຖານໂຄງລ່າງທີ່ເຮົາມີແລ້ວໃຫ້ຢູ່ໃນສະພາບທີ່ພ້ອມໃຊ້ງານແມ່ນມີຄວາມຈຳເປັນຫຼາຍ.
ການປູກຕົ້ນໄມ້ໃນມື້ນີ້ແມ່ນຈັດຂຶ້ນຢູ່2ຈຸດຂອງເຂດສະໜາມກີລາຫຼັກ 16 ຄື:ບໍລິເວນຂ້າງສະລອຍນໍ້າແລະຈຸດຂ້າງສູນຝຶກຊ້ອມທີມຊາດຂອງສະຫະພັນບານເຕະແຫ່ງຊາດລາວ.ສ່ວນກິດຈະກໍາການປູກຕົ້ນໄມ້ ແລະ ປ່ອຍປາຄັ້ງນີ້ປະກອບມີ: ແນວພັນເບ້ຍ ໄມ້ດູ່ ແລະ ໄມ້ແຕ້ ຈໍານວນ 605 ຕົ້ນ ແລະແນວພັນປາ 5.500 ກວ່າໂຕ.
ສຳລັບໃນວັນທີ 1 ມິຖຸນາ 2023 ທີ່ສູນຝຶກແຫ່ງໃໝ່ຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນເຂດສະໜາມກີລາແຫ່ງຊາດເລີ່ມແຕ່ຕອນເຊົ້າເປັນຕົ້ນໄປຈະມີກິດຈະກໍາສອນ ແລະ ແຂ່ງຂັນບານເຕະໃຫ້ກັບເຍົາວະຊົນລາວ ,ເຊິ່ງຄາດວ່າຈະມີເດັກນ້ອຍເຍົາວະຊົນເຂົ້າຮ່ວມປະມານ 500 ຄົນ ພ້ອມທັງຈະຈັດພິທີເປີດນໍາໃຊ້ສູນດັ່ງກ່າວຢ່າງເປັນທາງການ.