ການແຂ່ງຂັນບານເຕະເປບຊີລາວລີກ 1 ປີ 2023 ອາທິດ ທີ 10

06/06/2023

ວັນເສົາ ວັນທີ 03/06/2023 ສະໂມສອນກິລາບານເຕະ ກອງທັບໄດ້ຕ້ອນຮັບການມາຢ້ຽມຢາມຂອງສະໂມສອນບານເຕະວຽງຈັນ ໃນເວລາ 16:00 ທີ່ສະໜາມກິລາບານເຕະກອງທັບ ທ່າມກາງມີຜູ້ຊົມຜູ້ເຊຍເຂົ້າມາຕິດຕາມຮັບຊົມຢູ່ຕາມຂອບສະໜາມຫຼາຍສົມຄວນ. ຜົນການແຂ່ງຂັນ ສະໂມສອນກິລາບານເຕະ ກອງທັບ ຊະນະ ສະໂມສອນກິລາບານເຕະ ວຽງຈັນ 5 – 1.

ສະໂມສອນກິລາບານເຕະ ກອງທັບໄດ້ປະຕູຈາກນັກກິລາໝາຍເລກ 13 ຕີ ສີຫາລາດ ນາທີ ທີ 44' 57' 78', ນັກກິລາ

ໝາຍເລກ 10 ກີຕ້າ ສີສະຫວາດ ນາທີ ທີ 67' ແລະ ນັກກິລາ ໝາຍເລກ 23 ພູທອນ ອິນນະໄລ ນາທີ ທີ 74'.

ສະໂມສອນກິລາບານເຕະ ວຽງຈັນ ໄດ້ປະຕູຈາກນັກກິລາໝາຍເລກ 3 ຄໍາພຸມີ ຫານວິໄວ ນາທີ ທີ 90+3 (ຍິງບານຢູ່ຈຸດໂທດ).

ສໍາລັບຄູ່ທີ 2 ເປັນການແຂ່ງຂັນຢູ່ທີ່ ສະໜາມກິລາແຫ່ງຊາດຫຼັກ 16 ລະຫວ່າງ ສະໂມສອນກິລາບານເຕະ ຊ້າງນ້ອຍ ແລະ ສະໂມສອນກິລາບານເຕະ ຫຼວງພະບາງ ໃນເວລາ 16:00. ສິ້ນສຸດການແຂ່ງຂັນສະໂມສອນກິລາບານເຕະ ຊ້າງນ້ອຍ ຊະນະ ສະໂມສອນກິລາບານເຕະ ຫຼວງພະບາງ 3 – 2.

ສະໂມສອນກິລາບານເຕະ ຊ້າງນ້ອຍໄດ້ປະຕູຈາກນັກກິລາໝາຍເລກ 22 ກີ້​ດາ​ວອນ ສຸ​ວັນ​ນີ ນາ​ທີ ທີ 6', ນັກກິລາໝາຍເລກ 17 ບຸນ​ພະ​ຈັນ ບຸນກອງ ນາ​ທີ ທີ 32' (ຍິງບານຢູ່ຈຸດໂທດ) ແລະ ນາທີ ທີ 56'.

ສະໂມສອນກິລາບານເຕະ ຫຼວງພະບາງໄດ້ປຕູທໍາອິດຈາກນັກກິລາໝາຍເລກ 8 ຄຳ​ເກັ່ງ ສິນ​ທະ​ສອນ ນາ​ທີ ທີ 73' ແລະ ນັກກິລາໝາຍເລກ 10 ສິນ​ນະ​ກອນ ກູ​ມະ​ນີ​ຄຳ ນາ​ທີ ທີ 84' (ຍິງບານຢູ່ຈຸດໂທດ).

ສໍາລັບການແຂ່ງຂັນໃນມື້ ວັນອາທິດ ວັນທີ 04/06/2023 ມີການແຂ່ງຂັນທັງໝົດ 2 ຄູ່ດ້ວຍກັນຄູ່ທີ 1 ເປັນການແຂ່ງຂັນລະຫວ່າງສະໂມສອນກິລາບານເຕະ ມາສເຕີ ເຊເວັນ ແລະ ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດ ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 16:00. ຈົບເກມການແຂ່ງຂັນລະຫວ່າງຄູ່ນີ້ຜົນປະກົດວ່າສະໂມສອນກິລາບານເຕະ ມາສເຕີ ເຊເວັນ ຊະນະ ສະໂມສອນກິລາບານເຕະ ນໍ້າທາຢູໄນເຕັດ ດ້ວຍຄະແນນ 2 – 1.

