ສະຫະພັນບານເຕະແຂວງຊຽງຂວາງຮ່ວມກັບພະແນກ ສກຂ ຈັດການແຂ່ງຂັນກິລາລາວລີກ 2 ຊີງຂັນທ່ານເຈົ້າແຂວງ

24/06/2023
ສະຫະພັນບານເຕະແຂວງຊຽງຂວາງ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງ(ສກຂ) ຈັດການແຂ່ງຂັນກິລາບານເຕະລາວລີກ 2, ຊີງຂັນທ່ານເຈົ້າແຂວງຊຽງຂວາງ, ເຊິ່ງເລີ່ມແຂ່ງຂັນມາແຕ່ກາງເດືອນ ພຶດສະພາ 2023 ແລະ ຈະສຳເລັດໃນຕົ້ນເດືອນກໍລະກົດ 2023, ແຂ່ງຂັນຢູ່ ທີ່ສະໜາມກິລາໄຊຊະນະ(ບ້ານໂພນມີໄຊ ). ການແຂ່ງຂັນກິລາບານເຕະ ລາວລີກ 2 ຢູ່ແຂວງຊຽງຂວາງ 2023, ມີ 6 ສະໂມສອນເຂົ້າຮ່ວມແຂ່ງຂັນຄື: ສະໂມສອນບານເຕະ ປ້ອງກັນຄວາມສະຫງົບ, ສະໂມສອນບານເຕະ ອາລີວັນ ແພມມີລີ່, ສະໂມສອນບານເຕະ ທະວີໂຊກ, ສະໂມສອນບານເຕະ ກອງທັບແຂວງຊຽງຂວາງ, ສະໂມສອນບານເຕະ ເມືອງຜາໄຊ ແລະ ສະໂມສອນບານເຕະ ສະມາຄົມຫວຽດ. ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.

ພາບ ແລະ ຂໍ້ມູນຈາກ: ສະ​ຫະ​ພັນ​ບານ​ເຕະ​ແຂວ​ງ​ຊຽງ​ຂວາງ