ຄະນະບໍລິຫານງານ ສຕລ ຢ້ຽມຢາມຕິດການຝຶກຊ້ອມທີມຊາດຍິງລາວU19

19/06/2023

ວັນທີ 19 ມິຖຸນາ 2023 ຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ,  ທ່ານ ປອ ບຸນຍູ້ ສີສານ ຄະນະບໍລິຫານງານ ສຕລ ທັງເປັນຄະນະນຳ ທີມຊາດຍິງລາວ U19 ໄດ້ຕິດຕາມການຝຶກຊ້ອມຂອງນັກກິລາທີມຊາດຍິງລາວ U19 ໂດຍໄດ້ເນັ້ນຫນັກໃຫ້ບັນດານັກກິລາໃຫ້ເອົາໃຈໃສ່ໃນການຝຶກຊ້ອມເຮັດໃຫ້ດີທີ່ສຸດ, ໃຫ້ມີລະບຽບວິໄນ ແລະ ມີຄວາມສາມັກຄີພາຍໃນໝູ່ຄະນະ ເພື່ອໃຫ້ຍາດໄຊຊະນະມາສູ່ປະເທດຊາດ.

ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 01 – 19 ກໍລະກົດ 2023 ຢູ່ທີ່ປະເທດອິນໂດເນເຊຍ.

 ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.

- ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ

- ກຸ່ມ B:  ຫວຽດນາມ, ມາເລເຊຍ ແລະ ສິງກະໂປ

- ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ

ສຳລັບ ທີມຍິງລາວU19 ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ 2023 ເປັນຕົ້ນມາໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ເອີ້ນນັກກິລາ 26 ຄົນ ທີ່ມາຈາກຫລາຍແຂວງຮ່ວມຄັດເລືອກປະກອບມີ: ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ນະຄອນຫຼວງ, ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ.