ເຮັ​ສ​ບີ​ທີ 941ເປັນ​ທີມ​ນຳ​ຄະແນນການ​ແຂ່ງ​ຂັນ​ ບານ​ເຕະລາວ​ລີກ 2 ນະ​ຄອນ​ຫຼວງວຽງຈັນ

17/07/2023

ການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນມາ​ຮອດ​ປັດ​ຈຸ​ບັນ​ແມ່ນ​ໄດ້ດຳເນີນການແຂ່ງຂັນມາໄດ້ 8 ນັດ ເຊິ່ງ​ອາ​ທິດ​ຜ່ານ​ມາ​ຄູ່​ທີ່​ໜ້າ​ສົນ​ໃຈ ເປັນ​ການ​ພົບ​ກັນ​ລະ​ຫ​ວ່າງ ເຮັ​ສ​ບີທີ 941 ທີມ​ນຳໃນຕາຕະລາງຄະແນນພົບກັບຈັນ​ທະ​ບູ​ລີ ທີມ​ອັນ​ດັບ 2 ເຊິ່ງ​ແຂ່ງ​ຂັນ​ຄູ່​ສຸດ​ທ້າຍ ວັນ​ເສົາ 15 ກໍ​ລະ​ກົດ 2023 ​ທີ່​ສະ​ຫນາມ​ກິ​ລາ​ເຈົ້າ​ອາ​ນຸ​ວົງ. ຜ່ານ​ການ​ແຂ່ງ​ຂັນ​ຜົນ​ປະ​ກົດ​ວ່າ:ເຮັ​ສ​ບີ​ທີ 941 ສະ​ເໝີ ຈັນ​ທະ​ບູ​ລີ 0-0, ສ່ວນ​ຜົນ​ການ​ແຂ່ງ​ຂັນ​ຄູ່​ອື່ນ ເອັ​ສ​ອີ​ຊີ ສະ​ເໝີ ເອັ​ສ​ທີ​ທີ 2-2, ທ​ຣີ​ນີ​ຕີ​ ເສຍ​ໃຫ້ ເມືອງ​ຫາດ 1-6, ຄິງ​ດ້ອມ ເສຍ​ໃຫ້ ມ​ຊ 1-4,ເຄ​ພີ​ເອັ​ສ ເສຍ​ໃຫ້ ເຄ​ເອັ​ສ​ທີ 0-7,ຈັນ​ສີ ເສຍ​ໃຫ້ ໄອ​ສະ​ປອດ 1-4.

ສະ​ຫລຸບ ຕາຕະລາງຄະແນນ ເຮັ​ສ​ບີ​ທີ 941 ລົງສະຫນາມ 9 ນັດ ຊະນະ 7 ນັດ ສະເຫມີ 2 ມີ 23 ຄະແນນ, ອັນດັບ 2 ຈັນທະບູລີ ລົງສະຫນາມ 9 ນັດ ຊະນະ 6 ນັດ ສະເຫມີ 3 ນັດ ມີ 21 ຄະແນນ, ອັນດັບ 3 ເຄເອັມທີ ລົງສະຫນາມ 9 ນັດ ຊະນະ 5 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 18 ຄະແນນ, ອັນ​ດັບ 4 ໄອ​ສະ​ປອດ ລົງ​ສະ​ຫນ​ນາມ 9 ນັດ ຊະ​ນະ 4 ນັດ ສະ​ເຫມີ 4 ນັດ ເສຍ 1 ນັດ ມີ 16 ຄະ​ແນນ, ອັນ​ດັບ 5 ເມືອງ​ຫາດ ລົງ​ສະ​ຫນາມ 9 ນັດ ຊະ​ນະ 4 ນັດ ສະ​ເຫມີ 3 ນັດ ເສຍ 2 ນັດ ມີ 15 ຄະ​ແນນ, ອັນ​ດັບ 6 ມ​ຊ ລົງ​ສະ​ຫນາມ 9 ນັດ ຊະ​ນະ 4 ນັດ ສະ​ເຫມີ 2 ນັດ ເສຍ 3 ນັດ ມີ 14 ຄະ​ແນນ, ອັນ​ດັບ 7 ເອັ​ສ​ທີ​ທີ ລົງ​ສະ​ຫນາມ 9 ນັດ ຊະ​ນະ 3 ນັດ ສະ​ເຫມີ 4 ນັດ ເສຍ 2 ນັດ ມີ 13 ຄະ​ແນນ, ອັນ​ດັບ 8 ຄິງ​ດ້ອມ ລົງ​ສະ​ຫນາມ 9 ນັດ ຊະ​ນະ 3 ນັດ ເສຍ 3 ນັດ ສະ​ເຫມີ 3 ນັດ ມີ 12 ຄະ​ແນນ, ອັນ​ດັບ 9 ເອັ​ສ​ອີ​ຊີ ລົງ​ສະ​ຫນາມ 9 ນັດ ຊະ​ນະ 1 ນັດ ສະ​ເຫມີ 3 ນັດ ເສຍ 5 ນັດ​ ມີ 6 ຄະ​ແນນ, ອັນ​ດັບ 10 ຈັນ​ສີ ລົງ​ສະ​ຫນ​າມ 9 ນັດ ຊະ​ນະ 2 ນັດ ເສຍ 7 ນັດ ມີ 6 ຄະ​ແນນ, ອັນ​ດັບ 11 ທ​ຣີ​ນີ​ຕີ ລົງ​ສະ​ຫນາມ 9 ນັດ ຊະ​ນະ 1 ນັດ ສະ​ເຫມີ 1 ນັດ ເສຍ 7 ນັດ ມີ 4 ຄ​ະ​ແນນ ແລະ ອັນ​ດັບສຸດ​ທ້າຍ ເຄ​ພີ​ເອັ​ສ ລົງ​ສະ​ຫນາມ 9 ນັດ ເສຍ 9 ນັດ ມີ 0 ຄະ​ແນນ.

ສຳລັບການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນໃນ​ນັດ​ວັນ​ພຸດ 19 ກໍ​ລ​ະ​ກົດ 2023 ເວ​ລາ 14:00 ເອັ​ສ​ອີ​ຊີ ພົບ ໄອ​ສະ​ປອດ, ເວ​ລາ 16:00 ຈັນ​ສີ ພົບ ຈັນ​ທະ​ບູ​ລີ, ເວ​ລາ 18:00 ຄິງດອມ ພົບ ເຄ​ພີ​ເອັ​ສ ວັນ​ພະ​ຫັດ 20 ກໍ​ລະ​ກົດ 2023 ເວ​ລາ 14:00 ເອັ​ສ​ທີ​ທີ ພົບ ເມືອງ​ຫາດ, ເວ​ລາ16:00 ທ​ຣີ​ນີ​ຕີ ພົບ ມ​ຊ, ເວ​ລາ 18:00 ເຮັ​ສ​ບີ​ທີ 941 ພົບ ເຄ​ເອັມ​ທີ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນ​າມ​ກິ​ລາ​ເຈົ້າອານຸວົງ ແຟນບານສາມາດໄປຕິດຕາມຮັບຊົມໄດ້ໂດຍບໍ່ເສຍຄ່າ(ເຂົ້າຊົມFree).