ສະຖາບັນກິລາ-ກາຍຍະກຳທັດສະນະສຶກສາ ແລະ ຢ້ຽມຢາມສຕລ

19/07/2023

ວັນທີ 19 ກໍລະກົດ 2022 ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວ(ສຕລ),ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳຂອງກະຊວງສຶກສາທິການ ແລະ ກິລານຳໂດຍທ່ານ ກິ່ງລັດຕະນະ ທອງສະຫມຸດ ຮອງຜູ້ອຳນວຍການສະຖາບັນດັ່ງກ່າວໄດ້ມາທັດສະນະສຶກສາແລະ ຢ້ຽມຢາມສຳນັກງານສຕລ,ໂດຍໄດ້ຮັບການຕ້ອນຮັບຈາກທ່ານຈັນທະວົງ ສິລິມະໂນທຳ ຮອງເລຂາທິການສຕລ.

ທ່ານ ກິ່ງລັດຕະນະ ທອງສະຫມຸດໄດ້ລາຍໃຫ້ຮູ້ວ່າ:ເຂົ້າຮວ່ມໃນການມາຖອດຖອນບົດຮຽນໃນຄັ້ງນີ້ລວມມີຄູອາຈານ ແລະ ນັກສຶກສາ ລວມ30 ທ່ານທີ່ກຳລັງຮຽນປີ 2 ໃນລະບົບປະລິນຍາຕີວິຊາຊີບສາຂາວິທະຍາສາດການອອກກຳລັງກາຍ ແລະ ສາຂາວິທະຍາສາດການກິລາກ່ຽວກັບຄູຝຶກ, ສຳລັບຈຸດປະສົງໃນການມາຄັ້ງນີ້: 1. ແມ່ນຢາກໄດ້ຄວາມຮູ້ຈາກ ສະຫະພັນບານເຕະແຫງຊາດລາວ, 2. ຄວາມຊຳນິຊຳນານຂອງການເຮັດວຽກແລະ3. ວິທີການນຳໃຊ້ສິ່ງອຳນວຍຄວາມສະດວກຕ່າງໆ.ໃນພິທີຍັງໄດ້ເປີດໂອກາດໃຫ້ກັບນັກສຶກສາຖາມກ່ຽວກັບສຕລໂດຍໄດ້ຮັບຄວາມສົນໃຈຈາກນັກສຶກສາເປັນຢ່າງດີ.

ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ສະແດງຄວາມຍິນດີຕ້ອນຮັບພ້ອມລາຍງານຜົນງານການເຄື່ອນໄຫວຂອງສຕລໄລຍະຜ່ານມາແລະທ່ານໄດ້ກ່າວຕື່ມວ່າ:ໃນອະນາຄົດ ສຕລມີຄວາມຍິນດີທີ່ຈະຈັດການຝຶກອົບຮົມຄູຝຶກ,ກຳມະການຕັດສິນ,ວຽກງານຈັດການແຂ່ງຂັນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງກັບກິລາບານເຕະໃຫ້ກັບສະຖາບັນກິລາ-ກາຍຍະກຳ.ທ່ານ ທະນົງຈິດ ວິລະສັກ ຮອງຫົວຫນ້າພະແນກຈັດການແຂ່ງຂັນກໍໄດ້ເຂົ້າຮວ່ມຕ້ອນຮັບແລະບັນລະຍາຍກະຕິກາແລະລະບຽບການແຂ່ງຂັນບານເຕະໃຫ້ຄູອາຈານ ແລະ ນັກສຶກສາຈາກສະຖາບັນກິລາ-ກາຍຍະກຳ.