ອາເຣນ່າ ກູເລຍໂມ່ ໄດ້ຮັບການແຕ່ງຕັ້ງເປັນຄູຝຶກທີມຊາດລາວ

08/06/2023

ທ່ານ ອາ​ເຣ​ນ່າ ກູ​ເລຍ​ໂມ່ ມີ​ໃບ​ປະ​ກາດ UEFA Pro License ແລະ ມີຜົນງານການຄຸມທີມໃນ​ລີກຫລາຍປະ​ເທດ​ຄື:ລີກໃນປະ​ເທດ​ບູ​ກີ​ນາ​ຟາ​ໂຊ,​ເບ​ນິນ,ສິງ​ກະ​ໂປ,ໂອ​ມານ,​ອາ​ນ​ຈີ​ເຣຍ,ສະ​ຫະ​ລັດ​ອາ​ຣັບ ອີ​ມີ​ເຣດ,ມາ​ຣົກ, ເປັນ​ຜູ້​ຊ່ວຍຄູ​ຝຶກPhilippe Troussier ໃນ ສະ​ໂມ​ສອນ ​ HangzhouGreentown ​ໃນ​ລີກ ສ​ປ. ຈີນ.

ໃນ​ໂອ​ກາດ​ດັ່ງ​ກ່າວທ່ານ ອາ​ເຣ​ນ່າ ກູ​ເລຍ​ໂມ່ ໄດ້​ສະ​ແດ​ງ​ຄວາມດີໃຈທີ່ໄດ້ມາມີສວ່ນຮວ່ມໃນການພັດທະນາກິລາບານເຕະທິມຊາດລາວແລະ ຈະ​ເຮັດ​ຜົນ​ງານ​ໃຫ້​ດີ​ທີ່​ສຸດ ພ້ອມຈະຮວ່ມມືກັບສຕລ,ຄະນະທິມງານຄູຝືກແລະ ນັກກິລາທິມຊາດລາວສ້າງຜົນງານໃຫ້ໄດ້ດີທີ່ສຸດ.

ສຳ​ລັບ ອາ​ເຣ​ນ່າກູ​ເລຍ​ໂມ່ ຈະ​ນຳ​ພາ ທີມ​ຊາດ​ລາວU23 ເຂົ້າ​ຮ່ວມ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ຢູ່​ທີ່​ປະ​ເທດ​ໄທ ໃນ​ລະ​ຫວ່າງວັນ​ທີ 17-26 ສິງ​ຫາ 2023 ໂດຍ​ທີມ​ຊາດ​ລາວ ຢູ່​ ກຸ່ມຊີ ຮ່ວມ​ກັບ ຟີ​ລິບ​ປິນ, ຫວຽດ​ນາມ ແລະ ການ​ແຂ່ງ​ຂັນ​ບານ​ເຕະຊາຍຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ລະ​ຫວ່​າງວັນ​ທີ 06-12 ກັນ​ຍາ 2023 ເຊິ່ງ ທີມ​ຊາດ​ລາວ ຢູ່​ກຸ່ມ I ຮ່ວມກັບ ອົສະຕຣາລີ, ທາຈີກິສຖານ ແລະ ສປປເກົາຫລີ.