ຜ່ານໄປ 6 ອາທິດ ເຮັສບີທີ 941 ຂຶ້ນເປັນທີມນຳຕາຕະລາງຄະແນນ ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງ

04/07/2023
ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງ ແມ່ນໄດ້ດຳເນີນການແຂ່ງຂັນມາໄດ້ 6 ອາທິດ ເປັນທາງດ້ານ ເຮັສບີທີ 941 ຂື້ນເປັນທີມນຳຕາຕະລາງຄະແນນ ລົງສະຫນາມ 6 ນັດ ຊະນະ 5 ນັດ ສະເຫມີ 1 ມີ 15 ຄະແນນ, ອັນດັບ 2 ຈັນທະບູລີ ລົງສະຫນາມ 6 ນັດ ຊະນະ 4 ນັດ ສະເຫມີ 2 ນັດ ມີ 14 ຄະແນນ, ອັນດັບ 3 ເຄເອັມທີ ລົງສະຫນາມ 6 ນັດ ຊະນະ 3 ນັດ ສະເຫມີ 3 ນັດ ມີ 12 ຄະແນນ, ອັນດັບ 4 ມຊ ລົງສະຫນາມ 6 ນັດ ຊະນະ 3 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 11 ຄະແນນ, ອັນດັບ 5 ໄອສະປອດ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເຫມີ 4 ນັດ ມີ 10 ຄະແນນ, ອັນດັບ 6 ເມືອງຫາດ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເຫມີ 3 ນັດ ມີ 9 ຄະແນນ, ອັນດັບ 7 ເອັສທີທີ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 8 ຄະແນນ, ອັນດັບ 8 ຄິງດ້ອມ ລົງສະຫນາມ 6 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 8 ຄະແນນ, ອັນດັບ 9 ເອັສອີຊີ ຢູໄນເຕັດ ລົງສະຫນາມ 6 ນັດ ຊະນະ 1 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 4 ຄະແນນ, ອັນດັບ 10 ທຣີນີຕີ ລົງສະຫນາມ 6 ນັດ ຊະນະ 1 ນັດ ເສຍ 5 ນັດ ມີ 3 ຄະແນນ, ອັນດັບ 11 ຈັນສີ ລົງສະຫນາມ 6 ນັດ ຊະນະ 1 ນັດ ເສຍ 5 ນັດ ມີ 3 ຄະແນນ ແລະ ອັນດັບສຸດທ້າຍ ເຄພີເອັສ ລົງສະຫນາມ 6 ນັດ ເສຍ 6 ນັດ ມີ 0 ຄະແນນ.​
ສຳລັບການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງ ແມ່ນຈະແຂ່ງຂັນທຸກໆວັນເສົາ ແລະ ວັນອາທິດ ແຂ່ງຂັນມື້ລະ 3 ຄູ່ ເວລາ 09:30, ເວລາ 14:30 ແລະ ເວລາ 17:30 ຢູ່ທີ່ສະຫນາມກິລາເຈົ້າອານຸວົງ ແຟນບານສາມາດໄປຕິດຕາມຮັບຊົມໄດ້ເຂົ້າຊົມຟຣີ.