ທີມຊາດຍິງລາວU19 ຢູ່ຮ່ວມກຸ່ມເອ ຮ່ວມກັບ ອິນໂດເນເຊຍ ( ເຈົ້າພາບ ), ກຳປູເຈຍ ແລະ ຕີມໍ ເລສເຕ ຄັດເລືອກ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ

17/06/2023

ວັນທີ 17 ມິຖູນາ 2023 ຢູ່ທີ່ນະຄອນຫຼວງ ຈາກາຕ້າ ປະເທດອິນໂດເນເຊຍ ໄດ້ມີການຈັບສະຫລາກການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 01 – 19 ກໍລະກົດ 2023 ຢູ່ທີ່ປະເທດອິນໂດເນເຊຍ.

ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ , ຜົນການຈັບສະຫລາກມີດັ່ງນີ້:
- ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ
- ກຸ່ມ B:  ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
- ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ
ສຳລັບ ທີມຍິງລາວU19 ແມ່ນໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ 2023 ເປັນຕົ້ນມາໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ເອີ້ນນັກກິລາ 26 ຄົນ ທີ່ມາຈາກຫລາຍແຂວງຮ່ວມຄັດເລືອກປະກອບມີ: ແຂວງຈຳປາສັກ, ແຂວງສະຫວັນນະເຂດ, ນະຄອນຫຼວງ, ແຂວງວຽງຈັນ,ແຂວງຫຼວງພະບາງ  ແລະ ແຂວງອຸດົມໄຊ.