5 ນັດ ຍິງ 17 ປະຕູ! ຣາຟາເອວ ເດີ ຊາ ໂຣດຣີເກັຊ ສູນໜ້າຊາວເບຣຊິນຂອງ ມາສເຕີ ເຊເວັນ ເອັຟຊີ

20/06/2023

ຣາຟາເອວ ເດີ ຊາ ໂຣດຣີເກັຊ ສູນໜ້າຊາວເບຣຊິນ ໄວ 31 ປີ ຂອງ ມາສເຕີ ເຊເວັນ ທີມໃນສັງວຽນ ລາວລີກ 1 (ລີກສູງສຸດຂອງ ສປປ ລາວ) ຍິງປະຕູແບບເປັນກອບເປັນກຳ ຫລ້າສຸດຍິງຜູ້ດຽວ 8 ປະຕູ ນັດທີ່ຕົ້ນສັງກັດ ມາສເຕີ ເຊເວັນ ຖະຫລົ່ມ ວຽງຈັນ ເອຟຊີ 14-1 ເມື່ອທ້າຍອາທິດຜ່ານມາ.


ຂະນະນີ້ ຣາຟາເອວ ຍິງໄປແລ້ວ 17 ປະຕູ ຈາກການລົງຫລິ້ນພຽງ 5 ນັດ ໂດຍເຂົ້າມາຊ່ວຍ ມາສເຕີ ເຊເວັນ ໃນຮອບຂາກັບ ລາວລີກ 1 ປີນີ້, ຣາຟາເອວ ແຊງ ບຸນພະຈັນ ບຸນກອງ ແລະ ພັດທະນາ ພົມມະເທບ ຂຶ້ນນຳດາວຍິງສູງສຸດທີ່ 17 ປະຕູ, ບຸນພະຈັນ ບຸນກອງ ກອງໜ້າຈາກທີມແຊ້ມ ຊ້າງນ້ອຍ ເອັຟຊີ ຍິງ 15 ປະຕູ ແລະ ພັດທະນາ ພົມມະເທບ ກອງກາງຈາກເອສະຣາ ຍິງ 10 ປະຕູ.


ນີ້ເປັນລີກທີ່ ຣາຟາເອວ ເດີ ຊາ ໂຣດຣີເກັຊ ຍິງປະຕູໄດ້ຫລາຍສຸດໃນອາຊີບ ຜ່ານມາເຄີຍຫລິ້ນໃນລີກຂອງ ເບຣຊິນ, ເອັສໂຕເນຍ ແລະ ລີກໄທ.