ທີມ​ຊາດ​ຍິງ​ລາວ U19 ອອກ​ເດີ​ນ​ທາງ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ຢູ່​ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ

02/07/2023
ໃນວັນທີ 02 ກໍລະກົດ 2023 ຄະນະນັກກິລາທີມຍິງລາວU19 ນຳໂດຍທ່ານ ດຣ ບຸນຍູ້ ສີສານ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວໜ້າຄະນະນຳນັກກິລາ ພ້ອມຄະນະຄູຝຶກ ແລະ ນັກກິລາທັງໝົດ 34 ຄົນໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ.
ທີມຍິງລາວU19 ແມ່ນໄດ້ເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ຕົ້ນເດືອນມິຖຸນາ 2023 ເປັນຕົ້ນມາໂດຍແມ່ນ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວຫນ້າຄູຝຶກ ໄດ້ຄັດເລືອກນັກກິລາ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ.
ລາຍຊື່ນັກກິລາ 23 ຄົນ ມີລາຍຊື່ດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ
- ປານິຕາ ລາດສະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ລີ່ນ່າ ລັດສະຫມີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
- ຕາຕີບ ແກ້ວອີນຫວນ ຈາກ ສະໂມສອນ ກິລາບານເຕະ SL ແຂວງອຸດົມໄຊ
+ ກອງຫຼັງ
- ບຸດສະບາ ສຸດທະວິໄລ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ໂນຕ້າ ໄຊຍະລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ແຈ໋ກ ວົງຕາແສງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ກາເຫວົາ ວົງພະຈັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ທີບປະກອນ ສີວົງລາດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ຄຳຫລ້າ ແກ້ວມະນີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
- ນິດຊາ ສຸລາລຸ ຈາກ ສະໂມສອນ ກິລາບານເຕະ ກອງທັບ
- ດາຫລີງ ມະນີວັນ ຈາກ ແຂວງຈຳປາສັກ
- ແສງເດືອນ ພົງໄພລັດ ຈາກ ນະຄອນຫຼວງວຽງຈັນ
+ ກອງກາງ
- ຫຼິວ ຟອງສະມຸດ ຈາກ ສະໂມສອນ ກິລາບານເຕະ ກອງທັບ
- ສິນລະຄອນ ບຸນນາລີ ຈາກ ສະໂມສອນ ກິລາບານເຕະ PKP ແຂວງຫຼວງພະບາງ
- ຄອນສະຫວັນ ວົງຄຳແກ້ວ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ຫັດລືໄທ ທຳມະວົງສາ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ລັດດາ ວໍລະຈິດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ພຸດທະສອນ ໂຄທິສານ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ປ໋ອງ ແກ້ວສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
+ ກອງຫນ້າ
- ສີສະອາດ ອຳໄພລາດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
- ໃຈຄຳ ໄຊຍະປະເສີດ ນະຄອນຫລວງວຽງຈັນ
- ຈິນດາ ສີຫາລາດ ນະຄອນຫລວງວຽງຈັນ
- ແກ້ມມີ້ ອຸດົມສຸກ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນຮຸ່ນອາຍຸບໍ່ເກີນ 19 ປີ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 05 – 15 ກໍລະກົດ 2023 ຢູ່ທີ່ ເມືອງ ປາແລມບັງ ປະເທດອິນໂດເນເຊຍ.
ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອກເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ.
- ກຸ່ມ A: ອິນໂດເນເຊຍ, ກຳປູເຈຍ, ລາວ ແລະ ຕີມໍ ເລສເຕ
- ກຸ່ມ B: ຫວຽດນາມ, ມາເລເຊຍ ແລະ ສິງກະໂປ
- ກຸ່ມ C: ໄທ, ມຽນມາ ແລະ ຟີລິບປິນ
ຕາຕະລາງ ການແຂ່ງຂັນຂອງທີມຊາດລາວ
ວັນທີ 05/07/2023 ເວລາ 15:30 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Sriwijaya
ວັນທີ 07/07/2023 ເວລາ 19:30 ລາວ ພົບ ອິນໂດເນເຊຍ ແຂ່ງຂັນຢູ່ທີ່ສະຫນາມກິລາ Gelora Sriwijaya
ວັນທີ 09/07/2023 ເວລາ 19:30 ລາວ ພົບ ຕີມໍ ເລສເຕ ແຂ່ງຂັນຢູ່ທີ່ສະຫນາມກິລາ Athletic Field
ກຳນົດການເດີນຂອງທີມຊາດຍິງ ລາວU19 ແມ່ນຈະອອກເດີນທາງໄປທີ່ປະເທດອິນໂດເນເຊຍໃນວັນທີ 02 ກໍລະກົດ 2023.
ເຊີນແຟນບານທຸກທ່ານສົ່ງກຳລັງໃຈຮວ່ມຊົມ,ຮວ່ມເຊຍທິມຊາດຍິງລາວU19ໃນການແຂ່ງຂັນຄັ້ງນີ້ດວ້ຍ.