ບຸກຄະລາກອນສຕລຈົບຫລັກສູດການບໍລິຫານບານເຕະ ຂອງສະຫະພັນບານເຕະອາຊີ

02/08/2023

ເມື່ອເວົ້າເຖິງວຽກງານການພັດທະນາບຸກຄະລາກອນ ໃນແຕ່ລະປີ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສົ່ງພະນັກງານຈາກສຕລ ເຂົ້າຮວ່ມຝຶກອົບໃນຫລາຍວຽການທັງພາຍໃນ ແລະ ຕ່າງປະເທດ ບໍ່ວ່າຈະເປັນວຽກງານຈັດການແຂ່ງຂັນ, ວຽກງານກຳມະການຕັດສິນ, ວຽກງານເຕັກນິກ - ວິທະຍາ, ວຽກງານສື່ມວຊົນ-ການຕະຫລາດ ແລະ ວຽກງານອື່ນໆທີປິ່ນອ້ອມ.

ສະເພາະໃນວັນທີ 31ກໍລະກົດ 2023ຜ່ານມາ,ສະຫະພັນບານເຕະອາຊີ ໄດ້ມີພິທີປິດ ‘’ ຫລັກສູດການບໍລິຫານບານເຕະຂອງສະຫະພັນບານເຕະອາຊີ (The AFC Football Management Certificate, Edition 4 (AFC FMC)’’ ໃນຮູບແບບອອນລາຍ ,ເຊິ່ງ ສຕລໄດ້ສົ່ງບຸກຄະລາກອນ 1 ທ່ານ ຄື: ທ່ານ ນີຕ້າ ທັດສະນີທອນ ພະນັກງານວິຊາການ ຈາກພະແນກຈັດການແຂ່ງຂັນເຂົ້າຮວ່ມຮຽນໃນຫລັກສູດດັ່ງກ່າວ.
ທ່ານນິຕ້າ ທັດສະນີທອນ(ຕ້າ)ໄດ້ກ່າວວ່າ:ສຳລັບເງື່ອນໄຂຂອງຜູ້ຈະເຂົ້າຮວ່ມການຮຽນໃນຫຼັກສູດນີ້,ສະຫະພັນບານເຕະອາຊີໄດ້ກຳນົດໄວ້ຄືກ່ອນອື່ນໝົດຕ້ອງໄດ້ເຮັດວຽກຢູ່ ສຕລຢ່າງໜ້ອຍເປັນເວລາ1ປີຂື້ນໄປຈື່ງສາມາດສະໝັກຮຽນໄດ້.ຜູ້ສະໝັກຕ້ອງໄດ້ປະກອບເອກະສານຕ່າງໆກ່ຽວກັບປະສົບການເຮັດວຽກ ແລະ ລະດັບຈົບການສຶກສາແລະຕ້ອງຮູ້ພາສາອັງກິດໃນລະດັບດີ ເພື່ອສົ່ງໃຫ້ສະຫະພັນບານເຕະອາຊີ ພິຈາລະນາໃນຂັ້ນຕົ້ນ.ພ້ອມນັ້ນ,ກ່ອນຈະໄດ້ເຂົ້າຮຽນແມ່ນຕ້ອງໄດ້ຜ່ານຮອບສຳພາດແລະຖ້າສຳພາດຜ່ານຈື່ງສາມາດຮຽນກ່ຽວກັບການບໍລິຫານບານເຕະຂັ້ນພື້ນຖານຂອງສະຫະພັນບານເຕະ ອາຊີ ໄດ້ໃນຂັ້ນຕໍ່ໄປ.ສຳລັບການຮຽນ AFC FMC ແມ່ນໃຊ້ເວລາຮຽນທັງຫມົດ 5 ເດືອນ ແລະ ມີທັງຫມົດ 9 ຫົວຂໍ້ຫຼັກຄື:ໂຄງຮ່າງການຈັດຕັ້ງຂອງບານເຕະໂລກ,ການຄຸ້ມຄອງຍຸດທະສາດໃນວຽກງານກິລາບານເຕະ,ການຄຸ້ມຄອງທາງດ້ານການເງິນ,ການສ້າງລາຍໄດ້,ວຽກງານສື່ມວນຊົນ ແລະການສື່ສານ,ການບໍລິຫານຈັດການ,ການຄຸ້ມຄອງການດໍາເນີນງານ,ການຄຸ້ມຄອງຊັບພະຍາກອນມະນຸດແລະການປົກປ້ອງເດັກ.
ໃນການຮຽນ ຈໍານວນ 9 ຫົວຂໍ້ແມ່ນຮຽນແບບທາງໄກ(ອອນລາຍ) ເຊີ່ງຕ້ອງໄດ້ມີການເບີ່ງວິດີໂອ ແລະ ເສັງກ່ອນຈະເລີ່ມຮຽນແຕ່ລະຫົວຂໍ້, ການຮຽນແມ່ນຈໍານວນ 5ມື້ຕໍ່ 1ຫົວຂໍ້ ໂດຍມີຜູ້ຊ່ຽວຊານແຕ່ລະຫົວຂໍ້ມາຝຶກສອນ ແລະ ໃຫ້ຄວາມຮູ້ລົງເລິກກ່ຽວກັບວິຊາສະເພາະ. ເມື່ອໄດ້ມີການຮຽນແຕ່ລະຫົວຂໍ້ແລ້ວ ໄດ້ມີການເຮັດວຽກຮ່ວມກັນເປັນກຸ່ມ ແລະ ມີການເສັງສຳລັບບຸກຄົນ. ກ່ອນຈົບການສືກສາAFC FMC ນັກຮຽນແຕ່ລະຄົນແມ່ນຕ້ອງໄດ້ຂຽນບົດໂຄງການທຸລະກິດນັກສຶກສາ(Student Business Project) ແລະ ໄດ້ປ້ອງກັນບົດກ່ອນຈົບການສຶກສາ. ສໍາລັບການຮຽນແມ່ນໃຊ້ໄລຍະເວລາແຕ່ວັນທີ 14 ຕຸລາ 2022 ຫາ 31 ກໍລະກົດ 2023.
ປະຫວັດຂອງທ່ານນິຕ້າ ໃນການກ້າວເຂົ້າມາສູ່ວົງການບານເຕະ ແລະ ເຮັດວຽກຢູ່ ສຕລ ມີດັ່ງນີ້:

- ປີ2015-2018: ສຶກສາຮໍ່າຮຽນພາສາອັງກິດ ຢູ່ທີ່ ສະຖາບັນລາວ-ອາເມລິກາ

-ປີ2017-2020: ສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ພາກພົວພັນສາກົນ, ຄະນະນິຕິສາດ ແລະ ລັດຖະສາດ

- ປີ2018: ເປັນຄະນະນຳທີມສະໂມສອນບານເຕະລາວ-ທ໊ອບ ເຂົ້າຮ່ວມການແຂ່ງຂັນຄອມມານໂດ ລາວລີກ2, ສຕລ

-ປີ 2019: ສຳເລັດການສຶກສາຊັ້ນສູງພາກພາສາອັງກິດ ຢູ່ທີ່ວິທະຍາໄລ ລາວ-ທ໊ອບ

- ປີ2019: ເປັນນັກກິລາຂອງສະໂມສອນບານເຕະຊ້າງນ້ອຍ ເຂົ້າຮ່ວມການແຂ່ງຂັນບານເຕະຄອມມານໂດ ລາວລີກ2, ສຕລ

- ປີ2019: ເລີ່ມກ້າວເຂົ້າສູ່ການເປັນອາສາສະໝັກແລະຜູ້ປະສານງານຂອງສຕລໃນລາຍການ AFC U-16 Championship 2019 Qualifiers.

- ປີ2020: ເປັນຄະນະນຳທີມ ແລະ ຜູ້ຊ່ວຍຜູ້ຈັດການທີມຂອງສະໂມສອນບານເຕະຊ້າງນ້ອຍ ໃນລາຍການແຂ່ງຂັນບານເຕະ ລາວລີກ1, ເຂົ້າຮ່ວມການຝຶກອົບຮົມຂອງ ສຕລ ກ່ຽວກັບຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ ຄອມມານໂດ ລາວລີກ2, ສຕລ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ The 45th Lao National Days Football Championship.

- ປີ2021: ເລີ່ມຕົ້ນເສັ້ນທາງໃນການກ້າວເຂົ້າມາສູ່ການເຮັດວຽກຢູ່ທີ່ ພະແນກຈັດການແຂ່ງຂັນຂອງສຕລ, ເປັນຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນບານເຕະ ລາວລີກ1, ເປັນຜູ້ຈັດການທີມຊາດບານເຕະຍິງ(ຊຸດໃຫຍ່) ເຂົ້າຮ່ວມແຂ່ງຂັນບານເຕະ AFC Womens Asian Cup India 2022, ຢູ່ທີ່ປະເທດ ບາເຣນ, ເຂົ້າຮ່ວມຝຶກອົບຮົມແບບທາງໄກ ກ່ຽວກັບວຽກງານຈັດການແຂ່ງຂັນ, ຜູ້ປະສານງານການແຂ່ງຂັນ ຂອງສະຫະພັນບານເຕະອາຊີ.
-
ປີ2022: ເປັນຜູ້ຄວບຄຸມການແຂ່ງຂັນ ແລະ ຜູ້ຊ່ວຍຜູ້ຄວບຄຸມການແຂ່ງຂັນ ໃນລາຍການແຂ່ງຂັນບານເຕະ Lao League1, Lao League2, LFF Cup, Futsal League, Youth League, National Football Championship, ເປັນຜູ້ປະສານງານການແຂ່ງຂັນໃນລາຍການ AFC U20 Asian Cup Uzbekistan 2023 Qualifiers (Group C)

- ປີ2023: ເປັນຜູ້ຄວບຄຸມການແຂ່ງຂັນບານເຕະ ລາວລີກ1 ແລະ ເປັນຜູ້ປະສານງານກ່ຽວກັບການຈັດການແຂ່ງຂັນບານເຕະ ລາວລີກ2.

- ປັດຈຸບັນ: ເປັນຜູ້ຈັດການທີມຊາດລາວ ບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 23ປີ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນບານເຕະ AFF U23 Championship 2023 Thailand.
ທ່ານນິຕ້າ ໄດ້ສະແດງຄວາມຂອບໃຈຍັງການນຳສຕລ ທີ່ໄດ້ໃຫ້ໂອກາດໃນການຮຽນຫລັກສູດ ການບໍລິຫານບານເຕະຂອງສະຫະພັນບານເຕະອາຊີໃນຄັ້ງນີ້ (The AFC Football Management Certificate, Edition 4 (AFC FMC)ແລະພ້ອມຈະນຳເອົາຄວາມຮູ້ໃນການຮຽນເພື່ອພັດທະນາວຽກງານບານເຕະລາວໃຫ້ພັດທະນາຂຶ້ນເລື້ອຍໆ.
ສຳລັບຫລັກສູດ ການບໍລິຫານບານເຕະຂອງສະຫະພັນບານເຕະ ອາຊີ The AFC Football Management Certificate, (AFC FMC ) ແມ່ນມີພະນັກງານຈາກ ສະຫະພັນບານເຕະແຫ່ງຊາດລາວ ສຳເລັດການຮຽນແລ້ວ 2 ທ່ານ ເຊິ່ງ ທ່ານ ນິຕ້າ ທັດສະນີທອນ ແມ່ເປັນຜູ້ທີ່ 3 ຈາກ ສະ​ຫ​ະ​ພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ສຳເລັດ ຫລັກສູດດັ່ງກ່າວນີ້.