ລາວລີກ 2 ແຂວງ ຫຼວງນ້ຳທາ ເປີດສາກຂຶ້ນໃນອາທິດຜ່ານມາ

24/06/2023
ການແຂ່ງຂັນບານເຕະ ລາວລີກ 2 ແຂວງຫຼວງນ້ຳທາ ແມ່ນໄດ້ເປີດສາກຂຶ້ນໃນອາທິດຜ່ານມາໂດຍຈະເລີ້ມແຂ່ງຂັນໃນລະຫວ່າງວັນທີ 16 ມິຖຸນາ ຫາ 19 ສິງຫາ 2023 ມີ 6 ສະໂມສອນແຂ່ງຂັນຄື : ສະໂມສອນ THE KING EVO, ສະໂມສອນ FC ເມືອງສິງ, ສະໂມສອນ MS SPORT CITY, ສະໂມສອນ ນ້ຳທາ ເອັຟຊີ, ສະໂມສອນ ທະຫານແຂວງ ແລະ ສະໂມສອນ ປກສແຂວງ ໂດຍໆທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຫຼວງນໍ້າທາ. ສະຫລຸບຜົນການແຂ່ງຂັນອາທິດທຳອິດ ວັນທີ 16 ມິຖຸນາ 2023 ສະໂມສອນ THE KING EVO ເອົາຊະນະ ສະໂມສອນ FC ເມືອງສິງ 3-1, ສະໂມສອນ MS SPORT CITY ສະເຫມີ ສະໂມສອນ ນ້ຳທາ ເອັຟຊີ 2-2 , ສະໂມສອນ ທະຫານແຂວງ ເສຍໃຫ້ ສະໂມສອນ ປກສ ແຂວງ 0-1, ອາທິດທີ 2 ວັນທີ 20 ມິຖຸນາ 2023 ສະໂມສອນ ນ້ຳທາ ເສຍໃຫ້ ສະໂມສອນ ທະຫານແຂວງ 0-1, ວັນທີ 21 ສະໂມສອນ FC ເມືອງສິງ ເສຍໃຫ້ ສະໂມສອນ MS SPORT CITY 1-4 ແລະ ວັນທີ 22 ມິຖຸນາ 2023 ສະໂມສອນ THE KING EVO ເສຍໃຫ້ ສະໂມສອນ ປກສ ແຂວງ 1-2.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.
ພາບ ແລະ ຂໍ້ມູນຈາກ: ສະຫະພັນບານເຕະແຂວງຫຼວງນ້ຳທາ