ອາ​ນັນ ອາ​ໄຫ​ຼ່ ຂຶ້ນ​ເປັນ​ທີມ​ນຳ​ຕາ​ຕະ​ລາງ​ຄະ​ແນນ ລາວ​ລີກ 2 ແຂວງ​ສະ​ຫວັນ​ນະ​ເຂດ

29/06/2023

ການ​ແຂ່ງ​ຂັນ​ບານ​ເຕະ ລີກ 2 ແຂວງ​ສະ​ຫວັນ​ນະ​ເຂດ ດຳ​ເນີນ​ການ​ແຂ່ງ​ຂັນ​ໄດ້ 4 ອາ​ທິດ ເປັນ​ທາງ​ດ້ານ ອາ​ນັນ ອາ​ໄຫລ່ ຂຶ້ນ​ເປັນ​ທີມ​ນຳ​ຕາ​ຕະ​ລາງ ຄະ​ແນນ ລົງ​ສະ​ຫນາມ 4 ນັດ ຊະ​ນະ 3 ນັດ ສະ​ເຫມີ 1 ນັດ ມີ 10 ຄະ​ແນນ, ສ່ວນ​ອັນ​ດັບ 2 ສະ​ຫວ​ັນ ຢູໄນ​ເຕັດ ລົງ​ສະ​ຫນາມ 4 ນັດ ຊະ​ນະ 2 ນັດ ສະ​ເຫມີ 1 ນັດ ເສຍ 1 ນັດ ມີ 7 ຄະ​ແນນ, ອັນ​ດັບ 3 ດາຣກວູຟ ລົງ​ສະ​ຫນາມ 4 ນັດ ຊະ​ນະ 2 ນັດ ເສຍ 2 ນັດ ມີ 6 ຄະ​ແນນ, ອັນ​ດັບ 4 ໂພໄຊນ້ອຍ ລົງ​ສະ​ຫນາມ 4 ນັດ ຊະ​ນະ 2 ນັດ ເສຍ 1 ນັດ ມີ 6 ຄະ​ແນນ, ອັນ​ດັບ 5 ລີ​ລາ​ວະ​ດີ ສອງ​ຄອນ ລົງ​ສະ​ຫນາມ 4 ນັດ ຊະ​ນະ 1 ສະ​ເຫມີ 2 ນັດ ເສຍ 1 ນັດ ມີ 5 ຄະ​ແນນ ແລະ ອັນ​ດັບສຸດ​ທ້າຍ ໄຮ​ເຢຍ​ນ້າ ລົງ​ສະ​ຫນາມ 4 ນັດ ເສຍ 4 ນັດ.
ການແຂ່ງຂັນແມ່ນເລີ້ມແຂ່ງຂັນວັນທີ 03 ມິຖູນາ ຫາ 6 ສິງຫາ 2023 ໂດຍທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມກິລາແຂວງສະຫວັນນະເຂດ.