ການ​ແຂ່ງ​ຂັນ​ບານ​ເຕະ ເປບ​ຊີ ລາວລີກ 1 ປີ 2023 ຈົບນັດທີ 13 ໄດ້ອັນດັບທີ 2, 3 ແລະ 4 ແນ່ນອນແລ້ວ

29/06/2023
ການແຂ່ງຂັນເຕະບານ ລາວລີກ 1 ປະຈຳປີ 2023 ນັດທີ 13 ໃນທ້າຍອາທິດຜ່ານມາ, ໄດ້ອັນດັບທີ 2, 3 ແລະ 4 ແນ່ນອນແລ້ວ, ມາສເຕີ ເຊເວັນ ຊະນະ ກອງທັບ 4-0 ເຮັດໃຫ້ ມາສເຕີ ເຊເວັນ ໄດ້ອັນດັບ 2 ແນ່ນອນແລ້ວ ມີ 28 ຄະແນນ ຈາກ 13 ນັດ ນຳອັນດັບ 3 ເອສະຣາ 4 ຄະແນນ ເຫລືອການແຂ່ງຂັນພຽງນັດດຽວ, ມາສເຕີ ເຊເວັນ ໄດ້ຮອງແຊ້ມ 4 ສະໄໝຕິດຕໍ່ກັນ ໄດ້ຮັບເງິນລາງວັນ 150 ລ້ານກີບ.
ສ່ວນ ເອສະຣາ ກໍໄດ້ອັນດັບ 3 ແນ່ນອນແລ້ວ ມີ 24 ຄະແນນ ຈາກ 13 ນັດ ນຳອັນດັບ 4 ກອງທັບ 4 ຄະແນນ ເຫລືອການແຂ່ງຂັນພຽງນັດດຽວ, ເອສະຣາ ຈົບອັນດັບ 3 ເໝືອນກັບປີຜ່ານມາ ໄດ້ຮັບເງິນ 80 ລ້ານກີບ. ຂະນະທີ່ ກອງທັບ ກໍຈົບອັນດັບທີ 4 ແນ່ນອນແລ້ວ ມີ 20 ຄະແນນ ຈາກ 13 ນັດ ນຳອັນດັບ 5 ຫລວງພະບາງ 9 ຄະແນນ ເຫລືອການແຂ່ງຂັນພຽງນັດດຽວ, ກອງທັບ ໄດ້ຮັບເງິນລາງວັນ 40 ລ້ານກີບ.
ສ່ວນການຊິງອັນດັບ 5 ລຸ້ນກັນລະຫວ່າງ ຫລວງພະບາງ ກັບ ຈຳປາສັກ ປັດຈຸບັນ ທັງສອງທີມມີ 11 ຄະແນນເທົ່າກັນ ແລະ ການຊິງໜີຈາກອັນດັບສຸດທ້າຍ ມີສອງທີມ ລະຫວ່າງ ວຽງຈັນ ທີ່ມີ 8 ຄະແນນ ແລະ ນໍ້າທາ ຢູໄນເຕັດ ທີ່ມີ 7 ຄະແນນ.
ສຳລັບທີມແຊ້ມ ຮູ້ກັນກ່ອນໜ້ານີ້ແລ້ວຄື: ຊ້າງນ້ອຍ ເອັຟຊີ ປ້ອງກັນແຊ້ມໄດ້ສຳເລັດ ແລະ ຍັງມີສະຖິຕິໄຮ້ປະລາໄຊ ຜ່ານໄປ 13 ນັດ ຊະນະ 11 ສະເໝີ 2 ຮັບຂັນແຊ້ມ ແລະ ເງິນລາງວັນ 200 ລ້ານກີບ ພ້ອມກັບສິດໄປແຂ່ງຂັນລາຍການ AFC Cup 2023-24 ຮອບຄັດເລືອກ.
ຕາຕະລາງການແຂ່ງຂັນນັດສຸດທ້າຍ ນັດທີ 14 ວັນອາທິດ 2 ກໍລະກົດ 2023 ວຽງຈັນ ພົບ ຫຼວງພະບາງ ເວ​ລາ 16:00 ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ສະໜາມນອກ, ຊ້າງນ້ອຍ ພົບ ມາສເຕີ ເຊເວັນ ເວ​ລາ 16:00 ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ສະໜາມໃຫຍ່.
ຈຳປາສັກ ພົບ ກອງທັບ ເວ​ລາ 16:00 ທີ່ສະຫນາມກິລາ ແຂວງຈຳປາສັກ ແລະນ້ຳທາ ພົບ ເອສະຣາ ເວ​ລາ 15:30 ຢູ່ສະຫນາມກິລາ ແຂວງຫຼວງນ້ຳທາ.
ມາຮ່ວມຊົມ ແລະ ຮ່ວມເຊຍ ​ຕິດ​ຂອບ​ສະ​ຫນາມ ເຂົ້າ​ຊົມ​ໂດຍບໍ່ເສຍຄ່າຜ່ານປະຕູ ແລະ ສາ​ມາດ​ຮັບ​ຊົມການ​ຖ່າຍ​ທອດ​ສົດ​ໄດ້​ທີ່ ເຟ​ສບຸກ '' Lao League 1 ລາວລີກ 1 '' ແລະ YouTube '' LAOFF TV ສະ​ຫະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ''
Photo: Lao League 1 ລາວລີກ 1