ປກຊແຂວງເປັນທີມນຳອັນດັບໜຶ່ງແລະເປັນແຊັມຂອງການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມວ່ນ

31/07/2023

ການ​ແຂ່ງ​ຂັນ​ບານ​ເຕະລາວລີກ 2 ແຂວງຄຳມ່ວນໄດ້ເລີ່ມການ​ແຂ່ງ​ຂັນ​ມາແຕ່ວັນ​ທີ 03 ມິ​ຖຸ​ນາ 2023 ແລະຜ່ານການ​ແຂ່ງ​ຂັນມາ​ໄດ້ 7 ອາ​ທິດ,ຜົນປະກົດວ່າທິມບານເຕະປກ​ຊແຂ​ວງ​ຄຳ​ມ່ວນມີ​ຜົນ​ງານ​​ດີເດ່ນເປັນອັນດັບໜຶ່ງຄືລົງ​ສະ​ຫນາມ 7 ນັດ ຊະ​ນະ 6 ນັດ ສະ​ເຫມີ 1 ຍິງ​ໄດ້ 25 ປະ​ຕູ ເສຍ​ພຽງ 2 ປະ​ຕູ ມີ 19 ຄະ​ແນນ,ເຖິງຈະເຫຼືອການແຂ່ງຂັນອີກ3ນັດ,ແຕ່ມີຄະແນນສະສົມເປັນອັນດັບໜຶ່ງຈິ່ງຢັ້ງຢືນໄດ້ວ່າທິມບານເຕະປກ​ຊແຂ​ວງ​ເປັນແຊັມຂອງການແຂ່ງຂັນບານເຕະລາວລີກ 2 ແຂວງຄຳມວ່ນຢ່າງແນ່ນອນແລ້ວ.

ສວ່ນອັນ​ດັບ2ເປັນຂອງທິມ ປ​ກ​ສ ລົງ​ສະ​ຫນາມ 7 ນັດ ຊະ​ນະ 3 ນັດ ສະ​ເຫມີ 3 ນັດ ເສຍ 1 ນັດ ມີ 12 ຄະ​ແນນ, ອັນ​ດັບ 3 ເທບ​ສີ​ໄຮ​ ລົງ​ສະ​ຫນາມ 7 ນັດ ຊະ​ນະ 3 ນັດ,ສະເໝີ1ນັດ, ເສຍ 3 ນັດ ມີ 10 ຄະ​ແນນ, ອັນ​ດັບ 4 ລູກ​ຫມູ ລົງ​ສະ​ຫນາມ 7 ນັດ ຊະ​ນະ 2 ນັດ, ສະ​ເຫມີ 3 ນັດ ເສຍ 2 ນັດ ມີ​ 9 ຄະ​ແນນ, ອັນ​ດັບ 5 ເລັກ​ຕ້າ ລົງ​ສະ​ຫນາມ 7 ນັດ ຊະ​ນະ 1 ນັດ ສະ​ເຫມີ 4 ນັດ ເສຍ 2 ນັດ ມີ 7 ຄະ​ແນນ ແລະ ອັນ​ດັບ ສຸດ​ທ້າຍ ບໍ່​ໂພນ​ຕິ້ວ ລົງ​ສະ​ຫນາມ 7 ນັດ ເສຍ 4 ນັດ ມີ 0 ຄະ​ແນນ.
ສຳລັບຕາ​ຕະ​ລາງ ການ​ແຂ່ງ​ຂັນ ວັນ​ທີ 31 ກໍ​ລະ​ກົດ 2023 ເວ​ລາ 15:00ມ ເທ​ບ​ສີ​ໄຮ ພົບ ເລັ​ກ​ຕ້າ, ວັນ​ທີ 02 ສິງ​ຫາ 2023 ເວ​ລາ 15:00 ປກ​ສ ແຂວງ​ຄຳ​ມ່ວນ ພົບ ລູກ​ຫມູ ແລະ ວັນ​ທີ 4 ສິງ​ຫາ 2023 ເລັກ​ຕ້າ ພົບ ບໍ່​ໂພນ​ຕິ້ວ ໂດຍ​ທຸກໆ​ນັດ​ແມ່ນ​ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ແຂວງ​ຄຳ​ມ່ວນ.