ປກສ ແຂວງຂຶ້ນເປັນທີມນຳຕາຕະລາງ ການແຂ່ງຂັນບານເຕະລາວລີກ 2 ແຂວງຫຼວງນ້ຳທາ

25/07/2023

ຜົນການແຂ່ງຂັນບານເຕະລາວລີກ 2 ແຂວງຫຼວງນ້ຳທາ ໃນອາທິດທີ 5 ທີ່ຜ່ານມາ ເອັມເອສະປອດສະເຫມີ ເດີຄິງ ອີໂວ້ 0-0, ນ້ຳທາ ສະເຫມີ ປກ ແຂວງ 2-2 ແລະ ທະຫານແຂວງສະເໝີເມືອງສິງ1-1.
ສະຫລຸບຕາຕະລາງ ຄະແນນ ການແຂ່ງຂັນບານເຕະ ລາວລີກ 2 ແຂວງຫຼວງນ້ຳທາ ອັນດັບ 1 ປກ ແຂວງ ລົງສະຫນາມ 5 ນັດ ຊະນະ 4 ນັດ ສະເຫມີ 1 ນັດ ມີ 13 ຄະແນນ, ອັນດັບ 2 ນ້ຳທາ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 1 ນັດ ມີ 8 ຄະແນນ, ອັນດັບ 3 ເດີຄິງອີໂວ້ ລົງສະຫນາມ 5 ນັດ ຊະນະ 2 ນັດ ສະເຫມີ 1 ນັດ ເສຍ 2 ນັດ ມີ 7 ຄະແນນ, ອັນດັບ 4 ເອັມເອສະປອດລົງສະຫນາມ 5 ນັດ ຊະນະ 1 ນັດ ສະເຫມີ 3 ນັດ ເສຍ 1 ນັດ ມີ 6 ຄະແນນ, ອັນດັບ 5 ທະຫານແຂວງ ລົງສະຫນາມ 5 ນັດ ຊະນະ 1 ນັດ ສະເຫມີ 2 ນັດ ເສຍ 2 ນັດ ມີ 5 ຄະແນນ ແລະ ອັນດັບ ສຸດທ້າຍ ເມືອງສິງ ລົງສະຫນາມ 5 ນັດ ສະເຫມີ 1 ນັດ ເສຍ 4 ນັດ ມີ 1 ຄະແນນ.
ໃນຂະນະທີ່ຜູ້ຍິງປະຕູສູງສຸດ ອັນດັບ 1 ແມ່ນເບີ 10 ບຸນຄຳ ອຸ່ນລະສິດ ຈາກ ນ້ຳທາ ຍິງໄດ້ 8 ປະຕູ, ອັນດັບ 2 ເບີ 7 ສຸພາທອງ ພອນສາລີຈາກ ປກ ແຂວງ ຍິງໄດ້ 4 ປະຕູ, ອັນດັບ 3 ມີ 2 ຄົນ ເບີ 10 ສຸກແກ້ວສັກ ຈາກ ເອັມເອສະປອດແລະ ເບີ 77 ສິງທາ ຈາກ ເມືອງສິງ ຍິງໄດ້ 3 ປະຕູ.
ສຳລັບຕາຕະລາງ ການແຂ່ງຂັນໃນຮອບຂາກັບ ຈະມີຂຶ້ນວັນທີ 28 ກໍລະກົດ 2023 ເວ 16:00 ເອັມເອສະປອດພົບເມືອງສິງ, ວັນທີ 29 ກໍລະກົດ 2023 ເວລາ 09:00 ປກ ແຂວງ ພົບ ເດີຄິງອີໂວ້, ເວລາ 16:00 ທະຫານແຂວງ ພົບ ນ້ຳທາ ທຸກໆຄູ່ແມ່ນແຂ່ງຂັນຢູ່ສະຫນາມກິລາແຂວງຫຼວງນ້ຳທາ ສາມາດຕິດຕາມຮັບຊົມການແຂ່ງຂັນໄດ້ເຂົ້າຊົມບໍ່ເສຍຄ່າ(Free) ຫລື ຮັບຊົມການຖ່າຍທອດສົດຜ່ານທາງເຟບຸກ LUANGNAMTHA LEAGUE.