ຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023

04/07/2023

       ວັນທີ 04 ກໍລະກົດ 2023  ໄດ້ມີພີທີຖະແຫລງຂ່າວກ່ອນເກມ ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈຳປີ 2023 ຢູ່ທີ່ປະເທດອິນໂດເນເຊຍ, ໂດຍຫົວຫນ້າຄູຝຶກ 4 ທີມ ກຸ່ມ ເອ ເຂົ້າຮ່ວມຖະແຫລງຂ່າວ.

       ທ່ານ ວຽງສະຫວັນ ໄຊຍະບູນ ຫົວຫນ້າຄູຝຶກທີມຊາດຍິງລາວ  U19  ໄດ້ລາຍງານໃຫ້ຮູ້ວ່າ : '' ທີມຊາດລາວ ໄດ້ກຽມຄວາມພ້ອມເປັນຢ່າງດີ ບໍ່ວ່າຈະເປັນທາງດ້ານພາລະກຳລັງ, ເຕັກນິກ ແລະ ຍຸດທະວິທີ ກຽມພ້ອມລົງແຂ່ງຂັນໃນທຸກໆນັດ ''.

ຕາຕະລາງ ການແຂ່ງຂັນຂັນນັດທຳອິດ ທີມຊາດລາວ ຈະພົບກັບ ທີມຊາດກຳປູເຈຍ ເວລາ 15:30 ແຂ່ງຂັນ ວັນທີ 05 ກໍລະກົດ 2023 ຢູ່ທີ່ສະຫນາມກິລາ Gelora Sriwijaya.