ທະຫານແຂວງບໍລິຄຳໄຊ ແລະ ບໍລິສັດວັນນະແສງ ຟອມຮ້ອນແຮງ ຊະນະ 4 ນັດ ລາວລີກ 2 ແຂວງບໍລິຄຳໄຊ

04/07/2023
ການແຂ່ງຂັນບານເຕະ ລາວລີກ 2 ແຂວງບໍລິຄຳໄຊ ແມ່ນໄດ້ດຳເນີນການແຂ່ງຂັນນັບຕັ້ງ ວັນທີ 09 ມິຖຸູນາ 2023 ເປັນຕົ້ນມາ ເຊິ່່ງແຂ່ງໄດ້ 4 ອາທິດ ເປັນທາງດ້ານ ທະຫານແຂວງບໍລິຄຳໄຊ ລົງສະຫນາມ 4 ນັດ ຊະນະ 4 ນັດ ມີ 12 ຄະແນນ, ອັນດັບ 2 ບໍລິສັດ ວັນນະແສງ ລົງສະຫນາມ 4 ນັດ ຊະນະ 4 ນັດ ມີ 12 ຄະແນນ, ອັນດັບ 3 ບໍລິຄຳໄຊ ລົງສະຫນາມ 4 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 4 ຄະແນນ, ອັນດັບ 4 ໂຈ-ເຈ ຟາມ ລົງສະຫນາມ 4 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 4 ຄະແນນ, ອັນດັບ 5 ສະມາຄົມ ເຂີຍຫຼັກ 4 ລົງສະຫນາມ 4 ນັດ ຊະນະ 1 ນັດ ເສຍ 3 ນັດ ມີ 3 ຄະແນນ ແລະ ອັນດັບສຸດທ້າຍ ເມືອງບໍລິຄັນ ລົງສະຫນາມ 4 ນັດ ເສຍ 4 ນັດ ມີ 0 ຄະແນນ.
ສຳລັບຕາຕະລາງການແຂ່ງຂັນນັດສຸດທ້າຍຮອບຂາໄປ ຈະມີຂຶ້ນວັນທີ 08 ກໍລະກົດ 2023 ເວລາ 09:00 ສະມາຄົມ ເຂີຍຫຼັກ 4 ພົບ ໂຈ - ເຈ ຟາມ, ເວລາ 13:00 ເມືອງບໍລິຄັນ ພົບ ບໍລິຄຳໄຊ ແລະ ຄູ່ສຸດທ້າຍ ເວລາ 15:00 ເປັນການຍາດຊີງຕຳແຫນ່ງທີມນຳຮອບຂາໄປ ເປັນການພົບກັນລະຫວ່າງ ທະຫານແຂວງບໍລິຄຳໄຊ ພົບ ບໍລິສັດວັນນະແສງ ທຸກໆຄູ່ແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາ ມສ ສີທ່ານາໄຊ.
ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການ ສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.