ທະຫານແຂວງຈຳປາສັກຊະນະລະບຽງພູ1-0ຂຶ້ນເປັນທີມນຳລີກ 2

10/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຈຳ​ປາ​ສັກ ອາ​ທິດ​ທີ 12​ແຂ່ງ​ຂັນວັນ​ທີ 07 ກໍ​ລະ​ກົດ 2023 ທີ່​ຜ່ານ​ມາ​,ຄູ່ສຸດ​ທ້າຍ​ ທະ​ຫານ​ແຂວງ​ຈຳ​ປາ​ສັກບຽດ​ເອົາ​ຊະ​ນະລະ​ບຽງ​ພູ 1-0ແບບວຸດວິດ ໂດຍ​ໄດ້​ປະ​ຕູ​ຈາກກັງສິນ ຈັນ​ທະ​ວົງ ໃນນາ​ທີ 41.ສວ່ນຫົວ​ແຊ ເສຍ​ໃຫ້ ບາ​ຈຽງ 0-1, ສີ​ອຳ​ພອນ ຊະ​ນະ ນ້ຳ​ດື່ມ ນາ​ດາ 5-1, ວັນ​ທີ 08 ກໍ​ລະ​ກົດ 2023 ປກ​ສ ແຂ​ວງຈຳ​ປາ​ສັກ ຊະ​ນະ ສີ​ລາ​ເພັດ 3-1.

​ສະ​ຫລຸບ​ຕາ​ຕະ​ລາງຄະ​ແນນ​ການແຂ່ງຂັນ ອັນ​ດັບ 1 ທະ​ຫານ​ແຂວງຈຳ​ປາ​ສັກ ລົງ​ສະ​ຫນາມ 12 ນັດ ຊະ​ນະ 8 ນັດ ສະ​ເຫມີ 3 ນັດ ເສຍ 1 ນັດ ມີ 27 ຄ​ະ​ແນນ, ອັນ​ດັບ 2 ລະ​ບຽງພູ ລົງ​ສະ​ຫນາມ 12 ນັດ ຊະ​ນະ 8 ນັດ ສະ​ເຫມີ 1 ນັດ ເສຍ 3 ນັດ ມີ 25 ຄະ​ແນນ, ອັນ​ດັບ 3 ບາ​ຈຽງ ລົງ​ສະ​ຫນາມ 12 ນັດ ຊະ​ນະ 7 ນັດ ສະ​ເຫມີ 2 ນັດ ເສຍ 3 ນັດ ມີ 23 ຄະ​ແນນ, ອັນ​ດັບ 4 ປກ​ສ ແຂວງ​ຈຳ​ປາ​ສັກ ລົງ​ສະ​ຫນາມ 12 ນັດ ຊະ​ນະ 6 ນັດ ສະ​ເຫມີ 3 ນັດ ເສຍ 3 ນັດ ມີ 21 ຄະ​ແນນ, ອັນ​ດັບ 5 ສີ​ອຳ​ພອນ ລົງ​ສະ​ຫນາມ 12 ນັດ ຊະ​ນະ 4 ນັດ ສະ​ເຫມີ 3 ນັດ ເສຍ 5 ນັດ ມີ 15 ຄະ​ແນນ, ອັນ​ດັບ 6 ສີ​ລາ​ເພັດ ລົງ​ສະ​ຫນາມ 12 ນັດ ຊະ​ນະ 3 ນັດ ສະ​ເຫມີ 1 ນັດ ເສຍ 8 ນັດ ມີ 10 ຄະ​ແນນ, ອັນ​ດັບ 7 ຫົວ​ແຊ ລົງ​ສະ​ຫນາມ 12 ນັດ ຊະ​ນະ 3 ນັດ ສະ​ເຫມີ 1 ນັດ ເສຍ 8 ນັດ ມີ 10 ຄະ​ແນນ ແລະ ອັນ​ດັບ ສຸ​ດ​ທ້າຍ ນ້ຳ​ດື່ມ ນາ​ດາ ລົງ​ສະ​ຫນາມ 12 ນັດ ຊະ​ນະ 2 ນັດ ເສຍ 10 ນັດ ມີ 6 ຄະ​ແນນ.

ສຳລັບຕາຕະລາງການແຂ່ງຂັນນັດຕໍ່​ໄປ ​ອາ​ທິດ 13 ຈະ​ມີ​ຂຶ້ນ ວັນ​ທີ 15 ກໍ​ລະ​ກົດ 2023 ເວ​ລາ 13:30 ຫົວ​ແຊ ພົບ ລະ​ບຽງ​ພູ, ເວ​ລ​າ 15:30 ສີ​ລາ​ເພັດ ພົບ ບາ​ຈຽງ ແລະ ວັນ​ທີ 16 ກໍ​ລະ​ກົດ 2023 ເວ​ລາ 13:30 ປກ​ສ​ແຂ​ວງ​ຈຳ​ປາ​ສັກ ພົບ ສີ​ອຳ​ພອນ, ເວ​ລ​າ 15:30 ທະ​ຫານ​ແຂວງ​ຈຳ​ປາ​ສັກ ພົບ ນ້ຳ​ດື່ມ​ນາ​ດາ ທຸກໆ​ຄູ່​ແມ່ນ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ຈຳ​ປາ​ສັກ.

ໃນການຈັດການແຂ່ງຂັນລາວລີກ2ຂອງແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ຄັ້ງນີ້,ສະຫະພັນບານເຕະແຫ່ງຊາດລາວ(ສຕລ)ໄດ້ໃຫ້ການສະຫນັບສະຫນູນງົບປະມານໃຫ້ແຕ່ລະແຂວງທີ່ຈັດການແຂ່ງຂັນລາວລີກ2ເປັນຈຳນວນເງິນ 60 ລ້ານກີບ,ສວ່ນແຂ່ງຂັນລະດັບມັດທະຍົມຕົ້ນ(ຊາຍ-ຍິງ)30ລ້ານກີບແລະລະດັບມັດທະຍົມປາຍ(ຊາຍ-ຍິງ)30ລ້ານກີບລວມໄດ້ຮັບເງິນອຸປະຖໍາຈາກສຕລໃນການແຂ່ງຂັນທັງ3ລາຍການເປັນເງິນທັງໝົດ120ລ້ານກີບຕໍ່ແຂວງ.