ແຂວງຈຳປາສັກ ສຳເລັດ ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ຕອນປາຍ ຊາຍ-ຍິງ

22/06/2023
ການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາຕອນປາຍ ຊິງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ໄດ້ດຳເນີນການແຂ່ງຂັນນັບຕັ້ງແຕ່ ວັນທີ 3 ພຶດສະພາ 2023 ເປັນຕົ້ນມາ ໂດຍມີ 2 ປະເພດຄື: ປະເພດຊາຍທິມຊາຍ ແລະ ປະເພດທິມຍິງ.
- ປະເພດທິມຊາຍ ປະກອບມີ 8 ພາກສ່ວນເຂົ້າຮ່ວມການແຂ່ງຂັນ
1. ທິມຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ
2. ທິມຫ້ອງການສຶກສາທິການ ແລະ ກິລາ ເມືອງບາຈຽງຈະເລີນສຸກ
3. ທິມເມືອງໂພນທອງ;
4. ທິມເມືອງຊະນະສົມບູນ;
5. ທິມໂຮງຮຽນນານາຊາດ;
6. ທິມໂຮງຮຽນ ມສ ໂພນທອງ;
7. ທິມ ບໍລິສັດ ຈໍາປາວໍລິເອີ;
8. ທິມ ຟາຍເດ (ເມືອງຈໍາປາສັກ).
ການແຂ່ງຂັນແມ່ນແບ່ງອອກເປັນ 2 ​ກຸ່ມ, ກຸ່ມລະ 4 ທິມ ແລະ ຄັດເລືອກເອົາອັນດັບ 1 ແລະ ອັນດັບ 2 ຂອງກຸ່ມ ເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດ ແລະ ຊິງຊະນະເລີດ.
- ປະເພດທິມຍິງ ປະກອບມີ ພາກສ່ວນເຂົ້າຮ່ວມການແຂ່ງຂັນ
1. ທິມຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ;
2. ທິມເມືອງສຸຂຸມາ;
3. ທິມໂຮງຮຽນນານາຊາດ;
4. ທິມ ປາກເຊ ຊິຕີ້.
ການແຂ່ງຂັນແມ່ນແຂ່ງຂັນແບບພົບກັນໝົດ 2 ທັງ 2 ທິມ 2 ຮອບ (ໄປ ແລະ ກັບ) ແລະ ທິມທີເກັບຄະແນນໄດ້ຫຼາຍທີ່ສຸດແມ່ນໄດ້ຊະນະເລີດ ແລະ ຊະນະເລີດອັນດັບຕ່າງໆຕາມຕາຕະລາງຄະແນນການແຂ່ງຂັນ.
ຜົນການແຂ່ງຂັນປະເພດທິມຊາຍ ທິມເມືອງໂພນທອງ ສາມາດຄ້ວາລາງວັນຊະນະເລີດ ຮັບຂັນລາງວັນ ພ້ອມເງິນສົດ 8,000,000 ກີບ, ທິມໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮອງຊະນະເລີດ ຮັບເງິນລາງວັນ 4,000,000 ກີບ, ທິມໂຮງຮຽນນານາຊາດ ໄດ້ອັນດັບ 3 ​ຮັບເງິນລາງວັນ 2,000,000 ກີບ ແລະ ທ້າວ ກິດຕິພົງ ຊາບຸນເຮືອງ ນັກກິລາທິມໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮັບລາງວັນນັກກິລາຍິງປະຕີສູງສຸດ ຍິງຈໍານວນ 6 ປະຕູ ຮັບເງິນລາງວັນ 500,000 ​ກີບ.
ຜົນການແຂ່ງຂັນປະເພດທິມຍິງ ເປັນທິມໂຮງຮຽນນານາຊາດ ສາມາດຍາດໄດ້ຊະນະເລີດ ຮັບຂັນລາງວັນພ້ອມເງິນຈໍານວນ 8,000,000 ກີບ, ທິມເມືອງ ສຸຂຸມາ ໄດ້ຮອງຊະນະເລີດ ຮັບເງິນລາງວັນ 4,000,000 ກີບ, ທິມຫ້ອງການສຶກສາທິການໄດ້ອັນດັບ 3 ຮັບເງິນລາງວັນ 2,000,000 ກີບ ແລະ ນາງ ສຸກສະຫວັນ ພົມມະໄຊ ນັກກິລາທິມໂຮງຮຽນນານາຊາດ ໄດ້ຮັບລາງວັນນັກກິລາຍິງປະຕີສູງສຸດ ຍິງຈໍານວນ 13 ປະຕູ ຮັບເງິນລາງວັນ 500,000 ​ກີບ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.