ສະໂມສອນ ກິລາບານເຕະ ມາ​ສ​ເຕີ ເຊເວັ້ນ ໄດ້​ປະ​ຕູ​ຈາກ ນັກກິລາໝາຍເລກ 20 A. Machado De Souza Rosa ນາ​ທີ ທີ14' ແລະ ນັກກິລາໝາຍເລກ 11 ສຸກ​ພະ​ຈັນ ເລື່ອນ​ທະ​ລາ ນາ​ທີ ທີ 36.

ສະໂມສອນກິລາບານເຕະ ນໍ້າທາ ຢູໄນເຕັດໄດ້ປະຕູຈາກນັກກິລາໝາຍເລກ 11 ໂລ້ ວີ​ພັດ ນາ​ທີ ທີ 88'.

ຄູ່ທີ 2 ເປັນການແຂ່ງຂັນລະຫວ່າງສະໂມສອນກິລາບານເຕະ ຈໍາປາສັກ ແລະ ສະໂມສອນກິລາບານເຕະ ເອສະຣາ ໃນເວລາ 16:00 ຢູ່ທີ່ສະໜາມກິລາແຂວງຈໍາປາສັກ. ການແຂ່ງຂັນລະຫວ່າງຄູ່ນນີ້ເກມການແຂ່ງຂັນຂອງ ສະໂມສອນກິລາບານເຕະ ເອສະຣາເໜືອກ່ວາຫຼາຍ ແລະ ສາມາດເອົາໄຊຊະນະໄດ້ເຖິງ 7 – 1. ສະໂມສອນກິລາບານເຕະ ເອສະຣາໄດ້ປະຕູຈາກນັກກິລາໝາຍເລກ 19 ພັດ​ທະ​ນາ ພົມ​ມະ​ເທບ ນາ​ທີ 15' ເຊິ່ງເປັນລູກຍິງຢູ່ຈຸດໂທດ ຕໍ່ມາໃນນາທີ ທີ 30 ນັກກິລາໝາຍເລກ 10 ສົມນຶກ ສີບຸນເຮືອງ ນັກກິລາຂອງສະໂມສອນກິລາບານເຕະ ຈໍາປາສັກຕີສະເໝີຂຶ້ນມາໄດ້ເປັນ 1 – 1. ໃນນາທີ ທີ 50 ຂອງເຄິ່ງເວລາທີສອງ ນັກກິລາ ໝາຍເລກ 15 ດາໝົດ ທອງຄໍາສະຫວັດຍິງປະຕູໃຫ້ກັບສະໂມສອນເອສະຣາເປັນປະຕູທີ 2 ຈາກນັ້ນ 10 ນາທີຕໍ່ມາ ນັກກິລາໝາຍເລກ 10 ຂອງສະໂມສອນເອສະຣາ ໂຈນີ ແຫວນປະເສີດ ໄດ້ນໍາຫ່າງອອກໄປອີກເປັນປະຕູທີ 3, ອີກ 5 ນາທີຕໍ່ມາຄືນາທີ ທີ 65 ພັດທະນາ ພົມມະເທບ ຍິງໄດ້ອີກເປັນປະຕູທີ 4 ຕໍ່ມາໃນນາທີ ທີ 84 ນັກກິລາໝາຍເລກ 7 ອານຸສອນ ໄຊປັນຍາຍິງຕື່ມໄດ້ອີກເປັນປະຕູທີ 5 ໃກ້ຈະສິ້ນສຸດເວລາຂອງການແຂ່ງຂັນ ໂຈນີ້ ແຫວນປະເສີດສາມາດຍິງປິດທ້າຍການແຂ່ງຂັນໄດ້ອີກ 2 ປະຕູ ຄືໃນນາທີທີ 89 ແລະ ນາທີ ທີ 90+1.