ບຸນພະຈັນ ບຸນກອງ ຍ້າຍຮ່ວມທີມ Preah Khan Reach Svay Rieng FC ທີມລີກສູງສຸດຂອງປະເທດກຳປູເຈຍ

17/07/2023
ວັນ​ທີ 17 ກໍ​ລະ​ກົດ 2023 ສະ​ໂມ​ສອນ Preah Khan Reach Svay Rieng FC,ເຊິ່ງເປັນທິມບານເຕະລີກສູງສຸດຂອງປະເທດກຳປູເຈຍໄດ້​ເປີດ​ເຜີຍ​ຢ່າງເປັນ​ທາງ​ການເມື່ອບໍ່ດົນມານີ້ວ່າ: ສະ​ໂມ​ສອນໄດ້ເຊັນສັນຍາເອົາບຸນ​ພະ​ຈັນ ບຸນກອງນັກກິລາທິມຊາດລາວ ຈາກສະ​ໂມ​ສອນກິ​ລາ​ບານ​ເຕະຊ້າງ​ນ້ອຍ ມາ​ຮ່ວມ​ທີມ ເພື່ອ​ໄລ່​ລ້າ​ແຊ້ມການ​ແຂ່ງ​ຂັນ​ບານ​ເຕະລີກກຳ​ປູ​ເຈ​ຍໃນລະ​ດູ​ການ 2023 – 2024.ສຳ​ລັບ​ປະ​ຫວັດ ບຸນ​ພະ​ຈັນ ບຸນກອງ ແມ່ນ​ເກີດ​ວັນ​ທີ 29 ພະ​ຈິກ 2000 ສູງ 167 ຊັງຕີແມັດ ແລະ ນ້ຳໜັກ 58 ກິໂລກຣາມ ເກີດທີ່ບ້ານນາແກ ນະ​ຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເປັນລູກຊາຍຂອງ ທ່ານ ບຸນກອງ ແລະ ທ່ານ ນາງ ບຸນລັບ ມີນ້ອງຊາຍ 1 ຄົນ. ບຸນພະຈັນ ເລີ່ມຫຼິ້ນກີລາເຕະບານມາຕັ້ງແຕ່ນ້ອຍໃນສະໄໝຮຽນປະຖົມ ດ້ວຍໃຈອັນຮັກມັກ ແລະ ຕິດພັນກັບກີລາຊະນິດນີ້ ເນື່ອງຈາກຜູ້ເປັນພໍ່ເຄີຍຫຼິ້ນມາກ່ອນ, ບຸນພະຈັນ ເປັນ​ນັກເຕະອາຍຸນ້ອຍທີ່ສຸດພຽງ 15 ປີໃນບານເຕະລາວພຣີເມຍລີກ ໂດຍເລີ່ມຕົ້ນຫຼິ້ນໃຫ້ກັບຊຸດເຍົາວະຊົນຂອງ ສະຫວັນ ເອັ​ຟ​ຊີ ໂດຍຄູຝຶກຂອງ ສະຫວັນ ເອຟຊີ ເຫັນແວວ ໄດ້ໃຫ້ໂອກາດຜູ້ກ່ຽວເຂົ້າມາທົດລອງຫຼິ້ນໃນຊຸດໃຫຍ່ລົງສະໜາມນັດທໍາອິດນັດທີ່ພົບກັບ ຊ້າງນ້ອຍໃນປີ 2015 ແລະໃນເວລາຕໍ່ມາຜູ້ກ່ຽວຍິງ​ 1 ປະ​ຕູ​ທຳ​ອິດໄດ້ໃນນັດທີ່​ ສະ​ຫວັນ ຢູ​ໄນ​ເຕັດ ພົບ ທີມ​ໄຟ​ຟ້າ​ລາວ.
ບຸນ​ພະ​ຈັນ ບຸນກອງ ເຄີຍເຂົ້າຮວ່ມ​ເປັນ​ນັກ​ກິ​ລາຂອງສູນຝຶກ(Academe)ສະຫວັນນະເຂດ,ສູນຝຶກລັດຕະນະວົງທ່ອງທ່ຽວ,ສູນຝຶກຟຸກໂມບາຍ,ສູນຝຶກບ້ານນາແກ ແລະ ເຄີຍ​ຫລິ້ນ​ໃຫ້​ກັບ ສະໂມສອນ ສະຫວັນ ຢູໄນເຕັດ, ສະໂມສອນ ທິບສະຫວັນ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ, ຕິດທີມ​ຊາດ​ລາວ ໃນ​ແຕ່​ລະ​ຮຸ່ນ​ອາ​ຍຸ​ນັບ​ຕັ້ງ​ແຕ່ U16, U18, U19, U21, U23 ແລະ ຕິດ​ທີມ​ຊາດ​ລາ​ວ​ຊຸດ​ໃຫຍ່​ໃນ​ປີ 2018.ສຳ​ລັບ​ຜົນ​ງານ​ທີ່​ຫລິ້ນ​ໃຫ້​ກັບຊ້າງ​ນ້ອຍ ແມ່ນ​ສາ​ມາດ​ຄວ້າ​ແຊ້ມ 4 ລາຍ​ການ​ຄື: ເປບ​ຊີ ລາວ​ລີກ 1 ໃນ​ປີ 2022, 2023, ການ​ແຂ່ງ​ຂັນ​ບານ​ເຕະຊີງ​ຂັນ ສ​ຕ​ລ ໃນ​ປີ 2020 ແລະ ປີ 2022.ບຸນ​ພະ​ຈັນ ບຸນກອງເປັນນັກກິລາທີ່ຖະນັດຫຼີ້ນໃນກອງກາງແລະກອງໜ້າ.
ຄະນະສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຊົມເຊີຍແລະ​​ອວຍ​ພອນໃຫ້ບຸນ​ພ​ະ​ຈັນ ບຸນກອງ ປະ​ສົບ​ຜົນ​ສຳ​ເລັດໃນ​ການ​ເປັນ​ນັກ​ກິ​ລາ​ຄົນ​ລາວ​ຜູ້ທຳ​ອິດ​ທີ່​ໄດ້​ຫລິ້ນ​ໃຫ້​ກັບສະ​ໂມ​ສອນອາ​ຊີບ​ໃນ​ລີກຂອງ​ປະ​ເທດ​ກຳ​ປູ​ເຈຍໃນຄັ້ງນີ້ດວ້ຍ.